ກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 15 ຂອງ ສະມາຄົມ ປະຊາ ຊາດ ອາຊີ ຕາເວັນອອກ ສ່ຽງໃຕ້ (ASEAN) ວ່າດ້ວຍສິ່ງແວດລ້ອມ (AMME 15) ແລະ ກອງປະຊຸມ ASEAN ຄັ້ງທີ 15 ວ່າດ້ວຍມົນ ລະພິດ ໝອກຄວັນ ຂ້າມຊາຍແດນ ໄດ້ຖືກຈັດຂຶ້ນ ຢູ່ນະຄອນ Siem Reap ແຫ່ງລາຊະອານາຈັກ ກໍາປູເຈຍ ໄດ້ເປັນເອກະສັນ ກ່ຽວກັບຜົນສຳເລັດ ແລະ ຄວາມກ້າວໜ້າ ທີ່ບັນລຸໄດ້ ໃນການຮ່ວມ ມື ແລະ ປົກປັກຮັກສາສິ່ງແວດລ້ອມ, ພິເສດແມ່ນບັນດາ ຄວາມບຸ ລິມະສິດ ແລະ ຂໍ້ລິເລີ່ມໄດ້ປະຕິບັດ ເພື່ອຮັບປະກັນຄວາມຍືນຍົງ ຂອງສິ່ງແວດລ້ອມ, ຊຸກຍູ້ຍິ່ງຂຶ້ນການຮ່ວມມືດ້ານສິ່ງແວດລ້ອມ ໃນພາກພື້ນ.
Cບັນດາລັດຖະມົນຕີ ໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບ ລະດັບ ຄວາມຮ້າຍແຮງ ແລະ ການແຜ່ກະຈາຍ ຂອງ ຄວັນໝອກ ທີ່ເກີດ ຂຶ້ນໃນມໍ່ໆ ນີ້ ຊຶ່ງໄດ້ສົ່ງຜົນກະທົບ ຕໍ່ຫຼາຍປະເທດໃນກຸ່ມ ASEAN ຢູ່ພາກເໜືອ ແລະ ພາກໃຕ້ ອາຊີຕາເວັນອອກສ່ຽງໃຕ້; ທົບທວນຄືນ ຄວາມຄືບໜ້າ ຂອງ ການດໍາເນີນການ ຕາມຂໍ້ຕົກລົງ ASEAN ວ່າດ້ວຍມົນລະພິດ ໝອກຄວັນ ຂ້າມຊາຍແດນ (AATHP) ແລະ ຢືນຢັນຄວາມຕັ້ງໃຈ ຂອງ ບັນດາປະເທດ ໂດຍຜ່ານ ບັນດາ ຄວາມພະຍາຍາມ ຂອງ ປະເທດຕ່າງໆ ແລະ ຄວາມຮ່ວມມື ລະດັບ ພາກພື້ນ ເພື່ອບັນລຸເປົ້າໝາຍ ASEAN ທີ່ປອດໝອກຄວັນ ໃນປີ 2020. ບັນດາລັດຖະມົນຕີ ໄດ້ມີການພົບປະ ກັບບັນດາ ຄູ່ຮ່ວມມື ທີ່ມາຈາກ ຍີ່ປຸ່ນ, ສ ເກົາຫຼີ ແລະ ສປ ຈີນ ແນໃສ່ທົບທວນຄືນ ບັນດາການເຄື່ອນໄຫວໃນ ປັດຈຸບັນ ແລະ ແລກປ່ຽນກຳນົດທິດ ຮ່ວມມືຍຸດທະສາດ ກ່ຽວກັບຂົງເຂດຕ່າງໆ ໃນໄລຍະທີ່ຈະມາເຖິງ.
ບັນດາລັດຖະມົນຕີ ໄດ້ເຫັນພ້ອມເປັນເອກະສັນກັນ ອະນຸມັດຜ່ານ ຖະແຫຼງການຮ່ວມ ASEAN ກ່ຽວກັບການປ່ຽນແປງຂອງ ດິນຟ້າ ອາກາດ. ນີ້ແມ່ນສານທາງການ ທີ່ແຂງແຮງ ຂອງ ASEAN ເຖິງ ປະຊາຄົມໂລກ ກ່ຽວກັບບັນຫາການປ່ຽນແປງ ຂອງ ດິນຟ້າອາກາດ, ແບບແຜນ ທີ່ ASEAN ຈະທໍາງານຮ່ວມກັນ ເພື່ອຮັບມື ກັບບັນຫາ ມີລັກສະນະທົ່ວໂລກ, ຈັດຕັ້ງກຸ່ມປະຕິບັດງານ ກ່ຽວກັບ ຫຼຸດຜ່ອນ ການແຜ່ກະຈາຍ ອາຍ ກາກບອນນິກ ໃນພາກພື້ນ. ຂໍ້ຖະແຫຼງການ ນີ້ ຈະໄດ້ລາຍງານທີ່ກອງປະຊຸມ ສະຫະປະຊາຊາດ ກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 25 (UNFCCC COP 25) ຊຶ່ງ ໄດ້ຈັດຂຶ້ນຢູ່ປະເທດ ສ ຈີເລ ໃນເດືອນທັນວາ ທ່ີຈະມາເຖິງ.

ສະມາຄົມ ປະຊາຊາດ ອາຊີ ຕາເວັນ ອອກ ສ່ຽງໃຕ້ (ASEAN) ວ່າດ້ວຍສິ່ງແວດລ້ອມ (AMME 15) ແລະ ກອງປະຊຸມ ASEAN ຄັ້ງທີ 15 ວ່າດ້ວຍມົນ ລະ ພິດ ໝອກຄວັນ ຂ້າມຊາຍແດນ ໄດ້ຖືກ ຈັດຂຶ້ນ ຢູ່ນະຄອນ ຊຽມຣຽບ, ກຳປູເຈຍ ໄດ້ມີນະໂຍບາຍ ທົ່ວກຸ່ມ ASEAN ຈະທໍາງານຮ່ວມກັນ ເພື່ອຕໍ່ຕ້ານມົນລະພິດ ກ່ຽວກັບໝອກ ຄວັນ. ພາບ: VNA

ປະທານາທິບໍດີ ອິນໂດເນເຊຍ Joko Widodo (ເບື້ອງ ຊ້າຍ) ໄດ້ລົງກວດກາ ພື້ນທີ່ ເກີດໄຟໄໝ້ປ່າ ຢູ່ ພາກໃຕ້ ເກາະ ຊູມາດຕາ ໃນວັນທີ 6 ກັນຍາ 2019. ພາບ: AFP/VNA

ກຳມະກອນດັບເພີງພະຍາຍາມ ມອດໄຟໄໝ້ປ່າ ຢູ່ ແຂວງ ກາມປາ, ອິນໂດເນເຊຍ, ວັນທີ 16 ກັນຍາ 2019. ພາບ: AFP/VNA

ຂີ້ເທົ່າ ພຸ່ງຂຶ້ນ ຈາກ ພູເຂົາໄຟ ແມຣາປີ ເບິ່ງຈາກ ເມືອງ ກາຣານການຢາ, ແຂວງ ຈາວາ, ອິນໂດເນເຊຍ ໃນວັນທີ 1 ມິຖຸນາ 2018. ພາບ: AFP/VNA

ຍານພາຫະນະຫຼາຍປະເພດໃນໂມງເຂົ້າ-ເລີກການ ກໍ່ ສະພາບ ມົນລະພິດ ຢູ່ ຮ່າໂນ້ຍ. ພາບ: ກວາງກວ໋ຽດ/VNA

ຊາວນະຄອນຫຼວງ ຮ່າໂນ້ຍໃສ່ຜ້າປິດປາກ ປ້ອງກັນ ຂີ້ ຝຸ່່ນ, ໂດຍສາເພາະເມື່ອເຂົ້າຮ່ວມການຄົມມະນາຄົມ. ພາບ: ແຢງລາມ/VNA

ເດັກນ້ອຍຕິດພະຍາດກ່ຽວກັບລະບົບຫາຍໃຈ ຍ້ອນ ໄດ້ຮັບຜົນສະທ້ອນ ຈາກໄຟໄໝ້ປ່າ, ໄດ້ປິ່ນປົວ ທີ່ສູນ ສາ ທາ ລະນະສຸກແຫ່ງໜຶ່ງ ຢູ່ແຂວງ ຣີເອົາ,
ອິນໂດເນເຊຍ ໃນວັນທີ 15 ກັນຍາ 2019. ພາບ: ຊິນຮົວ/VNA

ໝອກຄວັນຍ້ອນເກີດຈາກໄຟໄໝ້ປ່າ ຢູ່ປະເທດ ອິນໂດເນ ເຊຍ ປົກຄຸມໄປທົ່ວທ້ອງຟ້າ ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ ໃນວັນທີ 11 ກັນຍາ 2019. ພາບ: AFP/VNA

ເຮືອບິນ ເຮລີກອບແຕ ປ່ອຍນໍ້າ ເພື່ອດັບໄພໄໝ້ປ່າ ຢູ່ ເມືອງ ໂອການ ອີລີຣ, ພາກໃຕ້ເກາະຊູມາດຕາ, ອິນໂດເນ ເຊຍ. ພາບ: AFP/VNA |
ປີ 2019, ຫວຽດນາມ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ຂອງ ASEAN ໃນການແກ້ບັນຫາໝອກຄວັນ. ທ່ານ ເຈິ່ນຮົ່ງຮ່າ ລັດຖະ ມົນຕີ ກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ຫວຽດ ນາມ ໄດ້ຂຶ້ນແຜນການກະທຳແຫ່ງຊາດ ກ່ຽວກັບການຄຸ້ມຄອງ ຄຸນ ນະພາບອາກາດ ເຖິງປີ 2020, ວິໄສທັດເຖິງປີ 2025 ຊຶ່ງທ່ານ ນາ ຍົກລັດຖະມົນຕີ ອະນຸມັດຜ່ານ ດ້ວຍເປົ້າໝາຍສະເພາະເຊັ່ນ: ຄວບຄຸມບັນດາແຫຼ່ງອາຍພິດ, ສຸມໃສ່ແຫຼ່ງປ່ອຍອາຍພິດ ຂອງ ອຸດສາຫະກຳ, ພະລັງງານຂະໜາດໃຫຍ່, ການຄົມມະນາຄົມ ແລະ ອື່ນໆ. ເຖິງປີ 2020 ຕ້ອງກວດສອບໃຫ້ແນ່ໃຈວ່າ 80% ໂຮງງານຜະລິດ ເຫຼັກກ້າ, ທາດເຄມີ ແລະ ປຸຍເຄມີ ສາມາດຮັບມື ກັບຝຸ່ນ ແລະ ອາຍພິດ SO2, NO2, CO ບັນລຸມາດຕະຖານ ເຕັກນິກ ສິ່ງແວດລ້ອມ; 90% ໂຮງງານຜະລິດໄຟຟ້າ, 80% ໂຮງງານຜະລິດ ຊີມັງ ແລະ 70% ໂຮງງານຜະລິດເຫຼັກກ້າ, ທາດເຄມີ, ປຸຍເຄມີ ຈະໄດ້ ລົງທຶນ ໃນການຕິດຕັ້ງ ອຸປະກອນ ຕິດຕາມກວດກາການປ່ອຍ ແລະ ວັດແທກ ອາຍພິດ ໂດຍ ອັດຕະໂນມັດ ຢ່າງຕໍ່ເນື່ອງ ກັບບັນດາຕົວເລກ ຕາມມາດຕະຖານ ເຕັກນິກ ສິ່ງແວດລ້ອມ ແລະ ກວດກາ ການປ່ອຍອາຍພິດ.
ຫວຽດນາມ ກຳລັງຜັນຂະຫຍາຍບັນດາມາດຕະການ ຫຼຸດຜ່ອນມົນ ລະພິດຝຸ່ນ PM10 ແລະ PM2,5 ທີ່ບັນດາແຫຼ່ງອາຍພິດ ຕົ້ນຕໍ ແມ່ນອຸດສາຫະກຳ, ພະລັງງານ, ການຄົມມະນາຄົມ ແລະ ກໍ່ສ້າງ, ໂດຍສະເພາະຢ່າງຍິ່ງ ແມ່ນຢູ່ໃນບັນດາຕົວເມືອງໃຫຍ່.
ບົດ: VNP ສັງລວມ - ພາບ: VNA