• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Hervé Rodriguez - ຜູ້ “ຄວບຄຸມ” ເຄື່ອງເທດ ຫວຽດນາມ

ທ່ານ Hervé Rodriguez - ຊາວ​ ຝຣັ່ງ ​ມາ​ ຫວຽດ​ນາມ ​ເພື່ອເປີດ​ຮ້ານ​ອາ​ຫານ ​ດ້ວຍ​ຄວາມ​ມັກ​ທ່ີລຽບງ່າຍ, ເລົ່າ​ເລື່ອງ​ວັດ​ທະ​ນະ​ ທຳ ດ້ວຍ​ອາ​ຫານ. ເພິ່ນ ເປັນພໍ່ຄົວຕິດດາວ Michelin ລະດັບສາກົນ ແລະ ໄດ້ປະດິດສ້າງ ອາຫານຫຼາຍເຍື່ອງ ທີ່ມີການປະສານສົມທົບກັບເຄື່ອງເທດ ຫວຽດນາມ ເພື່ອສະແດງໃຫ້ຜູ້ຮັບປະທານ ອາຫານເຫັນວ່າ: ເພີດເພີນກັບອາຫານ ແມ່ນການຜະຈົນໄພເພື່ອຄົ້ນພົບ ຫວຽດນາມ.

ທ່ານ Hervé Rodriguez ເປັນ CEO ແລະ ພໍ່ຄົວທີ່ເຄີຍຕິດດາວ Michelin ລະດັບສາກົນ. ດາວ Michelin ໄດ້ຖືກຄັດເລືອກ ໂດຍວາລະສານອາຫານທີ່ມີຊື່ສຽງ The Michelin Guide. ນີ້​ແມ່ນ​ວາ​ລະ​ສານ​ ທີ່​ແນະ​ນໍາ​ສະ​ຖານ​ທີ່​ອາ​ຫານ​ພິ​ເສດ ​ແລະ​ ຄຸນ​ນະ​ພາບ​ໃນ ​ອັງ​ກິດ ​ແລະ ​ອຽກລັງ​. ສາມາດເວົ້າໄດ້ວ່າ ດາວ Michelin ໃນວົງການອາຫານ ແມ່ນມີຊື່ສຽງ ແລະ ສະຫງ່າງາມເທົ່າກັບ Grammy ໃນດົນຕີ ຫຼື Oscar ໃນຮູບເງົາ.

ທ່ານ Hervé Rodriguez ມາ ຫວຽດນາມ ເພື່ອເປີດຮ້ານອາຫານ Hervé Dining Room ຢູ່ນະຄອນ ໂຮ່ຈີມິນ ດ້ວຍຄວາມເຊື່ອທີ່ຈະນຳມາຄວາມຍອດຍິ່ງ ດ້ານການເຮັດອາຫານ ມາສູ່ທຸກຄົນ ເພື່ອໃຫ້ອາຫານການກິນ ບໍ່ພຽງແຕ່ມີຄວາມມ່ວນຊື່ນກັບອາຫານເທົ່ານັ້ນ, ຫາກຍັງມີຄວາມສວຍງາມ ທາງດ້ານວັດທະນະທຳ ຂອງ ແຕ່ລະປະເທດອີກດ້ວຍ.

ພໍ່ຄົວ Hervé Rodriguez (ເດືອນ ມິຖຸນາ 2022).  ພາບ: ແທງຢາງ/VNP

Hervé Rodriguez ກໍາລັງປຸງແຕ່ງອາຫານທີ່ມີສ່ວນປະກອບຈາກໄຂ່. ພາບ: ແທງຢາງ/VNP
Hervé Rodriguez ກໍາລັງປຸງແຕ່ງອາຫານທີ່ມີສ່ວນປະກອບຈາກໄຂ່. ພາບ: ແທງຢາງ/VNP

ຫຼັງ​ຈາກ​ປຸງ​ແຕ່ງ​ອາ​ຫານ​ຈົບ​ແລ້ວ, ທ່ານ Hervé Rodriguez​ໄດ້​ອະ​ທິ​ບາຍ​ສ່ວນ​ປະ​ກອບ ​ແລະ ​ວິ​ທີ​ການ​ກະ​ກຽມ​ໃຫ້​ຜູ້​ຊົມ​ພ້ອມ​ທັງ​ພໍ່​ຄົວ. ພາບ: ແທງຢາງ/VNP

ພໍ່ຄົວໜຸ່ມກໍາລັງຮຽນຮູ້ຈາກປະສົບການຂອງພໍ່ຄົວ HervéRodriguez.ພາບ: ແທງຢາງ/VNP

Hervé Rodriguez ພ້ອມກັບແຂກຖ່າຍຮູບຮ່ວມກັນ ໃນງານມະໂຫລານ “ການ​ປະດິດ​ສ້າງ​ຈາກ​ໄຂ່”. ພາບ: ແທງຢາງ/VNP

ດ້ວຍ​ຄຳ​ຂວັນ “ຫຼາຍຝາ​ມື, ໜຶ່ງ​ເຍື່ອງອາຫານທີ່ພົ້ນເດັ່ນ”, ພໍ່​ຄົວ Herve ແລະ ທີມງານພໍ່​ຄົວ ​ຫວຽດ​ນາມ ໄດ້​ສ້າງຂຶ້ນ ​ເອ​ກະ​ລັກ​ ຂອງ​ຮ້ານ​ອາ​ຫານ Dining Room ຢູ່​ນະ​ຄອນ ໂຮ່​ຈີ​ມິນ ດ້ວຍ​ລົດ​ຊາດ​ ຈາກ​ເຄື່ອງ​ເທດ​ ນັບ​ຫຼາຍຮ້ອຍ​ຢ່າງ, ໝາກ​ໄມ້​ພິ​ເສດ​ ຂອງ ​ຫວຽດ​ນາມ ຫຼາຍຮ້ອຍຊະນິດ.   

ພໍ່ຄົວ ຫວຽດນາມ ຍັງເວົ້າວ່າ Hervé Rodriguez ແມ່ນຜູ້ ທີ່ຄວບຄຸມລົດຊາດ. ດ້ວຍ​ເຕັກ​ນິກ​ ການ​ປຸງ​ແຕ່ງອາ​ຫານ ​ທີ່​ດີ​ເດັ່ນ ​ຂອງ​ຕົນ, ເພິ່ນ​ໄດ້ປະດິດ​ສ້າງ ແລະ ພັດ​ທະ​ນາ​ອາ​ຫານ ​ຫວຽດ​ນາມ ​ໃໝ່ຫຼາຍເຍື່ອງ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ແຕ່ລະເຍື່ອງອາຫານຂອງເພິ່ນລ້ວນແຕ່ແມ່ນບົດປະພັນໜຶ່ງດ້ານສິລະປະ ທີ່ມີເລື່ອງທີ່ໜ້າສົນໃຈ. ຕົວຢ່າງ: ເຍື່ອງອາຫານ ເຂົ້າຈີ່ກະປູ, ເພິ່ນປະສົມເຂົ້າຈີ່ ເຂົ້າກັບຊ໊ອດ ກຸ້ງມັງກອນ ແລະ ໝາກພິກໄທຂຽວ ຝູ໋ກວກ - ຮັບປະທານ ກັບສະຫຼັດ ໝາກຖົ່ວ ຫຼື ເຍື່ອງອາຫານ ກຸ້ງມັງກອນ ຫອຍ ເຊລ,  ຊີ້ນໝູ ເກືອປະສົມກັບຊ໊ອດໝາກເລັ່ນທີ່ເຜັດ ໃສ່ກັບ ເຂົ້າຂີ້ໝີ້ນ. ດ້ວຍ​ເຄື່ອງ​ເທດ​ ຫວຽດນາມ 2 ຊະນິດ ແມ່ນໝາກ​ພິກ​ໄທ ​ແລະ ຂີ້​ໝີ້ນ ​ໄດ້​ສ້າງ​ລົດ​ຊາດ​ໃໝ່​ໃຫ້​ແກ່​ບັນດາ​ເຍື່ອງ​ອາຫານ​ທະ​ເລ​ຄື ກຸ້ງມັງກອນ ​ແລະ ​ຫອຍເຊລ.

ເຍື່ອງອາຫານ “ໄຂ່ສົມບູນແບບ” ຂອງເພິ່ນໄດ້ຮັບດາວ Michelin. ຫວ່າງ​ມໍ່ໆ​ ມາ​ນີ້, Hervé Rodriguez ​ໄດ້​ສະ​ແດງ​ລາຍການ​ໄຂ່​ໃນ​ເທດສະການອາຫານ ​ທີ່​ມີ​ຊື່​ວ່າ “ການ​ປະດິດ​ສ້າງ​ຈາກ​ໄຂ່” ຢູ່ ຫວຽດນາມ. ເຍື່ອງອາຫານ ຂອງ ເພິ່ນໄດ້ສ້າງແຮງບັນດານໃຈໃຫ້ພໍ່ ຄົວ ຫຼາຍຄົນ ແລະ ຊາວ ຫວຽດນາມ ສົມທົບກັນເຮັດອາຫານຈາກໄຂ່ ເພື່ອສະແດງ ຄວາມຮັກແພງກັບທຸກຄົນໃນ “ວັນຄອບຄົວ ຫວຽດນາມ”.

ເພິ່ນ​ຍັງໄດ້ເອົາໃຈໃສ່​ໃນ​ການ​ຝຶກ​ອົບຮົມ​ຄະນະ​ພໍ່​ຄົວ ​ຫວຽດນາມ ​ໃຫ້​ກາຍ​ເປັນ​ພໍ່​ຄົວ​ດີເດັ່ນ, ​ບໍລິການລູກ​ຄ້າ ດ້ວຍ​ເຍື່ອງອາຫານ​ທີ່ປະດິດສ້າງຈາກໃຈ ທີ່​ໄດ້​ຂຽນ​ຈາກ​ຊີວິດ.

ໃນ​ຖານະ ​ເປັນ​ຜູ້​ຮັກ​​ວັດທະນະທຳ​ ຫວຽດນາມ, ທ່ານ Hervé Rodriguez ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ ຈາກ​ສະມາຄົມ​ພໍ່​ຄົວ​ອາຊີບ ​ຮ່າ​ໂນ້ຍ ​ແລະ ສະມາຄົມ​ ​ຊຸບເປີ ພໍ່​ຄົວ​ໂລກ​​ຢູ່​ ຫວຽດນາມ ​​ເປັນ​ຜູ້​ເຊື່ອມ​ໂຍງ​ແລກປ່ຽນ​ວັດທະນະທຳ​ ລະຫວ່າງ ຫວຽດນາມ ​ແລະ ຝຣັ່ງ ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ​ໂຄສະນາ​ເຍື່ອງ​ອາຫານ​ຂອງ​ຕົນ​ໃນ​ປຶ້ມ​ແນະນຳ​ການ​ເຮັດ​ອາຫານ Michelin - ຈາກນັ້ນ ຈະຍົກ​ສູງ​ບົດ​ບາດ ແລະ ຢືນ​ຢັນ​ທີ່​ຕັ້ງ​ຂອງ​ອາ​ຫານ ​ຫວຽດ​ນາມ ໃນ​ແຜນ​ທີ່​ປຸງ​ແຕ່ງ​ອາ​ຫານ​ໂລກ.

ອາຫານບາງເຍື່ອງ ໄດ້ປຸງແຕ່ງດ້ວຍສ່ວນປະກອບຈາກໄຂ່ ໂດຍພໍ່ຄົວ Hervé Rodriguez. ພາບ: ແທງຢາງ/VNP

ດໍາລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ບໍ່ພຽງແຕ່ເປັນ ພໍ່ຄົວເທ່ົານັ້ນ, ທ່ານ Hervé Rodriguez ຍັງເປັນ CEO ໃນຂົງເຂດຄຸ້ມຄອງຮ້ານອາຫານ. ເພິ່ນ​ໄດ້​ຕັ້ງ​ຮ້ານ​ອາ​ຫານ ​ຊັ້ນ​ສູງ​ຫຼາຍ​ແຫ່ງ​ຢູ່​ ຫວຽດ​ນາມ. ດ້ວຍຄວາມສາມາດໂດດເດັ່ນ ຂອງ Hervé Rodriguez ໃນການສ້າງອາຫານ, ບັນດາ ເຍືື່ອງອາຫານທີ່ເພິ່ນປະດິດສ້າງຂຶ້ນ ຈະມີລົດຊາດຫອມແຊບ ແລະ ພອນສະຫວັນໃນການປະສົມສີ ຂອງ ສ່ວນປະກອບຜັກ ແລະ ໝາກໄມ້ທໍາມະຊາດ.

ນອກຈາກນັ້ນ, ທ່ານ Hervé Rodriguez ຍັງເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບດິນຟ້າອາກາດ ຂອງ ຫວຽດນາມ ດ້ວຍສ່ວນປະກອບຕາມລະດູການຂອງທ້ອງຖິ່ນ. ທ່ານ Herve Rodriguez ໃຫ້ຮູ້ວ່າ: “ກິນ ອາຫານ ໝາກໄມ້ຕາມລະດູການ ເພື່ອຮູ້ສຶກໄດ້ ແລະ ຊື່ນຊົມຍິນດີກັບທໍາມະຊາດ ທີ່ຢູ່ອ້ອມຂ້າງພວກເຮົາ. ທັງ​ເປັນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ຢູ່​ ຫວຽດ​ນາມ”.

ປັດຈຸ​ບັນ, ເພິ່ນຍັງ​ຊອກ​ຮູ້​ຄຸນ​ລັກ​ສະ​ນະ​ຂອງ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງ ​ຫວຽດ​ນາມ ເພື່ອ​ພັດ​ທະ​ນາ ​ບັນ​ດາ​ເຍື່ອງ​ອາ​ຫານ​ຫວຽດ​ນາມ ​ເຂົ້າ​ໃນປຶ້ມ​ຄູ່​ມື​ປຸງ​ແຕ່ງ​ອາ​ຫານ​ສາ​ກົນ. ເພິ່ນ​ພວມ​ສ້າງ​ຊຸມ​ຊົນ​ ພໍ່​ຄົວ​ ຫວຽດ​ ​ທີ່​ມີ​ພອນ​ສະ​ຫວັນ ​ເພື່ອ​ເອົາ​ຊະ​ນະ​​ດາວMichelin ດ້ວຍ​ອາ​ຫານ​ ຫວຽດ​ນາມ​ໃນ​ແຜນ​ທີ່​ປຸງ​ແຕ່ງ​ອາ​ຫານ​ສາ​ກົນ.

 ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top