• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

David Evans- ແຕ້ມ ຫວຽດນາມ ຈາກ ປະຫວັດສາດ ແລະ ນິຍາຍ

ທ່ານ David Evans(ຊາວ ອາເມລິກາ) ເປັນຈິດຕະກອນພິເສດ ຄົນໜຶ່ງ, ເພິ່ນແຕ້ມຮູບ ກ່ຽວກັບ ຫວຽດນາມ ຈາກເລື່ອງລາວ ທີ່ຫາ ໄດ້ຈາກບັນພະບຸລຸດ ວັດທະນະທຳ ຜູ້ມີຊື່ສຽງ ຫຼື ຈາກໂຄງ ເທບ ນິຍາຍ ແລະ ເລື່ອງລາວ ທີ່ສືບ

ທ່ານ David Evans ເກີດເມື່ອປີ 1990, ເພິ່ນຮຽນຂະແໜງປະ ຫວັດສາດ, ຈົບປະລິນຍາໂທ ທີ່ມະຫາວິທະຍາໄລ Long Island ຢູ່ Brooklyn, New York, ສ ອາເມລິກາ. ເພິ່ນມາ ຫວຽດນາມ ດ້ວຍຈຸດປະສົງ ຢາກດຳລົງຊີວິດຢ່າງເອກະລາດ ແລະ ສາມາດ ຊອກຮູ້ຈຸດສວຍງາມດ້ານວັດທະນະທຳ ຫວຽດ. ໃນຊຸມມື້ທຳອິດ ທີ່ມາ ຮ່າໂນ້ຍ, ທ່ານ David Evans ສອນວິຊາ ປະຫວັດສາດ ຢູ່ ໂຮງຮຽນສາກົນ ຈຳນວນໜຶ່ງ ແລະ ເປັນບັນນາທິການ ໃຫ້ແກ່ ບັນດາ ໜັງສືພິມຂອງ ຫວຽດນາມ. ວຽກງານດັ່ງກ່າວ ຊ່ວຍໃຫ້ ເພິ່ນມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ຮ່າໂນ້ຍ ແລະ ປະຫວັດສາດ ຫວຽດນາມ ຜ່າຍເລື່ອງລາວ ຫຼາຍບົດ. ເພິ່ນໃຫ້ຮູ້ວ່າ: “ຂ້າພະເຈົ້າ ປະທັບໃຈ ດ້ານປະຫວັດສາດ ຂອງ ຫວຽດນາມ, ພິເສດແມ່ນ ຫວຽດນາມ ໃນການຕໍ່ສູ້ ປົດປ່ອຍ ພາກໃຕ້ ເມື່ອປີ 1975. ພາຍ ໃຕ້ ການສັງເກດ ຂອງຄູສອນ ປະຫວັດສາດຄົນໜຶ່ງ, ຂ້າພະເຈົ້າໄດ້ ຊອກຮູ້ຢ່າງລະອຽດ  ກ່ຽວກັບ ການສູ້ຮົບ ລະຫວ່າງ ອາເມລິກາ ແລະ ຫວຽດນາມ ເພື່ອສາມາດ ເຂົ້າໃຈ ກ່ຽວກັບ ຫວຽດນາມ ໄດ້ຫຼາຍ ກວ່າເກົ່າ”.  

ຫຼັງຈາກມາ ຫວຽດນາມ, ເພິ່ນໄດ້ຮຽນດ້ວຍຕົນເອງ ແລະ ຊອກຮູ້ ກ່ຽວກັບບັນ ບັນພະບຸລຸດ ວັດທະນະທຳ ແລະ ບັນດາເທບນິຍາຍ ທີ່ ຕິດພັບກັບ ຫວຽດນາມ ຄື: ເທບນິຍາຍ ລາກລອງກວັນ ແລະ ແມ່ ເອົາເກີ, ນັກກະວີ ໂຮ່ຊວນເຮືອງ  ຫຼື ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ. ບັນດາ ບັນພະບຸລຸດ ວັດທະນະທຳດັ່ງກ່າວ ໄດ້ນຳເຂົ້າໃນຮູບແຕ້ມ ຂອງເພິ່ນ ແບບທຳມະຊາດ. ງານວາງສະແດງຮູບແຕ້ມ ໃນຫົວຂໍ້ Scroll (ມ້ວນ) ໄດ້ຈັດຂຶ້ນຢູ່ Tach Space ຮ່າໂນ້ຍ ເປັນຊຸດສະ ສົມຮູບແຕ້ມ ເທບນິຍາຍ ຂອງ ທ່ານ David Evans ເຊິ່ງສະແດງ ໃຫ້ເຫັນ ເລື່ອງລາວໜຶ່ງ ທີ່ແກ່ຍາວ ແຕ່ອະດີດຫາ ປັດຈຸບັນ. ຊ່າງພາບ ໂດ໋ກວາງເກື່ອງ, ຜູ້ຮ່ວມງານຄົນໜຶ່ງ ຂອງ ທ່ານ David Evans ຢູ່ ຫວຽດນາມ ໄດ້ກ່າວວ່າ: “ຮູບແຕ້ມ ຂອງ David Evans ໄດ້ແຕ້ມ ຕາມແບບນາມມະທໍາ. ເພິ່ນມີບັນຫາກ່ຽວກັບສາຍຕາ, ຕ້ອງໃຊ້ ແວ່ນຕາສັ້ນ 11 ອົງສາ, ແຕ່ເພິ່ນແຕ້ມຮູບ ດ້ວຍຄວາມ ສາມາດຂອງຕົນ”.  


ນັກແຕ້ມ David Evans (ອາເມລິກາ) ເດືອນ ທັນວາ 2021. ພາບ: ແທງຢາງ/VNP


ທ່ານ David Evans ພວມສໍາເລັດຂັ້ນຕອນສຸດທ້າຍ ໃນການ ແຕ້ມຮູບແຜ່ນໜຶ່ງຂອງຕົນ. ພາບ: ແທງຢາງ/VNP


ທ່ານ David Evans ເຄີຍມີນິໄສມັກອ່ານໜັງສື ແລະ ຮຽນຮູ້ປະຫວັດສາດ ຫວຽດນາມ. ພາບ: ແທງຢາງ/VNP


ຫວ່າງເວຫາໃນງານວາງສະແດງຂອງທ່ານ David Evans. ພາບ: ໂດ໋ກວາງເກື່ອງ


ຜົນງານທີ່ເປັນເອກະລັກດ້ວຍການຫຼິ້ນສີທີ່ອົບອຸ່ນ ແລະ ເຈາະເລິກໂດຍສິລະປິນ David Evans. ພາບ: ແທງຢາງ/VNP


ຊົມໄດ້ໄປຢ້ຽມຢາມງານວາງສະແດງ "Scroll" ຂອງທ່ານ David Evans. ພາບ: ແທງຢາງ/VNP

ທິດສະດີ ຂອງ David Evans ແມ່ນ “ຂ້າພະເຈົ້າບໍ່ຢາກແຕ້ມມະ ຫາສະໝຸດ, ຂ້າພະເຈົ້າຢາກແຕ້ມຈິດໃຈ ຂອງ ມະຫາສະໝຸດ”. ທິດສະດີ ດັ່ງກ່າວ ໄດ້ກະຕຸ້ນວຽກງານຂອງເພິ່ນ ແລະ ເປັນກຳລັງ ໃຈໃຫ້ເພິ່ນ ແຕ້ມໄດ້ຮູບແຕ້ມ ຮ້ອຍກວ່າແຜ່ນ ໃນສອງປີ ທີ່ເຮັດ ວຽກ ຢູ່ ຮ່າໂນ້ຍ. 

ຫົວຂໍ້ຕົ້ນຕໍໃນຮູບແຕ້ມ ຂອງ ທ່ານ David Evans ແມ່ນ ບັນດາ ເລື່ອງລາວ ທີ່ຫາໄດ້ຈາກປະຫວັດສາດ, ມີຄວາມສະໜິດ ຕິດພັນ ກັບ ວັນນະຄະດີ ຫວຽດນາມ ແລະ ໂລກ. ວັນນະຄະດີ ແລະ ຈິດ ຕະກຳ, ທັງສອງບໍ່ສາມາດແຍກອອກຈາກກັນ ໃນແຕ່ລະຫົວຂໍ້ ຂອງ ຮູບແຕ້ມ. ປະຫວັດສາດ ຂອງ ວັນນະຄະດີ ຫວຽດນາມ ເປັນ ສົມບັດທີ່ລໍ້າຄ່າ, ເປັນວັດຖຸພັນ ເພື່ອໃຫ້ David Evans ນຳເຂົ້າ ໃນ ບັນດາຮູບແຕ້ມ ຂອງຕົນ. ທຸກສິ່ງທຸກຢ່າງ ທີ່ເພິ່ນພົບເຫັນຢູ່ ຮ່າໂນ້ຍ ຫຼື ຢູ່ເຂດຊົນນະບົດຂອງ ຫວຽດນາມ ລ້ວນມີຫຼາຍຄວາມ ໝາຍ. 

ຜົນງານການປະດິດແຕ່ງຈຳນວນໜຶ່ງຂອງທ່ານ David Evans:












ຫວຽດນາມ ເປັນປະເທດມີຂຸມຊັບ ເທບນິຍາຍ ທີ່ໜ້າຈັບໃຈ, ອ່ານ ປຶ້ມ ຫວຽດນາມ David Evans ຄືໄດ້ສໍາຜັດກັບຊີວິດ ຕົວຈິງ ໃນ ເທບນິຍາຍ. ເພິ່ນໃຫ້ຮູ້ວ່າ: “ຂ້າພະເຈົ້າເຊື່ອວ່າ ຜົນສຳເລັດ ອັນຍິ່ງ ໃຫຍ່ທີ່ສຸດ ຂອງ ຂ້າພະເຈົ້າ ໃນເວລາຢູ່ ຫວຽດນາມ ແມ່ນງານວາງ ສະແດງ Scroll ທີ່ເຕັມໄປ ດ້ວຍສິລະປະ NGA Art Spaces. ນີ້ແມ່ນການ ປະສົມປະສານ ຂອງ ໂຄງການໜຶ່ງ ທີ່ແກ່ຍາວເປັນເວລາ 2 ປີ, ເລົ່າກ່ຽວກັບກອນລຳ ປະຫວັດສາດ ໜຶ່ງດ້ວຍຮູບພາບ, ໃນນັ້ນ ຄຳສັບເປັນຕົວລະຄອນເອກ. ຜູ້ຊົມ ຈະໄດ້ສຳຜັດ ໂດຍກົງ ກອນລຳປະຫວັດສາດ ກ່ຽວກັບ ຫວຽດນາມ. ນັ້ນແມ່ນ ເທບນິຍາຍ ແມ່ ເອົາເກີ ແລະ ລາກລອງກວັນ, ເປັນເທບນິຍາຍ ລູກມັງກອນ ຫຼານ ເທວະດາ...”. 

ທ່ານ David Evans ປາດຖະໜາ ຢາກນໍາ ປະຫວັດສາດຂອງ ຫວຽດນາມ ເຂົ້າໃນບັນດາຮູບແຕ້ມ ເພື່ອແນະນຳ ໃຫ້ເພື່ອນມິດ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ປະເທດ ຫວຽດນາມ ພວມ ພັດທະນາ ແລະ ມີຊີວິດຊີວາ. ເພິ່ນຄາດວ່າ ຈະພິມ ຈຳໜ່າຍປຶ້ມຫົວໜຶ່ງ ກ່ຽວກັບປະຫວັດສາດ ຫວຽດນາມ. ນັ້ນແມ່ນ ວິທີໜຶ່ງ ທີ່ເພິ່ນສະແດງ ຄວາມຮັກຂອງຕົນຕໍ່ ຫວຽດນາມ.  

 

ບົດ: ບິກເວິນ - ພາບ: ແທງຢາງ, ໂດ໋ກວາງເກື່ອງ - ແປໂດຍ: ຢືຟຽນ

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

Top