ທ່ານ Hervé Rodriguez - ຊາວ ຝຣັ່ງ ມາ ຫວຽດນາມ ເພື່ອເປີດຮ້ານອາຫານ ດ້ວຍຄວາມມັກທ່ີລຽບງ່າຍ, ເລົ່າເລື່ອງວັດທະນະ ທຳ ດ້ວຍອາຫານ. ເພິ່ນ ເປັນພໍ່ຄົວຕິດດາວ Michelin ລະດັບສາກົນ ແລະ ໄດ້ປະດິດສ້າງ ອາຫານຫຼາຍເຍື່ອງ ທີ່ມີການປະສານສົມທົບກັບເຄື່ອງເທດ ຫວຽດນາມ ເພື່ອສະແດງໃຫ້ຜູ້ຮັບປະທານ ອາຫານເຫັນວ່າ: ເພີດເພີນກັບອາຫານ ແມ່ນການຜະຈົນໄພເພື່ອຄົ້ນພົບ ຫວຽດນາມ.
ທ່ານ Hervé Rodriguez ເປັນ CEO ແລະ ພໍ່ຄົວທີ່ເຄີຍຕິດດາວ Michelin ລະດັບສາກົນ. ດາວ Michelin ໄດ້ຖືກຄັດເລືອກ ໂດຍວາລະສານອາຫານທີ່ມີຊື່ສຽງ The Michelin Guide. ນີ້ແມ່ນວາລະສານ ທີ່ແນະນໍາສະຖານທີ່ອາຫານພິເສດ ແລະ ຄຸນນະພາບໃນ ອັງກິດ ແລະ ອຽກລັງ. ສາມາດເວົ້າໄດ້ວ່າ ດາວ Michelin ໃນວົງການອາຫານ ແມ່ນມີຊື່ສຽງ ແລະ ສະຫງ່າງາມເທົ່າກັບ Grammy ໃນດົນຕີ ຫຼື Oscar ໃນຮູບເງົາ.
ທ່ານ Hervé Rodriguez ມາ ຫວຽດນາມ ເພື່ອເປີດຮ້ານອາຫານ Hervé Dining Room ຢູ່ນະຄອນ ໂຮ່ຈີມິນ ດ້ວຍຄວາມເຊື່ອທີ່ຈະນຳມາຄວາມຍອດຍິ່ງ ດ້ານການເຮັດອາຫານ ມາສູ່ທຸກຄົນ ເພື່ອໃຫ້ອາຫານການກິນ ບໍ່ພຽງແຕ່ມີຄວາມມ່ວນຊື່ນກັບອາຫານເທົ່ານັ້ນ, ຫາກຍັງມີຄວາມສວຍງາມ ທາງດ້ານວັດທະນະທຳ ຂອງ ແຕ່ລະປະເທດອີກດ້ວຍ.
ພໍ່ຄົວ Hervé Rodriguez (ເດືອນ ມິຖຸນາ 2022). ພາບ: ແທງຢາງ/VNP
Hervé Rodriguez ກໍາລັງປຸງແຕ່ງອາຫານທີ່ມີສ່ວນປະກອບຈາກໄຂ່. ພາບ: ແທງຢາງ/VNP
Hervé Rodriguez ກໍາລັງປຸງແຕ່ງອາຫານທີ່ມີສ່ວນປະກອບຈາກໄຂ່. ພາບ: ແທງຢາງ/VNP
ຫຼັງຈາກປຸງແຕ່ງອາຫານຈົບແລ້ວ, ທ່ານ Hervé Rodriguezໄດ້ອະທິບາຍສ່ວນປະກອບ ແລະ ວິທີການກະກຽມໃຫ້ຜູ້ຊົມພ້ອມທັງພໍ່ຄົວ. ພາບ: ແທງຢາງ/VNP
ພໍ່ຄົວໜຸ່ມກໍາລັງຮຽນຮູ້ຈາກປະສົບການຂອງພໍ່ຄົວ HervéRodriguez.ພາບ: ແທງຢາງ/VNP
Hervé Rodriguez ພ້ອມກັບແຂກຖ່າຍຮູບຮ່ວມກັນ ໃນງານມະໂຫລານ “ການປະດິດສ້າງຈາກໄຂ່”. ພາບ: ແທງຢາງ/VNP
ດ້ວຍຄຳຂວັນ “ຫຼາຍຝາມື, ໜຶ່ງເຍື່ອງອາຫານທີ່ພົ້ນເດັ່ນ”, ພໍ່ຄົວ Herve ແລະ ທີມງານພໍ່ຄົວ ຫວຽດນາມ ໄດ້ສ້າງຂຶ້ນ ເອກະລັກ ຂອງຮ້ານອາຫານ Dining Room ຢູ່ນະຄອນ ໂຮ່ຈີມິນ ດ້ວຍລົດຊາດ ຈາກເຄື່ອງເທດ ນັບຫຼາຍຮ້ອຍຢ່າງ, ໝາກໄມ້ພິເສດ ຂອງ ຫວຽດນາມ ຫຼາຍຮ້ອຍຊະນິດ.
ພໍ່ຄົວ ຫວຽດນາມ ຍັງເວົ້າວ່າ Hervé Rodriguez ແມ່ນຜູ້ ທີ່ຄວບຄຸມລົດຊາດ. ດ້ວຍເຕັກນິກ ການປຸງແຕ່ງອາຫານ ທີ່ດີເດັ່ນ ຂອງຕົນ, ເພິ່ນໄດ້ປະດິດສ້າງ ແລະ ພັດທະນາອາຫານ ຫວຽດນາມ ໃໝ່ຫຼາຍເຍື່ອງຢ່າງບໍ່ຢຸດຢັ້ງ ແລະ ແຕ່ລະເຍື່ອງອາຫານຂອງເພິ່ນລ້ວນແຕ່ແມ່ນບົດປະພັນໜຶ່ງດ້ານສິລະປະ ທີ່ມີເລື່ອງທີ່ໜ້າສົນໃຈ. ຕົວຢ່າງ: ເຍື່ອງອາຫານ ເຂົ້າຈີ່ກະປູ, ເພິ່ນປະສົມເຂົ້າຈີ່ ເຂົ້າກັບຊ໊ອດ ກຸ້ງມັງກອນ ແລະ ໝາກພິກໄທຂຽວ ຝູ໋ກວກ - ຮັບປະທານ ກັບສະຫຼັດ ໝາກຖົ່ວ ຫຼື ເຍື່ອງອາຫານ ກຸ້ງມັງກອນ ຫອຍ ເຊລ, ຊີ້ນໝູ ເກືອປະສົມກັບຊ໊ອດໝາກເລັ່ນທີ່ເຜັດ ໃສ່ກັບ ເຂົ້າຂີ້ໝີ້ນ. ດ້ວຍເຄື່ອງເທດ ຫວຽດນາມ 2 ຊະນິດ ແມ່ນໝາກພິກໄທ ແລະ ຂີ້ໝີ້ນ ໄດ້ສ້າງລົດຊາດໃໝ່ໃຫ້ແກ່ບັນດາເຍື່ອງອາຫານທະເລຄື ກຸ້ງມັງກອນ ແລະ ຫອຍເຊລ.
ເຍື່ອງອາຫານ “ໄຂ່ສົມບູນແບບ” ຂອງເພິ່ນໄດ້ຮັບດາວ Michelin. ຫວ່າງມໍ່ໆ ມານີ້, Hervé Rodriguez ໄດ້ສະແດງລາຍການໄຂ່ໃນເທດສະການອາຫານ ທີ່ມີຊື່ວ່າ “ການປະດິດສ້າງຈາກໄຂ່” ຢູ່ ຫວຽດນາມ. ເຍື່ອງອາຫານ ຂອງ ເພິ່ນໄດ້ສ້າງແຮງບັນດານໃຈໃຫ້ພໍ່ ຄົວ ຫຼາຍຄົນ ແລະ ຊາວ ຫວຽດນາມ ສົມທົບກັນເຮັດອາຫານຈາກໄຂ່ ເພື່ອສະແດງ ຄວາມຮັກແພງກັບທຸກຄົນໃນ “ວັນຄອບຄົວ ຫວຽດນາມ”.
ເພິ່ນຍັງໄດ້ເອົາໃຈໃສ່ໃນການຝຶກອົບຮົມຄະນະພໍ່ຄົວ ຫວຽດນາມ ໃຫ້ກາຍເປັນພໍ່ຄົວດີເດັ່ນ, ບໍລິການລູກຄ້າ ດ້ວຍເຍື່ອງອາຫານທີ່ປະດິດສ້າງຈາກໃຈ ທີ່ໄດ້ຂຽນຈາກຊີວິດ.
ໃນຖານະ ເປັນຜູ້ຮັກວັດທະນະທຳ ຫວຽດນາມ, ທ່ານ Hervé Rodriguez ໄດ້ຮັບການເຊື້ອເຊີນ ຈາກສະມາຄົມພໍ່ຄົວອາຊີບ ຮ່າໂນ້ຍ ແລະ ສະມາຄົມ ຊຸບເປີ ພໍ່ຄົວໂລກຢູ່ ຫວຽດນາມ ເປັນຜູ້ເຊື່ອມໂຍງແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ ແລະ ຝຣັ່ງ ເພື່ອຊ່ວຍໃຫ້ ຫວຽດນາມ ໂຄສະນາເຍື່ອງອາຫານຂອງຕົນໃນປຶ້ມແນະນຳການເຮັດອາຫານ Michelin - ຈາກນັ້ນ ຈະຍົກສູງບົດບາດ ແລະ ຢືນຢັນທີ່ຕັ້ງຂອງອາຫານ ຫວຽດນາມ ໃນແຜນທີ່ປຸງແຕ່ງອາຫານໂລກ.
ອາຫານບາງເຍື່ອງ ໄດ້ປຸງແຕ່ງດ້ວຍສ່ວນປະກອບຈາກໄຂ່ ໂດຍພໍ່ຄົວ Hervé Rodriguez. ພາບ: ແທງຢາງ/VNP
ດໍາລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ບໍ່ພຽງແຕ່ເປັນ ພໍ່ຄົວເທ່ົານັ້ນ, ທ່ານ Hervé Rodriguez ຍັງເປັນ CEO ໃນຂົງເຂດຄຸ້ມຄອງຮ້ານອາຫານ. ເພິ່ນໄດ້ຕັ້ງຮ້ານອາຫານ ຊັ້ນສູງຫຼາຍແຫ່ງຢູ່ ຫວຽດນາມ. ດ້ວຍຄວາມສາມາດໂດດເດັ່ນ ຂອງ Hervé Rodriguez ໃນການສ້າງອາຫານ, ບັນດາ ເຍືື່ອງອາຫານທີ່ເພິ່ນປະດິດສ້າງຂຶ້ນ ຈະມີລົດຊາດຫອມແຊບ ແລະ ພອນສະຫວັນໃນການປະສົມສີ ຂອງ ສ່ວນປະກອບຜັກ ແລະ ໝາກໄມ້ທໍາມະຊາດ.
ນອກຈາກນັ້ນ, ທ່ານ Hervé Rodriguez ຍັງເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບດິນຟ້າອາກາດ ຂອງ ຫວຽດນາມ ດ້ວຍສ່ວນປະກອບຕາມລະດູການຂອງທ້ອງຖິ່ນ. ທ່ານ Herve Rodriguez ໃຫ້ຮູ້ວ່າ: “ກິນ ອາຫານ ໝາກໄມ້ຕາມລະດູການ ເພື່ອຮູ້ສຶກໄດ້ ແລະ ຊື່ນຊົມຍິນດີກັບທໍາມະຊາດ ທີ່ຢູ່ອ້ອມຂ້າງພວກເຮົາ. ທັງເປັນການຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດຢູ່ ຫວຽດນາມ”.
ປັດຈຸບັນ, ເພິ່ນຍັງຊອກຮູ້ຄຸນລັກສະນະຂອງເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ ເພື່ອພັດທະນາ ບັນດາເຍື່ອງອາຫານຫວຽດນາມ ເຂົ້າໃນປຶ້ມຄູ່ມືປຸງແຕ່ງອາຫານສາກົນ. ເພິ່ນພວມສ້າງຊຸມຊົນ ພໍ່ຄົວ ຫວຽດ ທີ່ມີພອນສະຫວັນ ເພື່ອເອົາຊະນະດາວMichelin ດ້ວຍອາຫານ ຫວຽດນາມໃນແຜນທີ່ປຸງແຕ່ງອາຫານສາກົນ.
ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ