ລັດຖະບານ ຫວຽດນາມ ກໍ່ກຳນົດທິດທາງບໍລິຫານອັດຕາແລກປ່ຽນເງິນຕາຢ່າງມີໄຫວພິບ, ຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຍົກສູງຄຸນນະພາບກະແສທຶນເພື່ອປັບປຸງດຸ່ນການຊຳລະສາກົນ.
ທ່ານ Krishna Srinivasan ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (IMF) ແລະ ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: VOV1)
ຕອນບ່າຍວັນທີ 8 ມິຖຸນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Krishna Srinivasan ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (IMF), ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດເພື່ອຄວບຄຸມໄພເງິນເຟີ້, ຮັກສາຕະຫຼາດເງິນຕາ - ເງິນຕາຕ່າງປະເທດເປັນປົກກະຕິ, ຫຼຸດຜ່ອນຜົນກະທົບຕໍ່ວິສາຫະກິດ ແລະ ປະຊາຊົນ.
ລັດຖະບານ ຫວຽດນາມ ກໍ່ກຳນົດທິດທາງບໍລິຫານອັດຕາແລກປ່ຽນເງິນຕາຢ່າງມີໄຫວພິບ, ຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຍົກສູງຄຸນນະພາບກະແສທຶນເພື່ອປັບປຸງດຸ່ນການຊຳລະສາກົນ. ລັດຖະບານ ຫວຽດນາມ ປາດຖະໜາວ່າ IMF ຈະສືບຕໍ່ຮັກສາການໂອ້ລົມສົນທະນານະໂຍບາຍເປັນປະຈຳກັບ ລັດຖະບານກໍ່ຄືບັນດາອົງກາຂຶ້ນກັບລັດຖະບານ, ພິເສດແມ່ນທະນາຄານລັດ, ກະຊວງການເງິນ.
ສ່ວນທ່ານ Krishna Srinivasan ກໍ່ຕີລາຄາສູງບັນດາທິດທາງພັດທະນາໄລຍະຍາວຂອງ ຫວຽດນາມ ແລະ ຮັບຮອງຄຳໝັ້ນສັນຍາຂອງ ລັດຖະບານ ຫວຽດນາມ ກ່ຽວກັບເລື່ອງບໍ່ນຳ ຄວາມໝັ້ນທ່ຽງດ້ານເສດຖະກິດມະຫາພາກມາແລກເອົາການເຕີບໂຕໄລຍະສັ້ນ. ກ່ຽວຂ້ອງເຖິງແຜນການລົງທຶນສາທາລະນະໃນໄລຍະກາງ ແລະ ໄລຍະຍາວ, IMF ຖືວ່າ ຫວຽດນາມ ຄວນສືບຕໍ່ພັດທະນາຕະຫຼາດທຶນ ແລະ ຕະຫຼາດໜີ້ສິນຕາມລວງເລິກ.
(ແຫຼ່ງຄັດຈາກ VOV)