ຕາມການຄາດຄະເນ ຂອງ ສະມາຄົມປຸງແຕ່ງ ແລະ ສົ່ງອອກ ສິນໃນນຳ້ ຫວຽດນາມ (VASEP), ສັນຍາ EVFTA ຊຶ່ງຫາກໍໄດ້ ສະພາແຫ່ງຊາດຮັບຮອງເອົາ ຈະນຳມາກາລະໂອກາດຫຼາຍຢ່າງ ໃຫ້ຂະແໜງການສົ່ງອອກ ຫວຽດນາມ, ໃນນັ້ນມີຂະແໜງການ ສິນໃນນໍ້າ ດ້ວຍຄວາມສາມາດ ຟື້ນຄືນປະລິມານການຜະລິດ ເພື່ອສົ່ງອອກ ຫຼັງການລະບາດ ໂຄວິດ -19.
ອີຢູ (EU) ເປັນຕະຫຼາດສົ່ງອອກສິນໃນນໍ້າໃຫຍ່ອັນດັບສອງ (ຮອງຈາກ ສ ອາເມລິກາ) ແລະ ກວມເອົາກວ່າ 17-18% ຍອດ ມູນຄ່າສົ່ງອອກສິນໃນນໍ້າ ຂອງ ຫວຽດນາມ. ໃນນັ້ນ ການສົ່ງອອກ ກຸ້ງ ໄປຍັງ ອີຢູ ກວມ 22% ສ່ວນແບ່ງຕະຫຼາດ, ປາສະຫວາຍ ກວມ11%, ບັນດາປະເພດສິນໃນນຳ້ກວມ 30-35%...
ການທ່ີສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນ ຮັບຮອງ ເອົາສັນຍາ EVFTA (ໃນວັນທີ 8 ມິຖຸນາ), ສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນຳ້ ຫວຽດນາມ (VASEP) ເຫັນວ່າ ການ ເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ ເຊ່ັນ EVFTA ໄດ້ນຳມາເຊິ່ງກາລະໂອກາດຫຼາຍຢ່າງ ໃຫ້ແກ່ ບັນດາ ຂະແໜງການສົ່ງອອກ, ນຳເຂົ້າ ເຊັ່ນ ຂະແໜງການສິນໃນນຳ້, ພິເສດແມ່ນກາລະໂອກາດຈາກພາສີສົ່ງອອກ, ນຳເຂົ້າ.
ສຳລັບ EVFTA, ທັນທີຫຼັງຈາກມີຜົນບັງຄັບໃຊ້, ເກືອບ 50% ຂອງ ອັດຕາພາສີ ທ່ີມີອັດຕາພື້ນຖານແຕ່ 0-22% (ສ່ວນຫຼາຍແມ່ນແຕ່ 6-22%) ຈະໄດ້ຫຼຸດອັດຕາພາສີລົງເປັນ 0% (ປະມານ 840 ປະເພດພາສີ). ປະມານ 50% ອັດຕາພາສີພື້ນຖານ ທ່ີຍັງເຫຼືອ 5,5-26% ຈະໄດ້ຫຼຸດອັດຕາພາສີລົງເປັນ 0%ພາຍຫຼັງ 3-7 ປີ.
ໂດຍສະເພາະ ການຜະລິດຕະພັນແປຮູບຈຳນວນໜຶ່ງ ທ່ີມີ ອັດຕະພາສີຂັ້ນພື້ນຖານສູງພໍຄວນ (20%) ຈະໄດ້ຫຼຸດລົງເປັນ 0% ໂດຍທັນທີເຊັ່ນ: (ຫອຍນາງລົມ, ຫອຍແມງພູ່, ປາມຶກ, ຫອຍເປົາອື້ ໄດ້ຜ່ານການປຸງແຕ່ງແລ້ວ...). ຜະລິດຕະພັນ ເກືອບ ທັງໝົດເຊ່ັນ: ປາມຶກ, ປາມຶກຍັກແຊ່ແຂງ ກຳລັງມີອັດຕາພາສີ ຂັ້ນພື້ນຖານ 6-8% ຈະໄດ້ຫຼຸດລົງເປັນ 0% ໂດຍທັນທີ. ປາທູນາ ແຊ່ແຂງ ກໍໄດ້ຫຼຸດລົງເປັນ 0% ໂດຍທັນທີ, ຍົກເວັ້ນແຕ່ຊີ້ນສັນຫຼັງ ປາທູນາ ແຊ່ແຂງ ຕ້ອງມີໄລຍະເວລາຫຼຸດພາສີ 7 ປີ ແລະ ຜະລິດຕະພັນ ປາທູນາ ອັດກະປ໋ອງ ມີໂຄຕ້າຊົມໃຊ້ພາສີ 0% ແມ່ນ 11.500 ໂຕນ.
ຈາກການເຂົ້າເປັນສະມາຊິກWTO, ພ້ອມກັບການເຂົ້າຮ່ວມ 16 ສັນຍາ FTA ກັບບັນດາປະເທດ, ໃນນັ້ນມີ 11 ສັນຍາ FTA ໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້, ກວມ 50% ການສົ່ງອອກ ສິນໃນນຳ້. ຈາກນັ້ນ ອິດທິພົນ ແລະ ເຄື່ອງໝາຍ ການຄ້າສິນໃນນຳ້ ຫວຽດນາມ ກໍໄດ້ຍົກສູງຂຶ້ນ ແລະ ຜະລິດຕະພັນ ໄດ້ສົ່ງອອກໄປຍັງ 160 ປະເທດໃນໂລກ. |
ສອງເປົ້າໝາຍສິນໃນນໍ້າ ທ່ີລ້ຽງຕົ້ນຕໍແມ່ນ ກຸ້ງ ແລະ ປາສະຫວາຍ ມີ ໄລຍະເວລາຫຼຸດພາສີຄື ກຸ້ງກຸລາດໍາ ແຊ່ແຂງ (HS 03061792) ໄດ້ຫຼຸດແຕ່ອັດຕາຂັ້ນພື້ນຖານ 20% ລົງ 0% ໂດຍທັນທີ, ບັນດາຜະລິດຕະພັນກຸ້ງປະເພດອ່ືນໆ ຕ້ອງມີໄລຍະ ເວລາຫຼຸດພາສີ ແຕ່ 3-5 ປີ, ສະເພາະກຸ້ງຜ່ານການປຸງແຕ່ງແລ້ວ ຕ້ອງມີໄລຍະເວລາຫຼຸດພາສີ 7 ປີ. ສ່ວນປາສະຫວາຍ ມີໄລຍະ ເວລາຫຼຸດພາສີ 3 ປີ, ສະເພາະປາ ຮົມຄວັນຕ້ອງມີໄລຍະເວລາ ຫຼຸດພາສີ 7 ປີ.
ນອກຈາກນັ້ນ, ເມື່ອເຂົ້າຮ່ວມ FTA ລຸ້ນໃໝ່ເຊັ່ນ EVFTA, ສິນໃນ ນຳ້ຫວຽດນາມ ຈະມີໂອກາດຂະຫຍາຍຕະຫຼາດສົ່ງອອກ, ເພີ່ມ ຄວາມສາມາດໃນການແຂ່ງຂັນເມື່ອທຽບກັບຄູ່ແຂ່ງ (ອິນເດຍ, ໄທ) ທີ່ຍັງບໍ່ທັນມີ FTA ກັບບັນດາ ຄູ່ຮ່ວມມື; ດຶງດູດການລົງທຶນ ຈາກຕ່າງປະເທດ, ຍົກສູງເຕັກໂນໂລຊີ ການຜະລິດ ແລະ ຄຸນນະພາບ ຜະລິດຕະພັນ; ຮັບປະກັນ ສະພາບແວດລ້ອມ ແລະ ສະຖານະ ທາງທຸລະກິດ ມີຄວາມໂປ່ງໃສ ແລະ ມີສະຖຽນ ລະພາບຫຼາຍຂຶ້ນ. (ຍ້ອນການປັບປຸງລະບຽບການ, ນະໂຍບາຍ ທີ່ສອດຄ່ອງ ກັບຂໍ້ກໍານົດ FTA).
ໃນ 20 ກວ່າປີຜ່ານມາ, ການສົ່ງອອກສິນໃນນຳ້ ຫວຽດນາມ ເພີ່ມຂຶ້ນສະເລັ່ຍ 13% ປີ, ຈາກ 600 ລ້ານ ໂດລາສະຫະລັດ ເພີ່ມຂຶ້ນ ເກືອບ 9 ຕື້ ໂດລາສະຫະລັດ. ສິນໃນນຳ້ເປັນໜຶ່ງ ໃນ ບັນດາຂະແໜງການນຳໜ້າ ກ່ຽວກັບ ການເຊື່ອມໂຍງ ເຂົ້າກັບ ສາກົນ. ຜະລິດຕະພັນສິນໃນນຳ້ໄດ້ສົ່ງອອກໄປຍັງ 160 ປະເທດ ໃນໂລກ ກັບການເພີ່ມຂຶ້ນຢ່າງແຂງແຮງ ບັນດາປະເພດສິນຄ້າ ຕົ້ນຕໍເຊັ່ນ ກຸ້ງ (3,5-4 ຕື້ ໂດລາສະຫະລັດ/ປີ); ປາສະຫວາຍ (1,8-2,2 ຕື້ ໂດລາສະຫະລັດ/ປີ); ປາທູນາ, ປາມຶກຍັກ (1,8-2,2 ໂດລາສະຫະລັດ/ປີ) ແລະ ບັນດາປະເພດປາອື່ນໆ (1,2-1,5 ໂດລາສະຫະລັດ/ປີ)...
ບົດ: VNP ສັງລວມ - ພາບ: VNP, VNA