• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

6 ເດືອນ​ຕົ້ນ​ປີ 2025, ຫວຽດ​ນາມ ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 10,7 ລ້ານ​​ເທື່ອຄົນ

ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
(ພາບປະກອບ: TTXVN)

ດ້ວຍນະໂຍບາຍຍົກເວັ້ນວີຊາ ທີ່ອຳນວຍຄວາມສະດວກພ້ອມກັບບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາ  ແລະ ກະຕຸ້ນຄວາມຕ້ອງການທ່ອງທ່ຽວຢ່າງມີປະສິດທິຜົນ, ຂະແໜງການທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 10,7 ລ້ານຄົນ ໃນ 6 ເດືອນຕົ້ນປີ 2025, ປະຕິບັດສຳເລັດປະມານ 50% ຄາດໝາຍການເຕີບໂຕ ຂອງທັງປີ. ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນ6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 20,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ກ່ຽວກັບຕະຫຼາດແຂກທ່ອງທ່ຽວສາກົນ, ຈີນສືບຕໍ່ນຳໜ້າດ້ວຍຈຳນວນ 2,7 ລ້ານເທື່ອຄົນ (ກວມເອົາ 25,6%), ຖັດຈາກນັ້ນແມ່ນ ສ.ເກົາຫຼີ ກວມເອົາ 2,2 ລ້ານເທື່ອຄົນ (ກວມເອົາ 20,7%).

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top