• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

David Lapetina - ຜູ້ “ສ້າງແຮງບັນດານໃຈ” ໃຫ້ນັກສຶກສາຂະ ແໜງ ເຕັກໂນໂລຢີ ຂໍ້ມູນຂ່າວສານ

David Lapetina ມາຈາກ​ປະ​ເທດ ​ຝຣັ່ງ, ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາກວ່າ 10 ປີແລ້ວ. ເພິ່ນ​ເປັນ​ຜູ້​ສ້າງແຮງ ບັນດານໃຈ ​ໃຫ້ໄວ​ໜຸ່ມ​ຫຼາຍ​ຄົນ​ ທີ່​ມີຄວາມຮັກມັກກັບການ ຂຽນ ຊອບ​ແວ ​ແລະ ຕັ້ງໜ້າ​ຮ່ຳຮຽນ​ເພື່ອ​ກາຍ​ເປັນ​ນັກ​ວິສະວະກອນ IT ທີ່​ດີ​ເດັ່ນ ຂອງ ຫວຽດນາມ.

David Lapetina ເຮັດວຽກໃຫ້ TIBCO ຫວຽດນາມ - ບໍລິສັດເຕັກໂນໂລຢີ ຊອບແວ ຂອງ ຝຣັ່ງ ທີ່ມີສາຂາ ຢູ່ ຫວຽດນາມ ຕັ້ງແຕ່ປີ 2011. ເມື່ອເພິ່ນຍ້າຍມາເຮັດວຽກ ຢູ່ ຮ່າໂນ້ຍ, ທຸກສິ່ງທຸກຢ່າງແມ່ນສິ່ງແປກໃໝ່. ທ່ານ David Lapetina ​ໃຫ້​ຮູ້​ວ່າ: “ຫວຽດນາມ ມີ​ອັດ ຕາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ໃໝ່​ໄວ ​ແລະ ສູງ​ສົມຄວນ, ປະກອບ ສ່ວນ​ເຮັດ​ໃຫ້​ ຫວຽດນາມ ​ເປັນ​ທີ່​ດຶງ​ດູດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີ ສາກົນ ເຂົ້າມາ​ລົງທຶນ”.

ເບື້ອງຕົ້າມາ​ເຮັດ​ວຽກ​ຢູ່​ ຮ່າ​ໂນ້ຍ ​ເປັນ​ຄັ້ງ​ທຳ​ອິດ, ທ່ານ David Lapetina ​ໄດ້​ຮັບ​ຕຳ​ແໜ່​ງ TIBCO Orchestra Networks, ​ໄດ້​ເຂົ້າ​ຮ່ວມ​ຮັບ​ສະໝັກ ​ພະນັກງານ 60 ຄົນ​ທີ່​ເປັນ​ວິ​ສະ​ວະ​ກອນຫວຽດ ນາມ, ຈາກນັ້ນ ​ໄດ້ສ້າງ​ຂະ​ບວນ ການ​ເຮັດ​ວຽກ ​ພ້ອມ​ທັງ​ບຳລຸງ​ສ້າງ​ບຸກຄະລາ​ກອນ​ໃຫ້​ແກ່​ບໍລິສັດ. ວຽກງານດັ່ງກ່າວ ໄດ້ໃຫ້ David Lapetina ມີໂອກາດສ້າງເຄືອຂ່າຍກັບຄູ່ຮ່ວມມືຈໍານວນຫຼາຍ ລວມ ທັງມະຫາ ວິທະຍາໄລ ແລະ ບັນດາວິສາຫະກິດທ້ອງຖິ່ນ. ຈາກ​ນັ້ນ, ທ່ານ David Lapetina ໄດ້​ຊ່ວຍໜູນ ບັນດາ​ຄູ່​ຮ່ວມ​ມື​ບຳລຸງ​ສ້າງ​ບຸກຄະລາ​ກອນ ​ແລະ ຄັດ​ເລືອກ​ເອົາ​ບັນດາ​ຜູ້​ມີ​ພອນ​ສະຫວັນ​ ໃນ​ຂະ  ແໜງອຸດສາຫະກຳ​ ຊອບ​ແວ ​ຢູ່ ຫວຽດນາມ.

David Lapetina - ຜູ້ “ສ້າງແຮງບັນດານໃຈ” ໃຫ້ນັກສຶກສາຂະແໜງ ເຕັກໂນໂລຢີ ຂໍ້ມູນຂ່າວສານ. ພາບ: ແທງຢາງ/VNP
ທ່ານ David Lapetina ແບ່ງປັນວິທີສ້າງຄວາມປະທັບໃຈ ສ່ວນຕົວໃນການຮັບສະໝັກ ວິສະວະກອນ ເຕັກໂນໂລຢີ ກັບນັກ ສຶກສາຈາກມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ (ຮ່າໂນ້ຍ). ພາບ: ແທງຢາງ/VNP
ທ່ານ David Lapetina ເຂົ້າຮ່ວມງານສຳມະນາ ສາກົນ ສົ່ງ ເສີມອຸດສາຫະກຳ ປະດິດສ້າງຢູ່ ຫວຽດນາມ. ພາບ: ແທງຢາງ/VNP
ນັກສຶກສາ ຝຶກທັກສະການສໍາພາດວຽກ ຢູ່ຕໍ່ໜ້ານາຍຈ້າງ ພາຍໃຕ້ການຊີ້ນໍາ ຂອງ ທ່ານ David Lapetina. ພາບ: ແທງຢາງ/VNP
ໃນງານສໍາມະນາ, ທ່ານ David Lapetina ໄດ້ແບ່ງປັນ ທັກ ສະເພື່ອຊຸກຍູ້ໃຫ້ມີຄວາມຄິດສ້າງສັນ ສໍາລັບ ວິສະວະກອນ ເຕັກ ໂນໂລຢີ ຂໍ້ມູນຂ່າວສານ ທີ່ເຮັດວຽກ ໃນດ້ານ ຊອບແວ. ພາບ: ແທງຢາງ/VNP
ບັນດາ​ຜູ້​ຊ່ຽວຊານ​ສາກົນ​ທີ່​ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ປະດິດ​ສ້າງ​ຢູ່ ຫວຽດນາມ ​ພ້ອມກັບ David Lapetina ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ: “ອຸດສາຫະກຳ​ສ້າງສັນ: ອະດີດ, ປັດຈຸບັນ ​ແລະ ອະນາຄົດ”. ພາບ: ແທງຢາງ/VNP

ທ່ານ David Lapetinac ກ່າວວ່າ: “ຫວຽດນາມ ແມ່ນປະເທດທີ່ຂະ ຫຍັນຂັນເຄື່ອນໃນຂະແໜງ ອຸດສາຫະກຳ ເຕັກໂນໂລຢີ ດ້ວຍບັນ ດາບໍລິສັດ ເລີ່ມຕົ້ນການດຳເນີນເຮັດ ທຸລະກິດນັບເປັນຈຳນວນຫຼວງ ຫຼາຍ. ຫວຽດນາມ ມີ​ປະຊາກອນ​ໜຸ່ມ, ບຸກຄະລາ​ກອນ ທີ່ເຮັດວຽກໃນຂະແໜງ ເຕັກໂນໂລຢີ ລະດັບ​ການ​ສຶກສາ​ສູງ ​ແລະມີ​ຄວາມ ສາ ມາດສູງ”. ສະ​ນັ້ນ, ຕະຫຼາດ​ເຕັກ​ໂນ​ໂລ​ຢີ ​ແລະ ຊອບ​ແວ ​ຢູ່  ຫວຽດ ນາມ ​ແມ່ນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ສຸດ, ສະ​ນັ້ນ ທ່ານ David Lapetina ​ໄດ້​ມີຄວາມ​ໄວ້​ວາງ​ໃຈ​ໃຫ້ TIBCO ຫວຽດນາມ, ​ເຊິ່ງຈະ​ມີ​ບັນດາ​ໂຄງການ ​ແລະ ຜະລິດ​ຕະພັນ ​ທີ່​ເປັນ​ປະ​ໂຫຍ​ດ.

ທ່ານ David Lapetinac ໄດ້ເຮັດວຽກກັບມະຫາວິທະຍາໄລ ຫວຽດ - ຍີ່ປຸ່ນ ແລະ ພ້ອມກັບມະຫາວິທະຍາໄລ ຈັດຕັ້ງງານສຳມະນາຈຳ ນວນໜຶ່ງ ກ່ຽວກັບຫົວຂໍ້ ວິຊາສະເພາະ ແລະ ທັກສະອ່ອນ ໃຫ້ແກ່ນັກສຶກສາ. ໃນຂະນະດຽວກັນ, ທ່ານ David Lapetina ຍັງເປັນທີ່ປຶກ ສາກຸ່ມ ແລະ ເປັນຄູ ຝຶກສອນໃຫ້ນັກຮຽນ ເພື່ອຊ່ວຍໃຫ້ເຂົາເຈົ້າມີພື້ນ ຖານ ທາງວິຊາການທີ່ດີ, ພັດທະນາທັກສະອ່ອນ ຂອງຕົນເອງ, ຈາກນັ້ນ ນັກຮຽນມີຄວາມສັງເກດລວມກ່ຽວກັບສິ່ງທີ່ເຂົາເຈົ້າ ຄາດຫວັງໃນຂະແໜງວິຊາການ ແລະ ຮຽນຮູ້ທັກສະທີ່ເປັນປະໂຫຍດ ຈາກປະສົບການ ໃນ 20 ປີເຮັດວຽກ ຂອງ David Lapetinac.

 

ບັນດາ​ພະນັກງານຂອງ​ມະຫາວິທະຍາ​ໄລ ​ຍີ່ປຸ່ນ - ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກັບ​ທ່ານ David Lapetina. ພາບ: ແທງຢາງ/VNP

ນັກຮຽນຝຶກທັກສະການສໍາພາດວຽກຢູ່ຕໍ່ໜ້ານາຍຈ້າງ ພາຍໃຕ້ການຊີ້ນໍາຂອງ David Lapetina. ພາບ: ແທງຢາງ/VNP

ນັກສຶກສາ ມີຄວາມສົນໃຈໃນການສົນທະນາກັບທ່ານ David Lapetina. ພາບ: ແທງຢາງ/VNP

David Lapetina ຖ່າຍຮູບທີ່ລະນຶກກັບນັກສຶກສາມະຫາວິທະຍາໄລ ຍີ່ປຸ່ນ -ຫວຽດນາມ. ພາບ: ແທງຢາງ/VNP

ຂ້າພະ​ເຈົ້າ​ຍັງ​ໄດ້​ມີ​ໂອກາດ​ໄດ້​ເຂົ້າຮ່ວມ ການ​ແລກປ່ຽນ​ບົດຮຽນ ​ກ່ຽວ​ກັບ​ການ​ກະກຽມ​ຄວາມ​ສາມາດ​ໃນ​ການ​ສະໝັກ​ວຽກ​ທີ່ David Lapetinac ຈັດຕັ້ງ ຢູ່​ມະຫາວິທະຍາ​ໄລ ຫວຽດ - ຍີ່ປຸ່ນ. ເຫດການດັ່ງກ່າວ ມີຄວາມໝາຍຫຼາຍ ສຳລັບນັກສຶກສາ ທີ່ຈະຮຽນຈົບມະຫາ ວິທະຍາໄລ ແລະ ກະກຽມເຂົ້າສູ່ວິຊາຊີບ.

ທ່ານ David Lapetina ​ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ນັກ​ສຶກ​ສາ ​ຫວຽດ​ນາມ ​ທຸກ​ຄົນ​ສາ​ມາດ​ກາຍ​ເປັນ​ວິ​ສະ​ວະ​ກອນ ​ຊອບ​ແວ​ ທີ່​ດີ”. ​ທ່ານ David Lapetina ເຫັນວ່າ ນອກຈາກ​ຄວາມ​ຮູ້​ແລ້ວ, ນັກ​ສຶກສາ​ ຫວຽດນາມ ​ໄດ້​ຮ່ຳຮຽນ 3 ​ເສົາ​ຄ້ຳ. ທໍາອິດແມ່ນວິທີການວິ ທະຍາສາດ: ມີການທົດສອບຢູ່ສະເໝີ, ກວດກາ ແລະ ພິສູດສົມມຸດ ຕິຖານຂອງທ່ານ. ສອງ: ແມ່ນຕ້ອງມີຄວາມຢາກຮູ້ ຢາກເຫັນ: ຮຽນຮູ້ສິ່ງໃໝ່ໆ ຢູ່ສະເໝີ, ຖາມວ່າ ເປັນຫຍັງ ແລະ ວິທີການທີ່ຈະເຂົ້າໃຈຢ່າງແທ້ຈິງ ກ່ຽວກັບເຕັກໂນໂລຢີ ທີ່ທ່ານກໍາລັງໃຊ້. ສາມ: ​ແມ່ນ​ການ​ພັດທະນາ​ຄວາມ​ສາມາດ​ດ້ານ​ການ​ສື່ສານ ​ແລະ ການ​ຟັງ​ຢ່າງ​ຫ້າວຫັນ.

ຖ້າເວົ້າເລື່ອງວຽກ, ບໍ່ເຄີຍເຫັນທ່ານ David Lapetinac ໝົດແຮງຈັກເທື່ອ, ເພິ່ນຊ່ວຍເຫຼືອນັກສຶກສາ ຫວຽດ ແລະ ສະໜັບສະໜູນເຂົາ ເຈົ້າຢູ່ສະເໝີ ໃນການຕັ້ງຄຳຖາມ ກ່ຽວກັບສະຖານະການ, ພ້ອມກັນແລກປ່ຽນຄຳຖາມທີ່ ເຂົາເຈົ້າກຳລັງປະເຊີນຢູ່ ​ເພື່ອໃຫ້ເພິ່ນມີຄຳແນະນຳ ແລະ  ຊອກຫາທາງອອກ ທີ່ດີທີ່ສຸດສຳລັບວຽກ.

ນອກ​ເໜືອ​ໄປ​ຈາກ​ການ​ເຮັດ​ວຽກ​ຢູ່ Tibco ຫວຽດນາມ, ທ່ານ David Lapetinac ຍັງ​ເປັນ​ອາຈານມວຍ Jiu Jitsu, ວິຊາມວຍໜຶ່ງຂອງ ບຣາຊິນ. ເພິ່ນ ແລະ ເພື່ອນຫຼາຍຄົນ ທີ່ມາຈາກຫຼາຍປະເທດໃນໂລກ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ໄດ້ສ້າງສະມາຄົມມວຍໜຶ່ງຂຶ້ນ, ພ້ອມກັນຝຶກຊ້ອມເພື່ອສຸຂະພາບ. ທ່ານ David Lapetinac ມັກກິນອາຫານ ຫວຽດ ແລະ ຍັງແຕ່ງ ອາຫານ ຫຼາຍເຍື່ອງໃຫ້ຄອບຄົວໄດ້ກິນອີກດ້ວຍ.

ນອກຈາກນຳໃຊ້ພາສາ ອັງກິດ ແລະ ພາສາ ຝຣັ່ງ ໄດ້ຢ່າງຄ່ອງແຄ້ວແລ້ວ, ທ່ານ David Lapetina ຍັງພະຍາຍາມ ຮຽນພາສາ ຫວຽດ ເພື່ອເຂົ້າໃຈປະເທດຊາດ ແລະ ຜູ້ຄົນຫວຽດນາມ. ສຳລັບ​ເພິ່ນແລ້ວຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ ​ເທົ່າ​ນັ້ນ, ແຕ່​ຍັງ​ແມ່ນ​ສ່ວນ​ໜຶ່ງ​ໃນຊີ​ວິດ​ ຂອງ​ ເພິ່ນອີກດ້ວຍ”.

 

BOX: David Lapetinac ເປັນຜູ້ຊ່ຽວຊານດ້ານ ຊອບແວ EAI/SOA. ໃນ ຝຣັ່ງ, ເພິ່ນເຄີຍເປັນນັກປາຖະກະຖາ ຂອງ ລາຍ ການວິທະຍຸ ກະຈາຍສຽງ ກ່ຽວກັບ ຊອບແວ ຟຣີ (2007-2009). ເພິ່ນຍັງເປັນຜູ້ກໍ່ຕັ້ງ ແລະ ຜູ້ຈັດພິມເຜີຍແຜ່ຂອງ webzine ວັດທະ ນະທໍາ http://www.onirik.net (ເວັບມີບົດຄວາມຈໍານວນຫຼາຍທີ່ແບ່ງປັນກ່ຽວກັບຄວາມງາມ ທາງດ້ານວັດທະນະທໍາ ຂອງ ບັນດາປະເທດທົ່ວໂລກ). ທ່ານ David Lapetinac ຍັງມັກຂຽນບົດຄວາມ ກ່ຽວກັບ ຫົວຂໍ້ I.T ໃຫ້ແກ່ ວາລະສານ ຄວາມປອດໄພ Pirates Mag” ແລະ Le Monde Informatique”.

ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top