• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Lumi ນຳໜ້າໃນການຜະລິດ IoT/Smarthome ຢູ່ ຫວຽດນາມ

Lumi ມີ​ບາດກ້າວ​ຢ່າງ​ແຂງ​ແຮງ​ໃນ​ການ​ຫັນເປັນຈິງ​ຄວາມ​ຝັນ​ໃຫຍ່​ຄື: ​ສ້າງເຄື່ອງໝາຍ ​ຫວຽດນາມ ​ໃນ​ແຜນ​ທີ່ IoT​ໂລກ,ກາຍ​ເປັນ​ເຄື່ອງໝາຍ​ພາກພູມ​ໃຈ​ຂອງ​ ຫວຽດນາມ.

Lumi Smart Factory-ໂຮງງານຜະລິດອຸປະກອນ IoT/Smarthome ຫາກໍ່ໄດ້ເປີດນຳໃຊ້ຢູ່ເຂດ ອຸດສາຫະກໍາ ທັງລອງ 3-ບິ່ງຊວຽນ-ຫວິງຟຸກ. ນີ້​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ຜະລິດ​ອຸປະກອນ IoT ເທິງ​ເວທີ​ສາກົນ.

 ພາບທັງໝົດຂອງໂຮງງານ Lumi Smart Factory, ຍີ່ຫໍ້ smarthome Make in Vietnam. ພາບ: ຫວຽດເກື່ອງ/VNP

ໂຮງງານ Lumi ໄດ້ເລີ່ມການກໍ່ສ້າງໃນຕົ້ນປີ 2022 ມີຂະໜາດ60002 ດ້ວຍຍອດເງິນລົງທຶນກວ່າ100 ຕື້ດົ່ງ. ບໍ່ພຽງແຕ່ຜະລິດອຸປະກອນ smarthome ແລະ ອຸປະກອນ lighting (ແສງສະຫວ່າງ), Lumi Smart Factory ຍັງຜະລິດອຸປະກອນIoT ເຕັກໂນໂລຊີລະດັບສູງ, ສະໜອງການບໍລິການ ODM, OEM, EMS ໃຫ້ແກ່ຄູ່ຮ່ວມງານພາຍໃນ ແລະ ຕ່າງປະເທດ. ຕັ້ງແຕ່ເດືອນ ເມສາ 2024, ໂຮງງານ ໄດ້ເລີ່ມດໍາເນີນການ ເຄື່ອນໄຫວ ໂດຍກຳລັງຄວາມສາມາດໃນການອອກແບບເຖິງ1.000.000 ອຸປະກອນ smart home; 500.000 ອຸປະກອນ smart lighting ແລະ ຫຼາຍລ້ານອຸປະກອນ IoT ຕໍ່ປີ.

 

ໃນຖານະເປັນໂຮງງານຜະລິດອຸປະກອນ ເອເລັກໂຕຣນິກ ຊັ້ນນໍາຂອງ ຫວຽດນາມ ຕາມມາດຕະຖານສາກົນ, Lumi SmartFactory ມີລະບົບຄຸ້ມຄອງການຜະລິດແບບມືອາຊີບ. ບັນດາ ຕ່ອງໂສ້ຜະລິດໄດ້ລົງທຶນຕິດຕັ້ງລະບົບເຄື່ອງພິມທູບຈອດ, ເຄື່ອງຄີບສິ້ນສ່ວນອຸປະກອນ, ເຄື່ອງກວດກາ 3D ແບບອັດຕະໂນມັດ ຈາກ Yamaha - ຍີ່ຫໍ້ຊັ້ນນໍາ ຂອງ ຍີ່ປຸ່ນ; ເຕົາຈອດຄຸນນະພາບສູງ Heller ຂອງ ອາເມລິກາ ແລະ ບັນດາອຸປະກອນ, ອຸປະກອນ ໜູນຊ່ວຍ ອື່ນໆຈາກ ສ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ.

ຜະລິດຕະພັນທັງໝົດຂອງ Lumi Smart Factory ເມື່ອສໍາເລັດແລ້ວ ລ້ວນແຕ່ຮັບປະກັນຄວາມຖືກຕ້ອງ, ຄວາມເຊື່ອຖື, ການດໍາເນີນງານທີ່ໝັ້ນຄົງ ແລະ ມີຄວາມງາມດີທີ່ສຸດ.

 

ທ່ານ ຫງວຽນ​ດຶກ​ຕ່າຍ, CEO Lumi ຫວຽດນາມໃຫ້​ຮູ້​ວ່າ: ການ​ເຂົ້າ​ສູ່​ຕະຫຼາດ​ smarthome ​ຫວຽດນາມ ​ໃນ​ຂະນະ​ທີ່​ຍັງ​ເລີ່ມຕົ້ນ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ຂ້າພະເຈົ້າ ເປັນເຈົ້າໃນທ່າອ່ຽງ​ຜະລິດ​ອຸປະກອນ IoT ຢູ່ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນ 5-10 ປີ​ຂ້າງ​ໜ້າ, ພວກ​ເຮົາ​ຈະ​ຮູ້ສຶກພາກ​ພູມ​ໃຈ​ເມື່ອນຳ​ໃຊ້​ຜະ​ລິດ​ຕະ​ພັນ​ຂອງ​ ຫວຽດ​ນາມ ຄື​ ຊາວ ສ ​ເກົາຫຼີ ແລະ ຍີ່​ປຸ່ນ ພວມນຳ​ໃຊ້​ຜະ​ລິດ​ຕະ​ພັນ​ຂອງ​ປະ​ເທດ​ເຂົາເຈົ້າ”.

 

ທ່ານ ບຸ່ຍເຖຢຸຍ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີໄດ້ແບ່ງປັນຄວາມເຊື່ອໝັ້ນ ຕໍ່ການພັດທະນາໃນອະນາຄົດຂອງ Lumi ໃນຕະຫຼາດ IoT ທົ່ວໂລກວ່າ: Lumi ໄດ້ ເລືອກເສັ້ນທາງທີ່ທ້າທາຍ ແລະ ໜັກໜ່ວງທີ່ສຸດ, ແຕ່ຂ້າພະເຈົ້າເຊື່ອວ່າ Lumi ຈະປະສົບຜົນສຳເລັດຄືກັບບັນດາບໍລິສັດລາຍໃຫຍ່ດ້ານເຕັກໂນໂລຊີໃນໂລກ, ກາຍເປັນຄວາມພາກພູມໃຈຂອງ ຫວຽດນາມ.

ຄູ່ຮ່ວມງານ ແລະ ລູກຄ້າໄປຢ້ຽມຢາມໂຮງງານ Lumi Smart. ພາບ: ຫວຽດເກື່ອງ/VNP

ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ

Red Pine ກັບຂະແໜງສົ່ງອອກ ໝາກນອດ ໄຕງວຽນ

Red Pine ກັບຂະແໜງສົ່ງອອກ ໝາກນອດ ໄຕງວຽນ

Red Pine ​ແມ່ນ​ວິ​ສາ​ຫະກິດ​ ນໍາໜ້າໃນການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ຜະລິດ​ເບ້ຍ​ໄມ້​ຄຸນ​ນະພາ​ບສູງ ​ເພື່ອ​ຮັບ​ໃຊ້​ຕະຫຼາດ​ ໄຕງວຽນ ​ດ້ວຍ​ມີ​ທ່າ​ແຮງ​ສົ່ງ​ອອກ​ທີ&

Top