ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີ AIIB ສືບຕໍ່ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງມີຂອບຂະໜາດໃຫຍ່, ເປັນຕົ້ນແມ່ນໃນບັນດາຂົງເຂດຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ພັດທະນາຕົວເມືອງ ແລະ ເຊື່ອມຕໍ່ເຂດ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ໃຫ້ການຕ້ອນຮັບທ່ານນາງ Zou Jiayi, ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB) (ພາບ: VNA)
ວັນທີ 12 ກັນຍາ, ຢູ່ ,ອິນເດຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS), ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ໃຫ້ການຕ້ອນຮັບທ່ານນາງ Zou Jiayi, ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີ AIIB ສືບຕໍ່ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງມີຂອບຂະໜາດໃຫຍ່, ເປັນຕົ້ນແມ່ນໃນບັນດາຂົງເຂດຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ພັດທະນາຕົວເມືອງ ແລະ ເຊື່ອມຕໍ່ເຂດ; ເພີ່ມທະວີການໜູນຊ່ວຍດ້ານເຕັກນິກໃນຂັ້ນຕອນກະກຽມໂຄງການ ແລະ ອອກແບບບັນດາໂຄງປະກອບການເງິນຢ່າງມີຫົວຄິດປະດິດສ້າງ; ພ້ອມທັງຍູ້ແຮງການອຸປະຖຳຮ່ວມ ກັບບັນດາຄູ່ຮ່ວມມືພັດທະນາ ແລະ ພາກເອກະຊົນເພື່ອແນໃສ່ລະດົມແຫຼ່ງກຳລັງຢ່າງສຸດຂີດໃຫ້ແກ່ຄວາມຕ້ອງການລົງທຶນພື້ນຖານໂຄງລ່າງຂອງ ຫວຽດນາມ. ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍາວນານ ກັບ AIIB, ເປັນຕົ້ນໃນການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ການຫັນເປັນສີຂຽວ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ສ່ວນທ່ານນາງ ປະທານ AIIB ຢັ້ງຢືນວ່າ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ AIIB ແລະ ປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືລະຫວ່າງຫວຽດນາມ ແລະ AIIB. AIIB ສະແດງຄວາມຊົມເຊີຍຕໍ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຫວຽດນາມ ທີ່ໄດ້ແນະນຳບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນ, ເປັນຕົ້ນແມ່ນບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ,ທາງລົດໄຟ, ການຫັນເປັນສີຂຽວ, ພະລັງງານສະອາດ, ພັດທະນາຕົວເມືອງ ແລະ ເຊື່ອມຕໍ່ຂ້າມຊາຍແດນ, ເພື່ອນຳເຂົ້າບັນຊີລາຍຊື່ການຮ່ວມມື, ພ້ອມທັງກຽມພ້ອມການປະສານສົມທົບກັນໃນການກຳນົດ, ກະກຽມ ແລະ ຜັນຂະຫຍາຍບັນດາໂຄງການບຸລິມະສິດ.
(ແຫຼ່ງຄັດຈາກ VOV)