“ການຈັດຕັ້ງມອບລາງວັນພາບຖ່າຍໜັງສືພິມວິນາທີຄຳ, ຂ່າວສານ ຫວຽດນາມ ມຸ່ງຫວັງຢາກມີພາບຖ່າຍທີ່ ມີລັກສະນະສື່ຂ່າວຕົວຈິງ, ສ່ອງແສງຄວາມເປັນຈິງ ແລະ ມີຊີວິດຊີວາ ເຫດການຕ່າງໆທີ່ກຳລັງ ເກີດຂຶ້ນຢ່າງເປັນຂະບວນຝົດຝື້ນປະເທດຊາດ ຂອງພວກເຮົາ. ນີ້ເປັນຄັ້ງທີສີ່ໄດ້ຮັບການຈັດຕັ້ງຂຶ້ນ, ລາງວັນ ພາບຖ່າຍໜັງສືພິມ ວິນາທີຄຳໄດ້ເປັນ, ພວມເປັນ ແລະ ຈະເປັນຂີດໝາຍອັນສຳຄັນ ໃນຂະບວນວິວັດການພັດທະນາຂອງພາບຖ່າຍ ໜັງສືພິມຂອງ ບ້ານ ເມືອງ. ໃນຕົວຈິງຍັງມີຫລາກຫຼາຍວຽກ ທີ່ຕ້ອງເຮັດເພື່ອຍົກສູງ ຄຸນນະພາບຂອງພາບຖ່າຍໜັງສືພິມຫວຽດນາມ, ດ້ວຍການຈັດຕັ້ງ ການປະກວດພາບຖ່າຍຄັ້ງນີ້, ຂ່າວສານຫວຽດນາມມຸ່ງປະກອບສ່ວນເຂົ້າໃນພາລະກິດລວມດັ່ງກ່າວ”.
(ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການ ໃຫຍ່ ຂ່າວສານຫວຽດນາມi)
|
ດ້ວຍຄວາມເປັນເອກະລັກສະເພາະຂອງປະເພດພາບຖ່າຍໜັງສືພິມ, ບັນດາພາບຖ່າຍທີ່ໄດ້ສົ່ງຮູບເຂົ້າມາປະກວດຄັ້ງນີ້ ແມ່ນຜົນການບັນທຶກວິນາທີທີ່ມີຊີວິດຊີວາ, ຊຶ່ງຊໍ່ສ່ອງແສງໃຫ້ເຫັນ ທຸກດ້ານໃນຊີວິດ ສັງຄົມ. ເບື້ອງຫຼັງຂອງພາບຖ່າຍຕ່າງໆແມ່ນຊີວິດຈິດໃຈ ຂອງນັກ ຖ່າຍ, ເຂົາເຈົ້າໄປເຖິງທ້ອງຖິ່ນຕ່າງໆ ບ່ອນທີ່ເກີດຂຶ້ນເຫດການ “ເດືອດຮ້ອນ” ໂດຍບໍ່ຄິດຖໍ້ຖອຍຕໍ່ຄວາມຫຍຸ້ງຍາກ ແລະ ຄວາມ ອັນຕະລາຍເຊັ່ນ: ເຂດປະສົບພາຍຸນຳ້, ນ້ຳໄຫລນອງ ຢູ່ແຂວງລາວ ກາຍ, ຝັ່ງທະເລເຊາະເຈື່ອນ, ການທຳລາຍປ່າຢູ່ແຂວງກວາງນາມ, ໄພແຫ້ງແລ້ງຢູ່ພາກກາງຕອນໃຕ້, ໄຕງວຽນ, ໄພແຫ້ງແລ້ງ ແລະ ນຳ້ເຄັມຊືມຢູ່ເຂດທົ່ງພຽງແມ່ນຳ້ຂອງ, ອຸບັດເຫດມົນລະພິດສິ່ງແວດ ລ້ອມທະເລ Formosa ຢູ່ 4 ແຂວງພາກກາງຫວຽດນາມ... ເພື່ອ ນຳເອົາບັນດາພາບຕ່າງໆເຫລົ່ານັ້ນມາໃຫ້ມວນຊົນໄດ້ ຊົມພາບຕົວຈິງໃນຫນັງສືພິມ.
![]() ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ຂ່າວສານຫວຽດນາມ ແລະ ທ່ານ ຟ້າມວັນລີນ, ຮອງຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ມອບລາງວັນທີໜຶ່ງໃຫ້ ແກ່ນັກຖ່າຍຮູບ ຟ້າມບັ່ງ (ແຂວງລາວກາຍ). ພາບ: ເຈີ່ນແທງຢາງ ![]() ບັນດາທ່ານຜູ້ແທນຕັດແຖບຜ້າເປີດງານວາງສະແດງພາບຖ່າຍວິນາທີຄຳ 04. ພາບ: ເຈີ່ນແທງຢາງ ![]() ແຂກທີ່ເຂົ້າມາຢ້ຽມຊົມຜົນງານການປະກວດທີ່ໄດ້ຮັບລາງວັນວິນາ ທິຄຳ 04. ພາບ: ເຈີ່ນແທງຢາງ ![]() ວາງສະແດງລາງວັນວິນາທິຄຳ 04 ໄດ້ຈັດຂຶ້ນຢູ່ສູນ ສຳນັກຂ່າວ ສານແຫ່ງຊາດ, ເຮືອນເລກທີ 5, ຖະໜົນຫຼີເຖື່ອງກຽດ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ |
“ຢູ່ໃນງານປະກວດຄັ້ງນີ້, ນັກຂ່າວພາບຖ່າຍປະຈຳຢູ່ບັນດາອົງການ ສຳນັກສື່ຂ່າວທົ່ວປະເທດໄດ້ນຳສົ່ງພາບມາປະກວດ. ເປັນພິເສດ ແລະ ໜ້າສົນໃຈສຸດແມ່ນຈຳນວນນັກຂ່າວເປັນໄວໜຸ່ມ ໄດ້ກວມເອົາເປັນຈຳນວນຫລາຍ. ບັນດານັກຂ່າວພາບ, ນັກຂ່າວມີຄວາມສາມາດ ຖ່າຍພາບໜັງສືພິມໄດ້ເປັນຢ່າງດີທີສຸດ”.
(ນັກຂ່າວຫງວຽນຖັ໋ງ-ຫົວໜ້າຄະນະບັນນາທິການໃຫຍ່ຂ່າວພາບ ຫວຽດນາມ(ຂ່າວສານຫວຽດນາມ) -ຮອງປະທານຜູ້ປະຈຳການ ຄະນະກວດສອບ) |
ການປະກວດພາບຖ່າຍໜັງສິພິມ ວິນາທີຄຳ 04 ໄດ້ຮັບການ ຕີລາ ຄາວ່າເປັນບ່ອນເກັບຮັກສາ, ໂຄສະນາເຜີຍແຜ່ຫລັກວັດທະນະທຳ ຂອງວົງຄະນາຍາດ 54 ຊົນເຜົ່າຫວຽດນາມ. ງານບຸນຕ່າງໆ, ຮີດ ຄອງປະເພນີ, ສີສັນວັດທະນະທຳທີ່່ໂດດເດັ່ນ ໄດ້ຖືກບັນດານັກຖ່າຍ ພາບລັ່ນກ້ອງ ແລະ ຝາກມາເຂົ້າປະກວດ, ເມື່ອທ້ອນໂຮມເຂົ້າກັນແລ້ວມັນກາຍເປັນປຶ້ມ “abum” ທີ່ໂດດເດັ່ນທາງດ້ານ ວັດທະນະ ທຳຫວຽດນາມ.
![]() ພາບຖ່າຍ “ຫຼັງໄພນຳ້ໄຫລນອງຮ້າຍແຮງ” ຂອງນັກປະພັນ ຟ້າມບັ່ງ (ແຂວງລາວກາຍ), ຫຼຽນຄຳໃນປະເພດພາບເປັນຊຸດ. ![]() ພາບຖ່າຍ “ທາງລາງ tuynel ຢູ່ໄຕ ແຄ ຊີມ, ນະຄອນ ເກີມຝາ, ແຂງງ ກວາງນິງ” ຂອງນັກປະພັນ ຟ້າມຮວ່າຍນາມ (ແຂວງກວາງນິງ), ຫຼຽນເງິນໃນປະເພດພາບດ່ຽວ. ![]() ພາບຖ່າຍ “ສາຍຮູບເງົາມາເຖິງເຂດຫ່າງໄກ” ຂອງນັກປະພັນ ຟານຊວນງວຽນ (ແຂວງຢາລາຍ), ຫຼຽນເງິນໃນປະເພດພາບເປັນຊຸດ. ![]() ພາບຖ່າຍ “Selfie” ໃນງານບຸນສີສັນ "Color my run" 2016" ຂອງນັກປະພັນ ກ່ຽວແອງຢຸງ (ນະຄອນໂຮ່ຈີມິນ), ຫຼຽນເງິນໃນປະເພດພາບເປັນຊຸດ. ![]() ພາບຖ່າຍ “ເພພັງມ້າງຜານເກືອດ້າຍ” ຂອງນັກປະພັນ ເຕິດເຊີນ (ນະຄອນຮ່າໂນ້ຍ), ຫຼຽນເງິນໃນປະເພດພາບເປັນຊຸດ . ![]() ພາບຖ່າຍ “ລາກ່ອນແມ່, ລູກເດີນທາງເຂົ້າຮ່ວມກອງທະຫານ” ຂອງ ນັກປະພັນ ຮີ່ວໝີຖ້ວນ, ຫຼຽນທອງໃນປະເພດພາບດ່ຽວ. ![]() ພາບຖ່າຍ “ໄຕງວຽນໃນລະດູແຫ້ງແລ້ງ” ຂອງນັກປະພັນ ຕ໋ຽນແທ່ງ (ແຂວງແຄ໋ງຮ່ວາ), ຫຼຽນທອງໃນປະເພດພາບເປັນຊຸດ. ![]() ພາບຖ່າຍ “ເທວະດານ້ອຍຕີກອງ “ຈ້ອງເຍີນ” ຂອງນັກປະພັນ ຫງວຽນລີນວິງກວກ (ແຂວງຢາລາຍ), ຫຼຽນທອງໃນປະເພດ ພາບດ່ຽວ. ![]() ພາບຖ່າຍ “ກໍ່ສ້າງຂົວ” ຂອງນັກປະພັນ ລໍ່ວັນເຮີ້ບ (ແຂວງ ດົ່ງນາຍ), ຫຼຽນທອງໃນປະເພດພາບເປັນຊຸດ. ພາບຖ່າຍ “ຊ່ວຍປະຊາຊົນຫຼັງໄພນຳ້ຖ້ວມ” ຂອງນັກປະພັນ ຫງວຽນວັນມ່ຽນ (ແຂວງອຽນບ໋າຍ), ຫຼຽນທອງໃນປະເພດພາບດ່ຽວ. ![]() ພາບຖ່າຍ “ເຈື່ອງຊາຟົດຟື້ນໃນວັນບຸນເລືອກຕັ້ງ” ຂອງນັກປະພັນ ເຈີ່ນເລເລີມ (ນະຄອນດ່າໜັງ), ຫຼຽນທອງໃນປະເພດພາບເປັນຊຸດ. ![]() ພາບຖ່າຍ “ເຮັດເຮືອນຣົງຂອງຊົນເຜົ່າບານາທີກົງຕຸມ” ຂອງ ນັກປະພັນ ຟ້າມຮຸຍດັ່ງ (ແຂວງກອນຕຸມ), ລາງວັນຊົມເຊີຍປະເພດ ພາບດ່ຽວ. ![]() ພາບຖ່າຍ “ກູ້ໄພຄະດີໄຟໄໝ້ປຳ້ນຳ້ມັນ ຊາງມ້ານ” ຂອງຈຸ ນັກປະພັນ ຫງວຽນຢາງນາມ-ຫວູຮວ່າງແອງ, ລາງວັນຊົມເຊີຍ ປະເພດພາບເປັນຊຸດ. ![]() ພາບຖ່າຍ “ສະຫງ່າຜ່າເຜີຍວັນກັບມາ” ຂອງນັກປະພັນ ຫງວຽນກວກແຄ໋ງ (ນະຄອນຮ່າໂນ້ຍ), ລາງວັນຊົມເຊີຍປະເພດ ພາບດ່ຽວ. ![]() ພາບຖ່າຍ “ຊາວປະມົງກີ່ນາມຕໍ່ຫນ້າສະພາບຮັບມົນລະພິດ ສິ່ງແວດ ລ້ອມທາງທະເລ” ຂອງນັກປະພັນ ຮວ່າງອານ (ແຂວງກວາງບິ່ງ), ລາງວັນຊົມເຊີຍປະເພດພາບເປັນຊຸດ. ![]() ພາບຖ່າຍ “ເຕັກໂນໂລຊີສຸດຍອດກະເສດການລ້ຽງກຸ້ງໃນເຮືອນປິດ” ຂອງນັກປະພັນ ຟານແທງເກື່ອງ (ແຂວງບາກລຽວ), ລາງວັນຊົມເຊີຍ ປະເພດພາບດ່ຽວ. ![]() ພາບຖ່າຍ “ໄຟຟ້າພະລັງລົມຢູ່ໝູ່ບ້ານຊາວປະມົງ” ຂອງນັກປະພັນ ເຈີ່ນກົງດາດ (ນະຄອນຮ່າໂນ້ຍ), ລາງວັນຊົມເຊີຍປະເພດພາບເປັນຊຸດ. ![]() ພາບຖ່າຍ “ລີລາການຟ້ອນຈ່າມຈີມ” ຂອງນັກປະພັນ ຫງວຽນແທ່ງຮືງ (ແຂວງດົ່ງທາບ), ລາງວັນຊົມເຊີຍ ປະເພດພາບດ່ຽວ. ![]() ພາບຖ່າຍ “ຫ້ອງສອນລອຍນຳ້ໃນແມ່ນຳ້” ຂອງນັກປະພັນ ຫງວຽນ ດຶກມິງ (ແຂວງກວາງຫງາຍ), ລາງວັນຊົມເຊີຍປະເພດ ພາບເປັນຊຸດ. ![]() ພາບຖ່າຍ “ສະຖິຕິການຟ້ອນເຢິນຫວູ” ຂອງນັກປະພັນ ໂດ໊ຕຸ່ງ (ແຂວງ ເກີ່ນເທີ), ລາງວັນຊົມເຊີຍປະເພດພາບດ່ຽວ. |
|
ບົດ: ທົງທ້ຽນ(ຮຽບຮຽງ)
ພາບ: ເຈີ່ນແທງຢາງ -ຫວຽດເກື່ອງ ແລະ ຄະນະຈັດຕັ້ງການປະກວດ ພາບຖ່າຍໜັງສືພິມວິນາທີຄຳ 04
ພາບ: ເຈີ່ນແທງຢາງ -ຫວຽດເກື່ອງ ແລະ ຄະນະຈັດຕັ້ງການປະກວດ ພາບຖ່າຍໜັງສືພິມວິນາທີຄຳ 04