• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ອາຫານວ່າງ ຂອງ ຄົນ ຫວຽດ

ສຳລັບຊາວ ຫວຽດນາມ ແຕ່ລະຄົນ, ອາຫານວ່າງ ເປັນອະນຸສອນ ຕອນສະໄໝເຍົາໄວ ທີ່ໄດ້ຮັກສາໄວ້ ໃນຕະຫຼອດຊີວິດ ຂອງ ເຂົາ ເຈົ້າ. ດ້ວຍຄວາມປາດຖະໜາ ຢາກຮັກສາ ອາຫານວ່າງ ຊຶ່ງແມ່ນ ບັນດາລາຍການອາຫານ ທີ່ມີ ລັກສະນະຍອດຢ້ຽມຂອງ ຫວຽດ ນາມ, ໜ້າເວັບ Khoaikhau.vn ໄດ້ແນະນໍາ ບັນດາລາຍການອາ ຫານວ່າງ ຈາກທົ່ວທຸກພາກ ຂອງ ຫວຽດນາມ. 
ໄດ້ຮັບການສ້າງຕັ້ງ ແຕ່ເດືອນ ເມສາ ປີ 2003 ກັບຕົວແບບດຳ ເນີນ ທຸລະກິດ “ອາຫານວ່າງ ປອດສານພິດ” Khoaikhau.vn ໄດ້ ກາຍເປັນເຄື່ອງໝາຍການຄ້າ ທີ່ແກ່ວນເຄີຍ ສຳລັບ ບັນດາສຳນັກ ງານ, ຄອບຄົວ ແລະ ນັກທ່ອງທ່ຽວ ທີ່ມາຈາກຕ່າງປະເທດອີກ ດ້ວຍ.

ທ່ານ ໂງແທງເຊີນ, ຜູ້ອຳນວຍການ ຂອງ Khoaikhau.vn ໃຫ້ຮູ້ ວ່າ: ເພື່ອຢືນຢັນ ເຄື່ອງໝາຍການຄ້າ ອາຫານວ່າງ ຂອງ ຫວຽດ ນາມ, ລາວໄດ້ໃຊ້ເວລາ ກວ່າ 10 ປີ ເພື່ອການຄົ້ນຄວ້າ ບັນດາ ລາຍການອາຫານພື້ນເມືອງ ແລະ ທົດລອງ ການປຸງແຕ່ງ ຫຼາຍ ລາຍການ ກ່ອນຈະເຜີຍແຜ່ khoaikhau.vn ສູ່ມວນຊົນ, ເຖິງວ່າ ພຽງແຕ່ອາຫານວ່າງ ແຕ່ມັນກໍແຝງໄວ້ ຄວາມງາມ ໃນວັດທະນະ ທຳ ການກິນດື່ມ ຂອງຄົນ ຫວຽດນາມ.

Khoaikhau.vn ແນະນໍາ ອາຫານວ່າງ ທີ່ແຊບຊ້ອຍ, ປອດສານພິດ ນັບຫຼາຍພັນລາຍການ  ທີ່ໄດ້ຮັບການປຸງແຕ່ງ ຢ່າງພິຖີພິຖັນ ຫຼາຍຮູບຫຼາຍແບບ ແລະ ເຕັມໄປດ້ວຍ ສີສັນວັດທະນະ ທຳ ຂອງ ຄົນ ຫວຽດ. ຈຸດພິເສດແມ່ນ ບັນດາລາຍການອາຫານນີ້ ໄດ້ເຮັດ ຈາກ ບັນດາ ເພື່ອນຊາວໜຸ່ມ ຊຶ່ງເປັນຜູ້ທີ່ມີຄວາມ ຫຼົງໄຫລ ກັບສິ ລະປະ ການກິນດື່ມ ແລະ ມີຄວາມປາດຖະໜາ ຮັັກສາໄວ້ ບັນດາ ລາຍການອາຫານ ທີ່ມີ ລັກສະນະຍອດຢ້ຽມຂອງ ຫວຽດນາມ.

Khoaikhau.vn ເປັນເຄື່ອງໝາຍການຄ້າ ທີ່ໄດ້ຮັບຄັດເລືອກ ເປັນ ຕົວແບບ ເລີ່ມຕົ້ນທຸລະກິດ ທີ່ສ້າງຄວາມປະທັບໃຈ ຂອງ ຊາວ ໜຸ່ມ ຫວຽດນາມ, ເປັນໜຶ່ງໃນ 10 ວິສາຫະກິດ ເລີ່ມຕົ້ນ ທຸລະກິດ ດີເດັ່ນ ປີ 2017.

ໜ້າເວັບ Khoaikhau.vn ແນະນໍາ ອາຫານວ່າງ ຂອງຄົນ ຫວຽດ ກວ່າ 1000 ລາຍການ ເຊັ່ນ: ບັນດາປະເພດ ນໍ້າຫວານ, ຢໍ່ ຈືນ, ຢໍ່ຂາວ, ເຂົາໜົມພື້ນເມືອງ, ນົມສົ້ມ, ສົ້ມໝູ,  ປະສົມໝາກໄມ້...


ເຂົ້າໜົມຫວານຈືນ. 


ເຂົ້າໜົມມັນເຜືອກ ເລ້ໂຝ໋. 


ເຂົ້າໜົມເຄັມຈືນ. 


ຕີນໄກ່ຂົ້ວກັບເກືອ. 


ຕີນໄກ່ແຊ່ນຳ້ສົ້ມຫວານ ກັບ ຫົວສີໄຄ ແລະ ໝາກເຜັດ. 


ສົ້ມໝູຈືນ. 


ຫອຍລວກ. 


ແໜມ ລຸ້ຍ. 


ນຳ້ຫວານລວມມິດ. 

 
ບົດ: ບິກເວິນ - ພາບ: ແທງຢາງ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ.

Top