ດ້ວຍປະສົບການ 20 ປີ ທ່ີເຮັດວຽກໃນຂົງເຂດເຕັກໂນໂລຊີ ເປີດ ຢູ່ ປະເທດຝຣັ່ງ, ທ່ານນາງ Céline Charpiot ເປັນສະ ມາຊິກ ຄະນະກໍາມະການບໍລິຫານຂອງ French Tech Vietnam ແລະ ເປັນປະທານຂອງ Bond’Innov. ປີ 2015, ທ່ານນາງ Céline Charpiot ໄດ້ສ້າງຕັ້ງບໍລິສັດ Linagora ຫວຽດນາມ ຢູ່ ຮ່າໂນ້ຍ, ເຂົ້າຮ່ວມການເຄື່ອນໄຫວຢ່າງຕັ້ງໜ້າ ໃນການພັດທະນາ ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຝຣ່ັງ ແລະ ຫວຽດນາມ ໃນຂົງເຂດປ່ຽນແປງໃໝ່ເຕັກໂນໂລຊີ ຢ່າງຕັ້ງໜ້າ.
ນອກຈາກນີ້ ເພິ່ນຍັງເປັນສະມາຊິກຂອງ Hanoi Sustainable City Living Lab, ໂຄງການສົ່ງເສີມຄວາມຮ່ວມມືລະຫວ່່າງ ຝຣັ່ງ ແລະ ຫວຽດນາມ ກັບບັນດາວິສາຫະກິດເລີ່ມຕົ້ນເຮັດທຸລະ ກິດ, ຜູ້ສະໜອງວິທີແກ້ໄຂ, ສູນກາງຄົ້ນຄວ້າ ນະຄອນ ທີ່ໝັ້ນຄົງ Made in Vietnam
, ຖືກອອກແບບສະເພາະໃຫ້ແກ່ຕະຫຼາດ ອາຊຽນ.
ເຕັກໂນໂລຊີ ເປັນຂົວເຊື່ອມຕໍ່ ຊ່ວຍໃຫ້ທ່ານນາງ Céline Charpiot ສ້າງສາຍພົວພັນທາງການທູດລະຫວ່າງສອງປະ ເທດ, ຂົງເຂດ ທ່ີເພິ່ນມີໂອກາດ ປະຕິບັດ ວຽກງານທີ່ ມີຜົນ ປະ ໂຫຍດໃຫ້ແກ່ ຫວຽດນາມ. ທ່ານນາງ Céline Charpiot ໄດ້ ເດີນທາງ ເປັນປະຈໍາ ລະຫວ່າງ ຝຣັ່ງ-ຫວຽດນາມ ເພື່ອຊີ້ນໍາ ວຽກ ງານຢູ່ສະຖາປັນ OpenHacka demy ແລະ Linagora ຫວຽດນາມ. ນີ້ແມ່ນສອງບໍລິສັດເຕັກໂນໂລຊີ ພວມກໍ່ສ້າງວິສະ ວະກອນ ຊອບແວເປີດນໍາໃຊ້ຟຣີ ທີ່ດີ ໃຫ້ແກ່ຫວຽດນາມ ແລະ ເປັນຂົວເຊື່ອມຕໍ່ໃນການຖ່າຍທອດເຕັກໂນໂລຊີລະຫວ່າງ ຝຣັ່ງ-ຫວຽດ.

ທ່ານນາງ Céline Charpiot ເປັນ CEO ຂອງ LINAGORA VIETNAM Céline Charpiot ແລະ ຍັງເປັນສະມາຊິກ ຄະນະ ກໍາມະການ ບໍລິຫານ ຂອງ French Tech Vietnam ແລະ ປະທານຂອງ Bond’Innov. ພາບ: ຫວຽດເກື່ອງ/VNP

ທ່ານນາງ Céline Charpiot ຮັບຟັງແນວຄວາມຄິດໃໝ່ ຈາກ ກຸ່ມວິສະວະກອນ ເຕັກໂນໂລຊີ ຊອບແວ ເປີດນໍາໃຊ້ຟຣີ ຢູ່ບໍ ລິສັດ Linagora ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ບໍ່ພຽງແຕ່ບໍລິຫານ ວິສາຫະກິດເທົ່ານັ້ນ, ທ່ານນາງ Céline Charpiot ຍັງໄດ້ເຂົ້າຮ່ວມ ງານສຳມະນາ ແລະ ແລກປ່ຽນ ບົດ ຮຽນກ່ຽວກັບການນຳພາ ຊອບແວ ເປີດນໍາໃຊ້ຟຣີ ກັບຜູ້ ຊ່ຽວ ຊານ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ທ່ານນາງ Céline Charpiot ນໍາສະເໜີຫົວຂໍ້ ການຮ່ວມມື ເຕັກ ໂນໂລຊີ ລະຫວ່າງ ຫວຽດນາມ ແລະ ຝຣັ່ງ ໃນງານສຳມະນາ. ພາບ: ຫວຽດເກື່ອງ/VNP

ທ່ານນາງ Céline Charpiot ກັບຜູ້ຊ່ຽວຊານຊອບແວ ເປີດນໍາ ໃຊ້ຟຣີ ຂອງ ຫວຽດນາມ ທີ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ. ພາບ: ເອກະສານ

ທ່ານນາງ Céline Charpiot ກ່າວປາຖະກະຖາ ໃນງານສຳມະ ນາ “ສ້າງຍຸດທະສາດ ຊອບແວ ເປີດນໍາໃຊ້ຟຣີ ແລະ ເສດຖະ ກິດ ດີຈີຕອນ ຮ່ວມມື ອາຊີ ແລະ ເອີຣົບ”. ພາບ: ເອກະສານ

ທ່ານນາງ Céline Charpiot ເຂົ້າຮ່ວມເຮັດວຽກເປັນກຸ່ມ, ຝຶກ ອົບຮົມທັກສະໃຫ້ແກ່ພະນັກງານ ຢູ່ບໍລິສັດ LINAGORA VIETNAM. ພາບ: ຫວຽດເກື່ອງ/VNP

ທ່ານນາງ Céline Charpiot ໄດ້ເຂົ້າຮ່ວມສາມະຄົມທຸລະກິດ
ເຕັກໂນໂລຊີ ສາກົນ ຫຼາຍແຫ່ງ. ໃນຮູບ ເພິ່ນຖ່າຍຮູບຮ່ວມກັບ CEO ຂອງບັນດາປະເທດ ໃນຂົງເຂດ ເຕັກໂນໂລຊີ. ພາບ: ເອກະສານ

ທ່ານນາງ Céline Charpiot ແບ່ງປັນປະສົບການ ໃນການຄຸ້ມ ຄອງ ແລະ ການຝຶກອົບຮົມວິສະວະກອນ ຊອບແວ ເປີດນໍາໃຊ້ ຟຣີ ຢູ່ຫວຽດນາມ ກັບເພື່ອນຮ່ວມງານທີ່ມາຈາກບັນດາປະ ເທດ. ພາບ: ເອກະສານ

ທ່ານນາງ Céline Charpiot ເຂົ້າຮ່ວມປາຖະກະຖາ ໃນງານ ສຳມະນາສາກົນ ກ່ຽວກັບ ເຕັກໂນໂລຊີ ຈັດຂຶ້ນທີ່ນະຄອນ ຊຽງ ໄຮ, ສປ ຈີນ. ພາບ: ເອກະສານ |
ໃນງານສຳມະນາ “ການນຳພາ ແລະ ຄຸ້ມຄອງໃນຍຸກຫັນປ່ຽນ ດີຈີຕອນ”, ທ່ານນາງ Céline Charpiot ໃນຖານະເປັນຜູ້ ປາ ຖະກະຖາ ໄດ້ສະແດງຄວາມຄິດເຫັນກ່ຽວກັບ ບົດບາດຂອງ ຜູ້ ນຳໃນບັນດາໂຄງການກ່ຽວກັບ ຊອບແວ ເປີດນໍາໃຊ້ຟຣີ, ຮູບ ແບບທີ່ເພິ່ນ ແບ່ງປັນແມ່ນການເຄື່ອນໄຫວຕົວຈິງຢູ່ບໍລິສັດ Linagora ຫວຽດນາມ. ຢູ່ທີ່ນັ້ນ, ຜູ້ນຳມີອຳນາດໃນການ ຄຸ້ມ ຄອງໂຄງການ, ພະນັກງານເປັນຜູ້ປະຕິບັດ, ລູກຄ້າເປັນຄູ່ ຮ່ວມ ມືທີ່ທ້າທາຍ ຕ້ອງແກ້ໄຂ. ຫົວຂໍ້ທີ່ທ່ານນາງ Céline Charpiot ນຳມາສະເໜີ ກໍ່ແມ່ນຂົງເຂດຍຸດທະສາດ ທີ່ ຫວຽດນາມ ພວມ ປະຕິບັດ ໃນການສ້າງຜູ້ນຳ ຊອບແວ ເປີດນໍາໃຊ້ຟຣີ. ທ່ານນາງ Céline Charpiot ເປັນຜູ້ເຮັດວຽກໂດຍກົງກັບວິສະວະກອນ ຫວຽດນາມ ຫຼາຍກຸ່ມ ແລະ ເປັນຜູ້ສ້າງແຮງບັນດານໃຈ ເພື່ອ ໃຫ້ຄົນ ໜຸ່ມສາວ ທີ່ ມີຫົວຄິດປະດິດສ້າງ ແລະ ມີແນວຄວາມ ຄິດທີ່ດີ.
Linagora ຫວຽດນາມ ເປັນບ່ອນເຕົ້າໂຮມ ນັກວິສະວະກອນ ຫວຽດນາມ ກວ່າ 200 ຄົນ, ປະກອບສ່ວນ 43.000 ປະດິດສ້າງ ໃຫ້ແກ່ ຫວຽດນາມ ໃນຂົງເຂດປ່ຽນແປງໃໝ່ ດີຈີຕອນ,ສະໜອງ ຫຼາຍວິທີແກ້ໄຂຊອບແວ ເປີດນໍາໃຊ້ ຟຣີ ໃຫ້ລູກຄ້າ 1418 ຄົນ. |
ທ່ານນາງ Céline Charpiot ພ້ອມກັບເພ່ືອນຮ່ວມງານຢູ່ Linagora ຫວຽດນາມ ໄດ້ເຂົ້າຮ່ວມໂຄງການ ເຕັກໂນໂລຊີ ຫຼາຍຢ່າງ ທ່ີໃຫ້ຄໍາແນະນໍາ ແລະ ໃຫ້ຄຳປຶກສາດ້ານອາຊີບ ແກ່ ນັກສຶກສາ ແລະ ສ້າງສະຖານທີ່ໃຫ້ບັນດານັກວິສະວະກອນ ໜຸ່ມ ຫວຽດນາມ ສະແດງແນວຄວາມຄິດໃໝ່. ທ່ານນາງ Céline Charpiot ກ່າວວ່າ ໜ້າທີ່ຕົ້ນຕໍ່ຂອງບໍລິສັດກໍ່ສ້າງຊອບ ແວ ເປີດນໍາໃຊ້ຟຣີ ແມ່ນນຳມາຄວາມເປັນເອກະລາດດ້ານເຕັກ ນິກ ດີຈີ ຕອນ ໃຫ້ແກ່ລູກຄ້າ. Linagora ຫວຽດນາມ ພວມຜະ ລິດ 100% ຊອບແວ ເປີດນໍາໃຊ້ຟຣີ ທີ່ເໝາະສົມເພື່ອໃຫ້ທຸກ ຄົນສາມາດນຳໃຊ້ໄດ້.
ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ