Michael Harder (ຄົນ ການາດາ) ເປັນຜູ້ອໍານວຍການ ໃຫຍ່ ຂອງ Joma Bakery Café - ບໍລິສັດທົ່ວໂລກ ສະເພາະ ຜະລິດ ແລະ ເຮັດທຸລະກິດກ່ຽວກັບ ກາເຟ, ເຂົ້າໜົມຫວານ ຊັ້ນນໍາ ທີ່ມີຢູ່ ຫວຽດນາມ ເປັນ ເວລາ 10 ປີ. ດ້ວຍ ລະບົບຮ້ານ ທີ່ມີຊື່ ສຽງຢູ່ ຮ່າ ໂນ້ຍ, ທ່ານ
ເລື່ອງເຂົ້າໜົມຫວານ ຢູ່ Joma Bakery Café ທີ່ ຫວຽດນາມ ແມ່ນກ່ຽວຂ້ອງກັບຄວາມຮັກຂອງທ່ານ Michael Harder ແລະ ພັນລະຍາ. ທ່ານ Michael Harder ໄດ້ເຮັດວຽກເປັນ ເວລາຫຼາຍປີຢູ່ Joma Bakery Café, ປະເທດ ການາດາ. ເມື່ອເພິ່ນໄປ ສປປ ລາວ ເພື່ອຄຸ້ມຄອງລະບົບຮ້ານ Joma Bakery Café, ເພິ່ນໄດ້ພົບກັບ ນາງ Aun (ຄົນ ໄທ). ເພິ່ນເປັນຜູ້ອໍານວຍການບໍລິຫານ, ສ່ວນ ທ່ານນາງ Aun ເປັນຜູ້ພັດທະນາຜະລິດຕະພັນ ເຂົ້າໜົມຫວານ. ພວກເຂົາມີອຸດົມການດຽວກັນ ທ່ີຈະເຮັດໃຫ້ Joma Bakery Café ພັດທະນາໃນທົ່ວໂລກ ແລະ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດໃຈ ໃນພາກພື້ນ ອາຊີ ເພື່ອໃຫ້ທ່ານ Michael Harder ແລະ ພັນລະຍາ ເລືອກເອົາເພື່ອ ສ້າງລະບົບ Joma Bakery Café.
ປີ 2009, Joma Bakery Café ໄດ້ເປີດຮ້ານທຳອິດຢູ່ ຮ່າໂນ້ຍ. ທ່ານ Michael Harder ເວົ້າວ່າ ເພິ່ນບໍ່ສາມາດ ລືມໄດ້ ມື້ທໍາອິດ ທີ່ຮ້ານເຂົ້າໜົມຫວານ Joma Bakery Café ເປີດນຳໃຊ້ຢ່າງເປັນ ທາງການ. ໃນເວລານັ້ນ, ມີຫຼາຍຄົນ ພາກັນມາກິນເຂົ້າໜົມ ແລະ ມີຄວາມກະຕືລືລົ້ນ ທີ່ຈະຄົ້ນພົບ ລົດຊາດໃໝ່ ຈາກ ການາດາ. ພາຍຫຼັງ 12 ປີ ແຫ່ງ ຄວາມມານະພະຍາຍາມ ແລະ ສ້າງຄວາມ ເປັນມິດ ກັບລູກຄ້າຊາວ ຫວຽດນາມ, Joma Bakery Café ໄດ້ ເປີດສາຂາຫຼາຍແຫ່ງຢູ່ ຮ່າໂນ້ຍ ຢ່າງຕໍ່ເນື່ອງ ແລະ ກາຍເປັນ ຈຸດ ນັດພົບ ຂອງ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອ ມາຍັງນະຄອນຫຼວງ.
ບໍ່ພຽງແຕ່ເຮັດທຸລະກິດ ເທົ່ານັ້ນ, Joma Bakery Café ຍັງແມ່ນວິສາຫະກິດ ຂອງ ຊຸມຊົນ ເຊິ່ງ CEO Michael Harder ຍາມໃດກໍ່ອຸທິດນ້ຳໃຈເມດຕາ ຕໍ່ຄົນພິການຢູ່ ຫວຽດນາມ. ທ່ານ Michael Harder ໃຫ້ 10% ກໍາໄລ ຂອງ ບໍລິສັດຕໍ່ປີ ເພື່ອ ທຳການ ກຸສົນ, ໃນນັ້ນເພິ່ນ ໄດ້ສ້າງອາຊີບ ໃຫ້ຄົນພິການ ແລະ ຈ້າງພວກ ເຂົາມາ ເຮັດວຽກທີ່ຮ້ານຂາຍເຂົ້າໜົມ ຂອງ Joma Bakery Café.
ທ່ານ Michael Harder ກ່າວວ່າ: “ຄົນພິການ (ປາກກືກ, ຫູໜວກ, ຕາບອດ) ເຂົາເຈົ້າມີຂໍ້ເສຍປຽບ ເພາະຈຸດເລີ່ມຕົ້ນ ຂອງ ເຂົາເຈົ້າ ບໍ່ສູງ, ແຕ່ເຂົາເຈົ້າຍັງມີພອນສະຫວັນ ຂອງ ຕົນເອງ. ຂ້າພະເຈົ້າມີຄວາມເຊື່ອໝັ້ນໃນການຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າ, ເພື່ອໃຫ້ເຂົາເຈົ້າມີອາຊີບ, ມີວຽກເຮັດງານທຳ ແລະ ເປັນພົນລະເມືອງ ທີ່ເປັນປະໂຫຍດໃຫ້ແກ່ສັງຄົມ”.
ໄດ້ມາເຮັດວຽກຢູ່ ຫວຽດນາມ ເປັນເວລາຫຼາຍປີ, ທ່ານ Michael Harder ໃຫ້ຮູ້ວ່າ ເພິ່ນມີຄວາມສຸກທີ່ສຸດ ເມື່ອໄດ້ໄປກັບພະນັກ ງານ ເປັນຄົນພິການ, ຊ່ວຍເຫຼືອ ແລະ ພ້ອມກັບເຂົາເຈົ້າພັດທະ ນາ ຂຶ້ນ. ທ່ານ Michael Harder ໃຫ້ພວກເຂົາມີວຽກເຮັດງານ ທໍາ ທີ່ດີ, ການຊົດເຊີຍສູງ ແລະ ການຝຶກອົບຮົມທັກສະທີ່ສໍາຄັນ. ມາຮອດປັດຈຸບັນ, ເພິ່ນໄດ້ຝຶກອົບຮົມອາຊີບໃຫ້ຄົນພິການ ທີ່ມີຄວາມຊຳນິຊຳນານ 100 ຄົນ, ໃນນັ້ນມີຜູ້ຝຶກງານຫຼາຍຄົນກາຍເປັນເຈົ້າ ຂອງ ຮ້ານເຮັດເຂົ້າໜົມ ເອກະລາດ. ໃນປີ 2021, ຢູ່ Joma Bakery Café ກຳລັງຝຶກອົບຮົມອາຊີບ ໃຫ້ແກ່ຜູ້ຝຶກງານ 50 ຄົນ.
ໃນພື້ນທີ່ເຮືອນຄົວຂອງ Joma Bakery Café ຍາມໃດກໍ່ ເຕັມໄປ ດ້ວຍກິ່ນຫອມຂອງເຂົ້າໜົມ. ຢູ່ທີ່ນີ້, ຄົນຫູໜວກ, ຕາບອດ ຫຼື ຄົນປາກກືກ ລ້ວນແຕ່ເຮັດວຽກດ້ວຍພາສາມື ແລະ ໄດ້ຮັບຄວາມສະເໝີພາບ ແລະ ຄວາມເຂົ້າໃຈ ຈາກທຸກຄົນ.
ໃນໄລຍະການແຜ່ລະບາດ ຂອງ Covid-19, ເຖິງວ່າ Joma Bakery Café ໄດ້ຮັບຜົນກະທົບຫຼາຍຢ່າງ, ແຕ່ພະນັກງານ ທີ່ເຮັດ ວຽກຢູ່ທີ່ນີ້ ຍັງໄດ້ຮັບການຊ່ວຍເຫຼືອ ແລະ ມີວຽກເຮັດງານທຳ. ທ່ານ Michael Harder ກ່າວວ່າ ພຽງແຕ່ມີຄວາມເຊື່ອໝັ້ນ ແລະ ການນຳພາອັນຍອດຍິ່ງ ຂອງ ຜູ້ນຳ, ວິສາຫະກິດ ຍັງສາມາດ ຢູ່ ລອດ ແລະ ສືບຕໍ່ເປີດຮ້ານ ຢູ່ນະຄອນຫຼວງ ອີກຫຼາຍຮ້ານ. ກໍາລັງ ແຮງງານ ເປັນຄົນພິການ ແລະ ຜູ້ດ້ອຍໂອກາດ ຢູ່ Joma ກວມເອົາ ຫຼາຍກ່ວາ 20% ກໍາລັງ ແຮງງານ ຂອງ ບໍລິສັດ.