ເຄື່ອງໝາຍ ຫວຽດ

ບໍລິສັດເກ່ມເງ້ຍບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ

ເລີ່ມຈາກຊ່າງລັບຄີມຕາມຂ້າງຖະໜົນ, ທ່ານ ຫງວຽນມິງຕ້ວນ (ອາຍຸ 57 ປີ) ໄດ້ສ້າງເຄື່ອງໝາຍການຄ້າເກ່ມເງ້ຍຂຶ້ນເປັນວິສາ ຫະກິດແຖວໜ້າຂອງຫວຽດນາມໃນຂົງເຂດຜະລິດ, ດຳເນີນ ທຸລະ ກິດເຄື່ອງມືທຸກຊະນິດຮັບໃຊ້ສະເພາະການເສີມຄວາມງາມ ແລະ ຮັກສາເລັບຢູ່ຫວຽດນາມ ແລະ ກຳລັງບືນຕົວອອກສູ່ຕະຫຼາດໂລກ. 
ສິ່ງທີ່ສ້າງຄວາມປະທັບໃຈຕໍ່ຂ້າພະເຈົ້າເມື່ອໄດ້ພົບກັບທ່ານ ຫງວຽນມິງຕ້ວນ, ປະທານສະພາຄຸ້ມຄອງເກ່ມເງ້ຍ ທີ່ໂຮງງານແຫ່ງໜຶ່ງຢູ່ເມືອງກູ່ຈີ, ນະຄອນໂຮ່ຈີມິນ ນັ້ນແມ່ນບຸກຄົນທີ່ມີກີລິຍາສຸຂຸມ ມີສາຍຕາແຫຼມຄົມ ແລະ ພິເສດແມ່ນມີວິທີການໂອ້ລົມດ້ວຍບັນຍາກາດຝົດຝື້ນ. ຄວາມສຳເລັດຂອງເກ່ມເງ້ຍໃນວັນນີ້ເປັນເລື່ອງລາວທີ່ຍາວ ແລະ ເຕັມໄປດ້ວຍຄວາມຮູ້ສຶກຕໍ່ຄວາມຕັດສິນໃຈຂອງຜູ້ ເປັນຊ່າງລັບຄີມຫງວຽນມິງຕ້ວນໃນເມື່ອກ່ອນ.

ອອກຈາກໂດ່ງທາບເມື່ອຍຂຶ້ນໄປໄຊງ່ອນເພື່ອຫາລ້ຽງຊີບ, ຕ້ອງກິ້ງເກືອກລີເລືອຜ່ານຫຼາຍອາຊີບແຕ່ລາຍຮັບກບໍ່ໝັ້ນຄົງ, ອ້າຍບ່າວ ຫງວຽນມິງຕ້ວນໄດ້ຂໍເປັນຜູ້ຊ່ວຍວຽກທີ່ຮ້ານເສີມສວຍ ຂອງເອື້ອຍຄີງຂອງຕົນ. ແຕ່ລະຄັ້ງເອົາຄີມຂອງຊ່າງເຮັດເລັບໄປລັບຕ້ອງໄດ້ລຽນແຖວລໍຖ້າດົນສົມຄວນ, ຕ້ວນເຫັນວ່າອາຊີບລັບຄີມນີ້ຍັງມີໜ້ອຍຄົນເຮັດ ແລະ ໄດ້ເກີດມີແນວຄວາມຄິດຮຽນອາຊີບລັບຄີມຕັດເລັບ. ລາວຂໍເຂົ້າຮຽນວິທີການເຮັດຄີມ ແລະ ລັບຄີມຈາກຫຼາຍນາຍຊ່າງ.  ເມື່ອມີຄວາມຊຳນານງານແລ້ວ ທ່ານຫງວຽນມິງຕ້ວນ ໄດ້ແຍກອອກເຮັດເປັນຂອງຕົນເອງ.

ໃນຄາວນັ້ນ, ຫງວຽນມິງຕ້ວນເຫັນວ່າ ບັນດານາຊ່າງຮັກສາເລັບມັກຈົ່ມກ່ຽວກັບເລື່ອງຄີມທີ່ຫາກໍລັບແລ້ວໃຊ້ພຽງໄລຍະສັ້ນໆ ກໍຖືກຫຼຸ້ຍໄວ. ຈາກບັນຫາດັ່ງກ່າວຕ້ວນໄດ້ຄົ້ນຄວ້າ ແລະ ປະດິດສ້າງປະເພດຄີມລຸ່ນໃໝ່ຂຶ້ນຊຶ່ງມີຄວາມແຫຼມຄົມ ແລະ ທົນທານຍາວນານກວ່າ. ຫົວຫນ່ວຍການຜະລິດເຄື່ອງມືຮັກສາເລັບທີ່ມີຊື່ “ເງ້ຍ ໄຊງ່ອນ” ໄດ້ກຳເນີດຂຶ້ນເມື່ອປີ 1992, ແຮງງານຕົ້ນຕໍແມ່ນມາຈາກສະມາຊິກໃນຄອບຄົວ. ປີ 2000 ບໍລິສັດເຄື່ອງກົນຈັກ ເກ່ມເງ້ຍຈຳກັດ ໄດ້ສ້າງຕັ້ງຂຶ້ນ ແລະ ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ ດ້ວຍລະບົບການຄຸ້ມຄອງຄຸນນະພາບ ISO 9001:2008.

ປະທານສະພາບໍລິຫານເກ່ມເງ້ຍ ຫງວຽນມິງຕວ້ນ (ຜູ້ຖືໝວກ) ແລກປ່ຽນຄຳເຫັນກັບຄູ່ຮ່ວມມືຕ່າງປະເທດ. ພາບ: ເອກະສານ


ຜະລິດຕະພັນຂອງເກ່ມເງ້ຍໄດ້ປະກົດຕົວເປັນປະຈຳ ຢູ່ບັນດາ ງານຕະຫຼາດນັດໃຫຍ່ຢູ່ພາຍໃນ ແລະ ຕ່າງປະເທດ. ພາບ: ເອກະສານ


ໂຮງງານຜະລິດຂອງເກ່ມເງ້ຍ. ພາບ: ດັ້ງກິມເຟືອງ


ເກ່ມເງ້ຍມີແຮງງານປະມານ 2.000 ຄົນ, ແຕ່ລະປີຜະລິດຄີມ ຫຼາຍສິບລ້ານດວງ. ພາບ: ດັ້ງກິມເຟືອງ


ພາກສ່ວນຜະລິດຜະລິດຕະພັນຄີມຕັດເລັບມືຂອງເກ່ມເງ້ຍ. ພາບ: ດັ້ງກິມເຟືອງ


ພະນັກງານເຕັກນິກກວດກາຂັ້ນຕອນຜະລິດຜະລິດຕະພັນມີດ ຕັດເລັບມື. ພາບ: ດັ້ງກິມເຟືອງ


ຂັ້ນຕອນລັບມີດ. ພາບ: ດັ້ງກິມເຟືອງ


ກວດກາຄຸນນະພາບຂອງຜະລິດຕະພັນກ່ອນນຳອອກສູ່ຕະຫຼາດ. ພາບ: ດັ້ງກິມເຟືອງ
 
ປະຈຸບັນ, ຜະລິດຕະພັນຂອງເກ່ມເງ້ຍມີຢູ່ຢ່າງຫຼາກຫຼາຍໃນດ້ານ ຮູບແບບ ແລະ ມີຫລາຍລາຄາທີ່ແຕກຕ່າງກັນ ຊຶ່ງເຫມາະສົມກັບ ຄວາມຕ້ອງການຂອງລູກຄ້າເຊັ່ນ: ເຄື່ອງມືຮັກສາເລັບ(ຄີມຕັດໜັງ, ຄີມຕັດເລັບ, ຫນີບເລັບ, ເຄື່ອງຖູ, ເຄື່ອງລັບເລັບ ແລະ ອື່ນໆ..), ເຄື່ອງມືຮັບໃຊ້ສ່ວນຕົວຄື: (ມີດຕັດຜົມ, ມີດຕັດຂົນຄີ້ວ, ຂົນດັງ, ເຫຼັກໜີບ). ເກັ່ມເງ້ຍໄດ້ຖືເອົາຄຸນນະພາບຜະລິດຕະພັນເປັນຄຸນ ຄ່າຫຼັກແຫລ່ງ. ດ້ວຍເຫດນັ້ນ, ທ່ານເງ້ຍ ໄດ້ໄຂຄວາມໃນໃຈ ໃຫ້ຮູ້ວ່າ: “ຂ້າພະເຈົ້າຫວັງຢາກໃຫ້ ຜະລິດຕະພັນເກ່ມເງ້ຍແຕ່ລະອັນ ທີ່ຜະລິດອອກມາລ້ວນແຕ່ໄດ້ຮັບຄວາມເພີ່ງພໍໃຈຈາກລູກຄ້າ”.

ຈາກຫຼັກນຳດຳເນີນທຸລະກິດດັ່ງກ່າວ, ເກັ່ມເງ້ຍຄ່ອຍໆໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກຜູ້ຊົມໃຊ້ ແລະ ເລີ່ມສົ່ງອອກໄປຕະຫຼາດສາ ກົນ. ຕະຫຼາດອາເມລິກາມີວົງຄະນາຍາດຄົນ ຫວຽດນາມເປັນຈຳ ນວນຫຼວງຫຼາຍ ແລະ ອາຊີບຮັກສາເລັບຂະຫຍາຍຕົວທີສຸດ.  ເກ່ມ ເງ້ຍໄດ້ອອກໄປກັບຄົນຫວຽດກ່ຽວທີ່ອາໄສຢູ່ຕ່າງປະເທດ. ບັນດາ ຊ່າງຮັກສາເລັບຄົນຫວຽດນາມ ຢູ່ອາເມລິການັບມື້ມີຄວາມນິຍົມເຄື່ອງມືເກ່ມເງ້ຍຍ້ອນມີ ຄຸນນະພາບດີ ທັງມີຄວາມທົນທານ ລາຄາພັດຕຳ່ກວ່າ 3 ເທົ່າຕົວເມື່ອທຽບໃສ່ສິນຄ້າຂອງເຢຍລະມັນ ແລະ ອາເມລິກາ. ແຕ່ປີ 2001 ຮອດປີ 2006, ເກ່ມເງ້ຍສ້າງເຄືອຄ່າຍຈຳ ໜ່າຍຢ່າງສົມບູນແບບ ແລະ ຈົດທະບຽນ ລິຂະສິດໃຫ້ແກ່ຜະລິດ ຕະພັນທີ່ໃສ່ຊື່ Supper Nghia ທີ່ປະເທດ ອາເມລິກາ.

ຈາກຮາກຖານຜະລິດຂະໜາດນ້ອຍ, ມາຮອດ ປັດຈຸບັນ, ເກ່ມເງ້ຍ ໄດ້ມີໂຮງງານ 3 ແຫ່ງລວມເນື້ອທີ່ທັງໝົດ 20.000 ກວ່າຕາລາງ ແມັດ ແລະ ມີກຳລັງແຮງງານປະມານ 2.000 ຄົນ, ຜະລິດຄີມຕັດເລັບຂະຫນາດສິບລ້ານອັນຕໍ່ປີ. ຫາກໍ່ເຄື່ອນໄຫວໄດ້ພຽງ 20 ກວ່າ ປີ, ເກ່ມເງ້ຍໄດ້ມີບາດກ້າວກະໂດດຂັ້ນ, ເປັນໜຶ່ງໃນຈຳນວນ 100 ເຄື່ອງໝາຍການຄ້າທີ່ເຂັ້ມແຂງຂອງຫວຽດນາມ ແລະ ເປັນໜຶ່ງໃນ ຈຳນວນ 63 ວິສາຫະກິດຖືກຮັບຮອງເປັນເຄື່ອງໝາຍການຄ້າ ແຫ່ງຊາດ, ມີຜະລິດຕະພັນປະກົດຕົວຢູ່ຕະຫຼາດຂອງບັນດາປະ ເທດຄື: ອາເມລິກາ, ການາດາ, ເຢຍລະມັນ, ຝຣັ່ງ, ອີຕາລີ, ລັດ ເຊຍ ແລະ ຍີ່ປຸ່ນ.

ຜະລິດຕະພັນມີດຕັດຂອງເກ່ມເງ້ຍ. ພາບ: ດັ້ງກິມເຟືອງ


ຜະລິດຕະພັນເຫຼັກໜີບຂອງເກ່ມເງ້ຍ. ພາບ: ດັ້ງກິມເຟືອງ


ຜະລິດຕະພັນຂອງເກ່ມເງ້ຍມີຫຼາກຫຼາຍທາງດ້ານຮູບແບບ ຫຼາຍລາຄາທີ່ແຕກຕ່າງກັນ
ຊຶ່ງສອດຄ່ອງກັບຄວາມຕ້ອງການ ຂອງຜູ້ຊົມໃຊ້. ພາບ: ດັ້ງກິມເຟືອງ



ເກ່ມເງ້ຍໄດ້ຖືກຮັບຮອງເຄື່ອງໝາຍການຄ້າແຫ່ງຊາດ ແລະ ຜະລິດ ຕະພັນໄດ້ມີໜ້າຢູ່ຕະຫຼາດຕ່າງປະເທດຫຼາຍແຫ່ງເຊັ່ນ
ອາເມລິກາ, ການາດາ, ເຢຍລະມັນ, ຝຣັ່ງ, ອີຕາລີ, ລັດເຊຍ ແລະ ຍີ່ປຸ່ນ. ພາບ: ດັ້ງກິມເຟືອງ

 
ບົດ: ຫງວຽນແອວງ - ພາບ: ດັ້ງກິມເຟືອງ ແລະ ເອກະສານ


top