Trevi bike ຖືກສ້າງຂຶ້ນໂດຍຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ HayBike, ຊຶ່ງເປັນລົດຖີບໄຟຟ້າ ຊ່ວຍແຮງ ທ່ີໃຊ້ໂຄງເຫຼັກ ໄດ້ ປະສົບຄວາມສໍາເລັດຢ່າງຫຼວງຫຼາຍ ໃນຕະຫຼາດ ຫວຽດນາມ. ຢ່າງໃດກໍ່ຕາມ, ຄວາມສຳເລັດຂອງ HayBike ຍັງບໍ່ແມ່ນເປົ້າ ໝາຍ ຂອງ ຖັນແຖວຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ HayBike. ຄວາມປາດຖະໜາ ທ່ີຈະສ້າງຜະລິດຕະພັນໜຶ່ງຂອງ ຫວຽດ ນາມ ທີ່ສາມາດ ເອົາຊະນະຕະຫຼາດໃນທ່ົວໂລກ ເປັນສິ່ງທີ່ ເຂົາ ເຈົ້າຕັ້ງເປົ້າໄວ້. ທ່ານ ຫງວຽນວັນຕວ່ຽນ, ຜູ້ສ້າງຕັ້ງບໍລິສັດ HayBike, ເຈົ້າຂອງກຳມະສິດ ເຄື່ອງໝາຍການຄ້າລົດຖີບ Trevi bike ໄດ້ແບ່ງປັນກ່ຽວກັບປະຫວັດຄວາມເປັນມາຂອງ ລົດຖີບ Trevi bike ວ່າ: “ພາຍຫຼັງການຄົ້ນຄວ້າ ແລະ ຄວາມ ປາດຖະໜາ ຕໍ່ຜະລິດຕະພັນ ຂອງ ຫວຽດນາມ ສາມາດເອົາ ຊະນະຕະຫຼາດສາກົນ ໃນໄລຍະຍາວ, ພວກຂ້າພະເຈົ້າຈຶ່ງ ຕັດ ສິນໃຈ ເລືອກໄມ້ໄຜ່ ເພື່ອຜະລິດ ລົດຖີບ ຄັນໜຶ່ງ”.
Trevi bike ໄດ້ເຮັດຈາກລຳໄມ້ໄຜ່, ຖືກຄັດເລືອກ ແລະ ປຸງ ແຕ່ງ ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ ເພື່ອໃຫ້ສາມາດທົນທານຕໍ່ຄວາມແຮງ, ມີຄວາມຢືດຢຸ່ນ ແລະ ທົນທານຕໍ່ຜົນກະທົບຈາກ ສິ່ງແວດລ້ອມ ຄື: ປວກ, ມອດ ແລະ ສະພາບອາກາດ.
ຕາມທ່ານ ຕວ່ຽນ, ໄມ້ໄຜ່ ຂອງ ຫວຽດນາມ ມີຄຸນນະພາບອັນ ດັບໜຶ່ງຂອງໂລກ, ພິເສດແມ່ນປະເພດ ໄມ້ໄຜ່ ທ່ີປູກ ຢູ່ແຂວງ ແທງຮວ໋າ ແລະ ຮວ່າບິ່ງ. ນອກຈາກທ່າແຮງ ກ່ຽວກັບຊະນິດໄມ້ ໄຜ່, ຄຸນລັກສະນະດິນ ແລະ ອາກາດ ສຸດທີ່ ເໝາະສົມໃຫ້ແກ່ ໄມ້ໄຜ່ ຂະຫຍາຍຕົວດີ.

ກຳມະກອນ ພວມກວດກາມາດຖານຂອງໂຄງລົດຖີບ Trevi Bike. ພາບ: ແທງຢາງ/VNP
ໂຄງລົດຖີບ Trevi Bike ໄດ້ປະກອບໃຫ້ສົມບູນ ແບບ ຢູ່ໂຮງງານຜະລິດ. ພາບ: ແທງຢາງ/VNP
ລົດຖີບ Trevi Bike ໄດ້ຮັບຄວາມນິຍົມຈາກເດັກນ້ອຍຫຼາຍຄົນ. ພາບ: ແທງຢາງ/VNP.
ແຕ່ລະສິ້ນສ່ວນ ຂອງ ໂຄງລົດລ້ວນແຕ່ເຮັດດ້ວຍໄມ້ໄຜ່ ທີ່ ມີຄຸນນະພາບສູງ, ຮັບປະກັນມາດຕະຖານຂອງລົດຖີບຄັນ ໜຶ່ງ, ແຕ່ເປັນມິດກັບສິ່ງແວດລ້ອມ. ພາບ: ແທງຢາງ/VNP
|
Trevi ເປັນຊື່ຂອງຈະຕຸລັດ ແຫ່ງໜຶ່ງ ທີ່ມີຊື່ສຽງ ຂອງ ເຢຍລະ ມັນ, ແຕ່ບັງເອີນວ່າ ເປັນຕົວຫຍໍ້ຂອງ ໄມ້ໄຜ່ຫວຽດ (Tre Viet). ດ້ວຍຊື່ເອີ້ນດັ່ງກ່າວ, ຜູ້ກໍ່ຕັ້ງຫວັງວ່າ ເວລາເວົ້າເຖິງ Trevi ຈະ ຄິດເຖິງ ຫວຽດນາມ, ຄິດເຖິງຫົວຄິດປະດິດສ້າງ ຂອງ ຄົນ ຫວຽດນາມ ດ້ວຍຜະລິດຕະພັນ ທ່ີເປັນເອກະລັກ, ເປັນມິດກັບ ສິ່ງແວດລ້ອມ. ທ່ານ ຕວ່ຽນ ໃຫ້ຮູ້ວ່າ: “ຄົນ ຫວຽດນາມ ຕ້ອງ ນຳເຂົ້າຜະລິດຕະພັນຈາກຕ່າງປະເທດດ້ວຍລາຄາແພງ, ແຕ່ ຜະລິດຕະພັນ ທີ່ສົ່ງອອກສ່ວນຫຼາຍແມ່ນມີລາຄາຖືກ, ນັບທັງ ບັນດາຜະລິດຕະພັນທີ່ເຮັດດ້ວຍໄມ້ໄຜ່. ພວກຂ້າພະເຈົ້າ ຢາກ ປະດິດສ້າງ ຜະລິດຕະພັນໜຶ່ງ ມີມາດຖານເພື່ອຂາຍ ໄດ້ລາຄາ ສູງ, ສາມາດນໍາເງິນ ໂດລາ ແລະ ຢູໂຣ ມາໃຫ້ປະເທດຊາດ”.
ອີກດ້ານໜຶ່ງ, ໃນແນວຄວາມຄິດຂອງຊາວ ຫວຽດນາມ, ໄມ້ໄຜ່ ເປັນສັນຍະລັກ ຂອງ ປະຊາຊົນ ຫວຽດນາມ, ດ້ວຍບັນດາອົງ ປະກອບ ດ້ານຈິດວິນຍານ ແລະ ປະຫວັດສາດ ຕິດພັນກັບການ ພັດທະນາ ຂອງ ປະເທດຊາດ. ໄມ້ໄຜ່ ເປັນສັນຍາລັກ ທ່ີດີເລີດ, ທົນທານຕໍ່ທຸກສະພາບການ, ແຕ່ມີຄວາມຢືດຢຸ່ນສູງ.
ຢູ່ຕະຫຼາດ ເອີຣົບ, Trevi bike ໄດ້ເລືອກປະເທດ ໂຮນລັງ ເນື່ອງຈາກຄວາມຕ້ອງການນຳໃຊ້ລົດຖີບຢູ່ທີ່ນີ້ ຫຼາຍທີ່ສຸດໃນໂລກ, ຫຼາຍກວ່າຈຳນວນພົນລະເມືອງຂອງປະເທດນີ້. ຈຳນວນ ປະຊາກອນ ຂອງ ໂຮນລັງ ປະມານ 17 ລ້ານຄົນ, ຈຳນວນລົດຖີບ ມີປະມານ 21 ລ້ານຄັນ. ເຂົາເຈົ້າ ມັກເວົ້າຢອກວ່າ ຊາວ ໂຮນລັງ ເກີດມາເທິງລົດຖີບ. ທ່ານ ຕວ່ຽນ ໃຫ້ຮູ້ຕື່ມວ່າ: “ແນວຄິດ ຂອງຊາວ ໂຮນລັງ ແມ່ນມັກຫຼິ້ນກິລາ, ປົກປັກຮັກສາສິ່ງແວດລ້ອມ, ເພາະສະນັ້ນຂ້າພະເຈົ້າ ຈຶ່ງຕັດສິນໃຈ ເລືອກ ໂຮນລັງ ເປັນປະເທດທຳອິດ ເພື່ອຂະຫຍາຍ ຕະຫຼາດຂອງຕົນ ນອກຈາກ ເຢຍລະມັນ. ຫ້ອງວາງສະແດງຢູ່ Berlin ຄ້າຍຄື ຕົວແທນທົ່ວໄປຢູ່ ເອີຣົບ”.

ບັນດາຜະລິດຕະພັນ ລົດຖີບ ຂອງ Trevi Bike. ພາບ: ເອກະສານໂດຍ Trevi Bike ສະໜອງ
ຮ້ານວາງສະແດງລົດຖີບໄມ້ໄຜ່ ຂອງ Trevi Bike ຢູ່ ຮ່າໂນ້ຍ. ພາບ: ເອກະສານໂດຍ Trevi Bike ສະໜອງ
ຮ້ານວາງສະແດງລົດຖີບໄມ້ໄຜ່ ຂອງ Trevi Bike ຢູ່ ຮ່າໂນ້ຍ. ພາບ: ເອກະສານໂດຍ Trevi Bike ສະໜອງ
ລົດຖີບ Trevi Bike ໄດ້ວາງຂາຍຢູ່ງານຕະຫຼາດນັດຂອງ ຮ່າໂນ້ຍ. ພາບ: ແທງຢາງ/VNP
|
ຫວ່າງແລ້ວນີ້, ຕາມແຫຼ່ງຂ່າວຢ່າງເປັນທາງການ ຈາກສະໂມ ສອນ Heerenveen (ໂຮງລັງ), ສະໂມສອນ ທີ່ມີນັກເຕະບານ ຈາກ ຫວຽດນາມ ດວ່ານວັນເຫົ້າ ສັງກັດ, Trevi bike ໄດ້ກາຍ ເປັນພະຫະນະ ທ່ີສະມາຊິກທຸກຄົນ ຂອງທິມ ໄດ້ນຳໃຊ້ ຜ່ານ ສັນຍາ ສະໜັບສະໜູນ ເປັນເວລາ 2 ປີ (2020-2021). ດັ່ງນັ້ນ, HayBike ຈະສະໜອງລົດຖີບ ຄັນໃໝ່ໃຫ້ບັນດານັກເຕະ ເພື່ອ ຂີ່ແຕ່ສະໜາມກິລາ Abe Lenstra ໄປຫາສະຖານທີ່ ຝຶກແອບ ຂອງ ສະໂມສອນ.
ເທິງໜ້າ Facebook ຂອງ ສະໂມສອນ Heerenveen ໄດ້ ຂຽນ ວ່າ: “Trevi bike ຜະລິດລົດຖີບ ດ້ວຍວັດສະດຸ ຈາກໄມ້ໄຜ່ ໂດຍມີເປົ້າໝາຍເພື່ອສະໜັບສະໜູນ ແບບແຜນ ວິຖີຊີວິດ ຕິດ ພັນກັບທຳມະຊາດ, ປະກອບສ່ວນ ເຂົ້າໃນການ ພັດທະນາ ທ່ີໝັ້ນຄົງ ຂອງໂລກ”.
ປີ 2019, HayBike ໄດ້ເປີດຫ້ອງວາງສະແດງ ລົດຖີບ ຢູ່ນະ ຄອນຫຼວງ Berlin ຂອງ ເຢຍລະມັນ ດ້ວຍເຄື່ອງໝາຍ ການຄ້າ Trevi bike. ປີ 2020, Trevi bike ໄດ້ເປີດຫ້ອງວາງສະແດງ ຢູ່ Vancourer (ການາດາ) ແລະ ຄາດວ່າ ຫ້ອງວາງສະແດງ ຢູ່ ສ ອາເມລິກາ ຈະໄດ້ເປີດດໍາເນີນງານ ໃນປີ 2021. |
ບົດ: ຖາວວີ - ພາບ: ແທງຢາງ ແລະ ເອກະສານໂດຍ Trevi Bike ສະໜອງ