ຂ່າວສານ

IMF ພ້ອມແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​​ໃຫ້ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ຕະຫຼາດ​ການ​ເງິນ

ລັດ​ຖະ​ບານ ຫວຽດ​ນາມ ກໍ່​ກຳ​ນົດ​ທິດ​ທາງ​ບໍ​ລິ​ຫານ​ອັດ​ຕາ​​ແລກ​ປ່ຽນ​ເງິນ​ຕາຢ່າງ​ມີ​ໄຫວ​ພິບ, ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ຍົກ​ສູງ​ຄຸນ​ນະ​ພາບ​​ກະ​ແສ​ທຶນ​ເພື່ອ​ປັບ​ປຸງ​​ດຸ່ນ​​ການ​ຊຳ​ລະ​ສາ​ກົນ.
  ທ່ານ Krishna Srinivasan ຜູ້​ອຳ​ນວຍ​ການ​ພາກ​ພື້ນ ອາ​ຊີ - ປ​າ​ຊີ​ຟິກ ຂອງກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ແລະ ທ່ານ ຫງວຽນ​ວັນ​ທັ້ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ (ພາບ: VOV1)  

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບາ​ນ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Krishna Srinivasan ຜູ້​ອຳ​ນວຍ​ການ​ພາກ​ພື້ນ ອາ​ຊີ - ປ​າ​ຊີ​ຟິກ ຂອງກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF), ທ່ານ ຫງວຽນ​ວັນ​ທັ້ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ໃຫ້​ຮູ້​ວ່າ ລັດ​ຖະ​ບານ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກ​ສາ​ຕະຫຼາດ​ເງິນ​ຕາ - ເງິນ​ຕາຕ່າງ​ປະ​ເທດ​ເປັນ​ປົກ​ກະ​ຕິ, ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.

ລັດ​ຖະ​ບານ ຫວຽດ​ນາມ ກໍ່​ກຳ​ນົດ​ທິດ​ທາງ​ບໍ​ລິ​ຫານ​ອັດ​ຕາ​​ແລກ​ປ່ຽນ​ເງິນ​ຕາຢ່າງ​ມີ​ໄຫວ​ພິບ, ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ຍົກ​ສູງ​ຄຸນ​ນະ​ພາບ​​ກະ​ແສ​ທຶນ​ເພື່ອ​ປັບ​ປຸງ​​ດຸ່ນ​​ການ​ຊຳ​ລະ​ສາ​ກົນ. ລັດ​ຖະ​ບານ ຫວຽດ​ນາມ ປາດ​ຖະ​ໜາວ່າ IMF ​ຈະສືບ​ຕໍ່​ຮັກ​ສາ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ເປັນ​ປະ​ຈຳ​ກັບ ລັດ​ຖະ​ບານ​ກໍ່​ຄືບັນ​ດາ​ອົງ​ກາ​ຂຶ້ນ​ກັບ​ລັດ​ຖະ​ບານ, ພິ​ເສດ​ແມ່ນ​ທະ​ນາ​ຄານ​ລັດ, ກະ​ຊວງ​ການ​ເງິນ.

ສ່ວນ​ທ່ານ Krishna Srinivasan ກໍ່ຕີ​ລາ​ຄາ​ສູງ​ບັນ​ດາ​ທິດ​ທາງ​​ພັດ​ທະ​ນາ​ໄລ​ຍະ​ຍາວ​ຂອງ ຫວຽດ​ນາມ ແລະ ຮັບ​ຮອງ​ຄຳ​ໝັ້ນ​ສັນ​ຍາ​ຂອງ ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ​ບໍ່​ນຳ​ ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ມາ​ແລກເອົາ​ການ​ເຕີບ​ໂຕ​ໄລ​ຍະ​ສັ້ນ. ກ່ຽວ​ຂ້ອງ​ເຖິງ​ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ, IMF ຖື​ວ່າ ຫວຽດ​ນາມ ຄວນ​ສືບ​ຕໍ່​ພັດ​ທະ​ນາ​ຕະຫຼາດ​ທຶນ ແລະ ຕະຫຼາດ​ໜີ້​ສິນ​ຕາມ​ລວງ​ເລິກ.


top