• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Michael Harder ແລະ ຄວາມເມດຕາຈາກ ເຂົ້າໜົມຫວານ

Michael Harder (ຄົນ ການາດາ) ເປັນຜູ້ອໍານວຍການ ໃຫຍ່ ຂອງ Joma Bakery Café - ບໍລິສັດທົ່ວໂລກ ສະເພາະ ຜະລິດ ແລະ ເຮັດທຸລະກິດກ່ຽວກັບ ກາເຟ, ເຂົ້າໜົມຫວານ ຊັ້ນນໍາ ທີ່ມີຢູ່ ຫວຽດນາມ ເປັນ ເວລາ 10 ປີ. ດ້ວຍ ລະບົບຮ້ານ ທີ່ມີຊື່ ສຽງຢູ່ ຮ່າ ໂນ້ຍ, ທ່ານ

ເລື່ອງ​ເຂົ້າ​ໜົມ​ຫວານ ​ຢູ່ Joma Bakery Café ທີ່ ຫວຽດ​ນາມ ແມ່ນ​ກ່ຽວ​ຂ້ອງ​ກັບ​ຄວາມ​ຮັກຂອງທ່ານ Michael Harder ແລະ ພັນ​ລະ​ຍາ. ທ່ານ Michael Harder ໄດ້ເຮັດວຽກເປັນ ເວລາຫຼາຍປີຢູ່ Joma Bakery Café, ປະເທດ ການາດາ. ເມື່ອເພິ່ນໄປ ສປປ ລາວ ເພື່ອຄຸ້ມຄອງລະບົບຮ້ານ Joma Bakery Café, ເພິ່ນໄດ້ພົບກັບ ນາງ Aun (ຄົນ ໄທ). ເພິ່ນເປັນຜູ້ອໍານວຍການບໍລິຫານ, ສ່ວນ ທ່ານນາງ Aun ເປັນຜູ້ພັດທະນາຜະລິດຕະພັນ ເຂົ້າໜົມຫວານ. ພວກເຂົາມີອຸດົມການດຽວກັນ ທ່ີຈະເຮັດໃຫ້ Joma Bakery Café ພັດທະນາໃນທົ່ວໂລກ ​ແລະ ຫວຽດນາມ ​ແມ່ນ​ຈຸດໝາຍ​ປາຍທາງ​ທີ່​ດຶງ​ດູດ​ໃຈ ​ໃນ​ພາກພື້ນ ອາຊີ ເພື່ອໃຫ້ທ່ານ Michael Harder ​ແລະ ພັນ​ລະ​ຍາ​ ເລືອກ​ເອົາເພື່ອ ສ້າງລະບົບ Joma Bakery Café.

ປີ 2009, Joma Bakery Café ໄດ້ເປີດຮ້ານທຳອິດຢູ່ ຮ່າໂນ້ຍ. ທ່ານ Michael Harder ເວົ້າວ່າ ເພິ່ນບໍ່ສາມາດ ລືມໄດ້ ມື້ທໍາອິດ ທີ່ຮ້ານເຂົ້າໜົມຫວານ Joma Bakery Café ເປີດນຳໃຊ້ຢ່າງເປັນ ທາງການ. ໃນເວລານັ້ນ, ມີຫຼາຍຄົນ ພາກັນມາກິນເຂົ້າໜົມ ແລະ ມີຄວາມກະຕືລືລົ້ນ ທີ່ຈະຄົ້ນພົບ ລົດຊາດໃໝ່ ຈາກ ການາດາ. ພາຍຫຼັງ 12 ປີ ແຫ່ງ ຄວາມມານະພະຍາຍາມ ແລະ ສ້າງຄວາມ ເປັນມິດ ກັບລູກຄ້າຊາວ ຫວຽດນາມ, Joma Bakery Café ໄດ້ ເປີດສາຂາຫຼາຍແຫ່ງຢູ່ ຮ່າໂນ້ຍ ຢ່າງຕໍ່ເນື່ອງ ແລະ ກາຍເປັນ ຈຸດ ນັດພົບ ຂອງ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອ ມາຍັງນະຄອນຫຼວງ.

ບໍ່​ພຽງ​ແຕ່ເຮັດທຸລະ​ກິດ ​ເທົ່າ​ນັ້ນ, Joma Bakery Café ​ຍັງ​ແມ່ນ​ວິ​ສາ​ຫະກິດ​ ຂອງ​ ຊຸມ​ຊົນ​ ເຊິ່ງ CEO Michael Harder ຍາມ​ໃດ​ກໍ່​ອຸທິດ​ນ້ຳ​ໃຈ​​ເມດ​ຕາ​ ​ຕໍ່​ຄົນພິການ​ຢູ່ ຫວຽດນາມ. ທ່ານ Michael Harder ໃຫ້ 10% ກໍາໄລ ຂອງ ບໍລິສັດຕໍ່ປີ ເພື່ອ ທຳການ ກຸສົນ, ໃນນັ້ນເພິ່ນ ໄດ້ສ້າງອາຊີບ ໃຫ້ຄົນພິການ ແລະ ຈ້າງພວກ ເຂົາມາ ເຮັດວຽກທີ່ຮ້ານຂາຍເຂົ້າໜົມ ຂອງ Joma Bakery Café.

ທ່ານ Michael Harder ກ່າວວ່າ: ຄົນພິການ (ປາກກືກ, ຫູໜວກ, ຕາບອດ) ເຂົາເຈົ້າມີຂໍ້ເສຍປຽບ ເພາະຈຸດເລີ່ມຕົ້ນ ຂອງ ເຂົາເຈົ້າ ບໍ່ສູງ, ແຕ່ເຂົາເຈົ້າຍັງມີພອນສະຫວັນ ຂອງ ຕົນເອງ. ຂ້າ​ພະ​ເຈົ້າ​ມີຄວາມເຊື່ອ​ໝັ້ນ​ໃນ​ການ​ຝຶກ​ອົບ​ຮົມ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຂົາ​ເຈົ້າ, ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ອາຊີບ, ມີ​ວຽກ​ເຮັດ​ງານ​ທຳ ແລະ ເປັນ​ພົນ​ລະ​ເມືອງ ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ສັງ​ຄົມ.

ໄດ້ມາ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ, ທ່ານ Michael Harder ​ໃຫ້​ຮູ້​ວ່າ ເພິ່ນມີ​ຄວາມ​ສຸກ​ທີ່​ສຸດ ​ເມື່ອ​ໄດ້​ໄປ​ກັບ​ພະນັກ ງານ ​ເປັນຄົນພິການ, ​ຊ່ວຍເຫຼືອ ​ແລະ ​ພ້ອມກັບ​ເຂົາ​ເຈົ້າພັດທະ ນາ ຂຶ້ນ. ທ່ານ Michael Harder ໃຫ້ພວກເຂົາມີວຽກເຮັດງານ ທໍາ ທີ່ດີ, ການຊົດເຊີຍສູງ ແລະ ການຝຶກອົບຮົມທັກສະທີ່ສໍາຄັນ. ມາ​ຮອດ​ປັດຈຸ​ບັນ, ເພິ່ນໄດ້​ຝຶກ​ອົບຮົມ​ອາຊີບໃຫ້ຄົນ​ພິການ ​ທີ່​ມີ​ຄວາມ​ຊຳນິ​ຊຳນານ 100 ຄົນ, ​ໃນ​ນັ້ນ​ມີ​ຜູ້​ຝຶກ​ງານ​ຫຼາຍ​ຄົນ​ກາຍ​ເປັນ​ເຈົ້າ ຂອງ​ ຮ້ານ​ເຮັດ​ເຂົ້າໜົມ​ ເອກະລາດ. ໃນປີ 2021, ຢູ່ Joma Bakery Café ກຳລັງຝຶກອົບຮົມອາຊີບ ໃຫ້ແກ່ຜູ້ຝຶກງານ 50 ຄົນ.

 


ທ່ານ Michael Harder ຜູ້ອໍານວຍການໃຫຍ່ ຂອງ Joma Bakery Café - ບໍລິສັດທົ່ວໂລກ ສະເພາະຜະລິດ ແລະ ເຮັດທຸ ລະກິດກ່ຽວ ກັບ ກາເຟ, ເຂົ້າໜົມຫວານ ຊັ້ນນໍາ.​ ພາບ: ກົງດາດ/VNP

ຫວຽດນາມ ​ແມ່ນ​ຈຸດໝາຍ​ປາຍທາງ​ທີ່​ດຶງ​ດູດ​ໃຈ ​ໃນ​ພາກພື້ນ ອາຊີ ເພື່ອໃຫ້ທ່ານ Michael Harder ​ແລະ ພັນ​ລະ​ຍາ​ ເລືອກ​ເອົາເພື່ອ ສ້າງລະບົບ Joma Bakery Café.ພາບ: ກົງດາດ/VNP



ທ່ານ Michael Harder ແລະ ພັນລະຍາ ພວມແນະນຳ ພະນັກ ງານ ວິທີເຮັດເຂົ້າໜົມ. ພາບ: ກົງດາດ/VNP


ກວດກາຂັ້ນຕອນການຜະລິດເຂົ້າໜົມຫວານ. ພາບ: ກົງດາດ/VNP


ແນະນໍາໃຫ້ພະນັກງານ ຂອງ Joma Bakery Café ກ່ຽວກັບ ວິທີຮັກສາຄວາມປອດໄພ ໃຫ້ແກ່ເດັກນ້ອຍ. ພາບ: ເອກະສານ 


ພາຍຫຼັງ 12 ປີ ແຫ່ງ ຄວາມມານະພະຍາຍາມແລະສ້າງຄວາມ ເປັນມິດ ກັບລູກຄ້າຊາວ ຫວຽດນາມ, Joma Bakery Café ໄດ້ ເປີດຫຼາຍສາຂາ ຢູ່ ຮ່າໂນ້ຍ ແລະ ເປັນຈຸດນັດພົບ ຂອງ ນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອມາຍັງນະຄອນຫຼວງ. ພາບ: ເອກະສານ

ໃນພື້ນທີ່ເຮືອນຄົວຂອງ Joma Bakery Café ຍາມໃດກໍ່ ເຕັມໄປ ດ້ວຍກິ່ນຫອມຂອງເຂົ້າໜົມ. ຢູ່​ທີ່​ນີ້, ຄົນ​ຫູໜວກ, ຕາບອດ ຫຼື ​ຄົນ​ປາກກືກ ລ້ວນ​ແຕ່​ເຮັດ​ວຽກ​ດ້ວຍ​ພາສາ​ມື ແລະ ​ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ​ ແລະ​ ຄວາມ​ເຂົ້າ​ໃຈ​ ຈາກ​ທຸກ​ຄົນ.

ໃນໄລຍະການແຜ່ລະບາດ ຂອງ Covid-19, ເຖິງວ່າ Joma Bakery Café ໄດ້ຮັບຜົນກະທົບຫຼາຍຢ່າງ, ແຕ່ພະນັກງານ ທີ່ເຮັດ ວຽກຢູ່ທີ່ນີ້ ຍັງໄດ້ຮັບການຊ່ວຍເຫຼືອ ແລະ ມີວຽກເຮັດງານທຳ. ທ່ານ Michael Harder ກ່າວວ່າ ພຽງແຕ່ມີຄວາມເຊື່ອໝັ້ນ ແລະ ການນຳພາອັນຍອດຍິ່ງ ຂອງ ຜູ້ນຳ, ວິສາຫະກິດ ຍັງສາມາດ ຢູ່ ລອດ ແລະ ສືບຕໍ່ເປີດຮ້ານ ຢູ່ນະຄອນຫຼວງ ອີກຫຼາຍຮ້ານ. ກໍາລັງ ແຮງງານ ເປັນຄົນພິການ ແລະ ຜູ້ດ້ອຍໂອກາດ ຢູ່ Joma ກວມເອົາ ຫຼາຍກ່ວາ 20% ກໍາລັງ ແຮງງານ ຂອງ ບໍລິສັດ.


ເຂົ້າໜົມຫວານ ມີລົດ ກາຣົດ ຂອງ Joma Bakery Café. ພາບ: ເອກະສານ


ເຂົ້າໜົມຫວານມີລົດ Socola ຂອງ Joma Bakery Café. ພາບ: ເອກະສານ


ເຄື່ອງໝາຍການຄ້າ ກາເຟ ຂອງ Joma Bakery Café. ພາບ: ເອກະສານ


ເຄື່ອງໝາຍການຄ້າ ກາເຟ Cold Brewຂອງ Joma Bakery Café. ພາບ: ເອກະສານ


ເຂົ້າໜົມຫວານ Cookie Mocha ຂອງ Joma Bakery Café. ພາບ: ເອກະສານ


ເຄື່ອງໝາຍການຄ້າ ກາເຟ Latte ຂອງ Joma Bakery Café. ພາບ: ເອກະສານ


ບົດ: ບິກເວິນ - ພາບ: ກົງດາດ, ເອກະສານ - ແປໂດຍ: ຢືຟຽນ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top