
ປະທານສະພາບໍລິຫານເກ່ມເງ້ຍ ຫງວຽນມິງຕວ້ນ (ຜູ້ຖືໝວກ) ແລກປ່ຽນຄຳເຫັນກັບຄູ່ຮ່ວມມືຕ່າງປະເທດ. ພາບ: ເອກະສານ

ຜະລິດຕະພັນຂອງເກ່ມເງ້ຍໄດ້ປະກົດຕົວເປັນປະຈຳ ຢູ່ບັນດາ ງານຕະຫຼາດນັດໃຫຍ່ຢູ່ພາຍໃນ ແລະ ຕ່າງປະເທດ. ພາບ: ເອກະສານ

ໂຮງງານຜະລິດຂອງເກ່ມເງ້ຍ. ພາບ: ດັ້ງກິມເຟືອງ

ເກ່ມເງ້ຍມີແຮງງານປະມານ 2.000 ຄົນ, ແຕ່ລະປີຜະລິດຄີມ ຫຼາຍສິບລ້ານດວງ. ພາບ: ດັ້ງກິມເຟືອງ

ພາກສ່ວນຜະລິດຜະລິດຕະພັນຄີມຕັດເລັບມືຂອງເກ່ມເງ້ຍ. ພາບ: ດັ້ງກິມເຟືອງ

ພະນັກງານເຕັກນິກກວດກາຂັ້ນຕອນຜະລິດຜະລິດຕະພັນມີດ ຕັດເລັບມື. ພາບ: ດັ້ງກິມເຟືອງ

ຂັ້ນຕອນລັບມີດ. ພາບ: ດັ້ງກິມເຟືອງ

ກວດກາຄຸນນະພາບຂອງຜະລິດຕະພັນກ່ອນນຳອອກສູ່ຕະຫຼາດ. ພາບ: ດັ້ງກິມເຟືອງ
|
ປະຈຸບັນ, ຜະລິດຕະພັນຂອງເກ່ມເງ້ຍມີຢູ່ຢ່າງຫຼາກຫຼາຍໃນດ້ານ ຮູບແບບ ແລະ ມີຫລາຍລາຄາທີ່ແຕກຕ່າງກັນ ຊຶ່ງເຫມາະສົມກັບ ຄວາມຕ້ອງການຂອງລູກຄ້າເຊັ່ນ: ເຄື່ອງມືຮັກສາເລັບ(ຄີມຕັດໜັງ, ຄີມຕັດເລັບ, ຫນີບເລັບ, ເຄື່ອງຖູ, ເຄື່ອງລັບເລັບ ແລະ ອື່ນໆ..), ເຄື່ອງມືຮັບໃຊ້ສ່ວນຕົວຄື: (ມີດຕັດຜົມ, ມີດຕັດຂົນຄີ້ວ, ຂົນດັງ, ເຫຼັກໜີບ). ເກັ່ມເງ້ຍໄດ້ຖືເອົາຄຸນນະພາບຜະລິດຕະພັນເປັນຄຸນ ຄ່າຫຼັກແຫລ່ງ. ດ້ວຍເຫດນັ້ນ, ທ່ານເງ້ຍ ໄດ້ໄຂຄວາມໃນໃຈ ໃຫ້ຮູ້ວ່າ: “ຂ້າພະເຈົ້າຫວັງຢາກໃຫ້ ຜະລິດຕະພັນເກ່ມເງ້ຍແຕ່ລະອັນ ທີ່ຜະລິດອອກມາລ້ວນແຕ່ໄດ້ຮັບຄວາມເພີ່ງພໍໃຈຈາກລູກຄ້າ”.
ຈາກຫຼັກນຳດຳເນີນທຸລະກິດດັ່ງກ່າວ, ເກັ່ມເງ້ຍຄ່ອຍໆໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກຜູ້ຊົມໃຊ້ ແລະ ເລີ່ມສົ່ງອອກໄປຕະຫຼາດສາ ກົນ. ຕະຫຼາດອາເມລິກາມີວົງຄະນາຍາດຄົນ ຫວຽດນາມເປັນຈຳ ນວນຫຼວງຫຼາຍ ແລະ ອາຊີບຮັກສາເລັບຂະຫຍາຍຕົວທີສຸດ. ເກ່ມ ເງ້ຍໄດ້ອອກໄປກັບຄົນຫວຽດກ່ຽວທີ່ອາໄສຢູ່ຕ່າງປະເທດ. ບັນດາ ຊ່າງຮັກສາເລັບຄົນຫວຽດນາມ ຢູ່ອາເມລິການັບມື້ມີຄວາມນິຍົມເຄື່ອງມືເກ່ມເງ້ຍຍ້ອນມີ ຄຸນນະພາບດີ ທັງມີຄວາມທົນທານ ລາຄາພັດຕຳ່ກວ່າ 3 ເທົ່າຕົວເມື່ອທຽບໃສ່ສິນຄ້າຂອງເຢຍລະມັນ ແລະ ອາເມລິກາ. ແຕ່ປີ 2001 ຮອດປີ 2006, ເກ່ມເງ້ຍສ້າງເຄືອຄ່າຍຈຳ ໜ່າຍຢ່າງສົມບູນແບບ ແລະ ຈົດທະບຽນ ລິຂະສິດໃຫ້ແກ່ຜະລິດ ຕະພັນທີ່ໃສ່ຊື່ Supper Nghia ທີ່ປະເທດ ອາເມລິກາ.
ຈາກຮາກຖານຜະລິດຂະໜາດນ້ອຍ, ມາຮອດ ປັດຈຸບັນ, ເກ່ມເງ້ຍ ໄດ້ມີໂຮງງານ 3 ແຫ່ງລວມເນື້ອທີ່ທັງໝົດ 20.000 ກວ່າຕາລາງ ແມັດ ແລະ ມີກຳລັງແຮງງານປະມານ 2.000 ຄົນ, ຜະລິດຄີມຕັດເລັບຂະຫນາດສິບລ້ານອັນຕໍ່ປີ. ຫາກໍ່ເຄື່ອນໄຫວໄດ້ພຽງ 20 ກວ່າ ປີ, ເກ່ມເງ້ຍໄດ້ມີບາດກ້າວກະໂດດຂັ້ນ, ເປັນໜຶ່ງໃນຈຳນວນ 100 ເຄື່ອງໝາຍການຄ້າທີ່ເຂັ້ມແຂງຂອງຫວຽດນາມ ແລະ ເປັນໜຶ່ງໃນ ຈຳນວນ 63 ວິສາຫະກິດຖືກຮັບຮອງເປັນເຄື່ອງໝາຍການຄ້າ ແຫ່ງຊາດ, ມີຜະລິດຕະພັນປະກົດຕົວຢູ່ຕະຫຼາດຂອງບັນດາປະ ເທດຄື: ອາເມລິກາ, ການາດາ, ເຢຍລະມັນ, ຝຣັ່ງ, ອີຕາລີ, ລັດ ເຊຍ ແລະ ຍີ່ປຸ່ນ.