ປະເທດ ຫວຽດນາມ ພວມພັດທະນາຢ່າງໄວວາ ແຕ່ເພື່ອດຶງດູດບັນດານັກລົງທຶນຫຼາຍກ່ວາອີກ, ສິ່ງສຳຄັນແມ່ນຕ້ອງເປີດເຜີຍສະພາບເສດຖະກິດຢ່າງຈະແຈ້ງ
ໃນຂອບເຂດເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2026, ວັນທີ 26 ຕຸລາ, ຢູ່ນະຄອນ ໂຮ່ຈິມິນ, ໄດ້ຈັດລາຍການ CEO 500 – ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນກົງວິງ ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ່ຈິມິນ ເນັ້ນໜັກວ່າ
ນີ້ແມ່ນການໂອ້ລົມສົນທະນາພິເສດທີ່ສຸດ ຍ້ອນວ່າ ສຳລັບພວກຂ້າພະເຈົ້າ, ເລື່ອງລາວໃນມື້ນີ້ ບໍ່ພຽງແຕ່ແມ່ນດຶງດູດເງິນລົງທຶນຕື່ມອີກເທົ່ານັ້ນ ແຕ່ສຳຄັນກ່ວາ ນັ້ນແມ່ນໄດ້ພ້ອມກັບບັນດານັກລົງທຶນ ຮັບຮູ້ບັນດາໂອກາດໃໝ່, ຄຳຮຽກຮ້ອງໃໝ່, ພ້ອມກັນແກ້ໄຂບັນດາບັນຫາການພັດທະນາລະອຽດ ແລະ ພ້ອມກັນສ້າງໂອກາດ ແລະ ກຳລັງໜູນການເຕີບໂຕໃໝ່, ໂດຍສະເພາະແມ່ນໃນສະພາບການທີ່ລະເບີດວິທະຍາສາດ ເຕັກໂນໂລຊີ ແລະ ຄວາມຕ້ອງການເຊື່ອມຕໍ່ກະແສທຶນທີ່ມີຂອບຂະໜາດທົ່ວໂລກ.
ທີ່ລາຍການ, ແບ່ງປັນບົດທາບທາມຄວາມເຫັນດ້ວຍຫົວຂໍ້ “ມູມມອງທົ່ວໂລກ: ກະແສການເຕີບໂຕຕໍ່ໄປ”, ທ່ານ Fazurin Jamaludin, ຫົວໜ້າຜູ້ຕາງໜ້າກອງທຶນເງິນຕາສາກົນປະຈຳ ຫວຽດນາມ ແລະ ລາວ ສະເໜີວ່າ:
ປະເທດ ຫວຽດນາມ ພວມພັດທະນາຢ່າງໄວວາ ແຕ່ເພື່ອດຶງດູດບັນດານັກລົງທຶນຫຼາຍກ່ວາອີກ, ສິ່ງສຳຄັນແມ່ນຕ້ອງເປີດເຜີຍສະພາບເສດຖະກິດຢ່າງຈະແຈ້ງ ແລະ ໜຶ່ງໃນບັນດາສິ່ງທີ່ສາມາດເຮັດໄດ້ ແມ່ນອັບເດັດຂໍ້ມູນກ່ຽວກັບພື້ນຖານເສດຖະກິດ ເພື່ອໃຫ້ບັນດານັກລົງທຶນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງສາມາດຕີລາຄາ ແລະ ຍົກອອກຂໍ້ໃຫ້ສັງເກດຖືກຕ້ອງກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ແລະ ຊຸກຍູ້ບັນດາໂຄງການລົງທຶນ.
(ແຫຼ່ງຄັດຈາກ VOV)