• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: “ບົດເພງໄຊ” ສ້າງແຫຼ່ງບັນດານໃຈຢູ່ທົ່ວ 5 ທະວີບ

ທ່ານເລຂາທິການໃຫຍ່ Alberto Anaya Guitierrez ຢັ້ງຢືນວ່າ: ໄຊຊະນະ ດ້ຽນບຽນຝູ ແລະ ໄຊຊະນະວັນທີ 30 ເມສາ ແມ່ນການພິສູດ ແລະ ແມ່ນສັນຍາລັກແຫ່ງຄວາມຄາດຫວັງ, ກຳລັງແຮງຂອງ ຊາດໜຶ່ງຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ.
ພາບປະກອບ

ນັບແຕ່ວັນທີ 7 ພຶດສະພາ 1945, ເຂດດິນແດນ ດ້ຽນບຽນຝູ ໄດ້ກາຍເປັນສະຖານທີ່ເຊິ່ງຊັ້ນຄົນກ້າວໜ້າໃນທົ່ວໂລກຮູ້ຈັກກັນດີ. ນີ້ແມ່ນຂໍ້ສັງເກດຂອງທ່ານ Alberto Anaya Guitierrez, ເລຂາທິການໃຫຍ່ ພັກແຮງງານ ເມກຊີໂກ (PT), ເນື່ອງໃນໂອກາດການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024) ແລະ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2024). ທ່ານເລຂາທິການໃຫຍ່ Alberto Anaya Guitierrez ຢັ້ງຢືນວ່າ: ໄຊຊະນະ ດ້ຽນບຽນຝູ ແລະ ໄຊຊະນະວັນທີ 30 ເມສາ ແມ່ນການພິສູດ ແລະ ແມ່ນສັນຍາລັກແຫ່ງຄວາມຄາດຫວັງ, ກຳລັງແຮງຂອງ ຊາດໜຶ່ງຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ. ຕາມທ່ານເລຂາທິການໃຫຍ່ PT ແລ້ວ, ນ້ຳໃຈສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຈດຈຳນົງຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະ ແລະ ບັນດາບົດຮຽນປະຫວັດສາດຈາກໄຊຊະນະ ດ້ຽນບຽນຝູ ຍັງຄົງຮັກສາຄຸນຄ່າເໝືອນເດີມມາຮອດປະຈຸບັນ. ໄຊຊະນະນີ້ໄດ້, ພວມ ແລະ ສືບຕໍ່ເພີ່ມກຳລັງແຮງໃຫ້ແກ່ ຫວຽດນາມ ກ້າວເດີນບົນເສັ້ນທາງເຊິ່ງປະທານ ໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ ໄດ້ເລືອກເຟັ້ນ.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top