ໝູ່ບ້ານທູບ ຖຸຍຊວັນ ຕັ້ງຢູ່ຖະໜົນ ຮ່ວຽນເຈິນກົງຈົວ ຫ່າງຈາກໃຈກາງນະຄອນ ເຫ້ວ ປະມານ 7 ກມ, ຍາມໃດກໍ່ດຶງດູດໃຈຜູ້ມາຢ້ຽມຢາມຍ້ອນຄວາມງາມທີ່ມີສີສັນຫຼາກຫຼາຍ ພ້ອມດ້ວຍການປະດັບປະດາທີ່ໜ້າປະທັບໃຈຈາກບັນດາມັດທູບທີ່ຫຼາກຫຼາຍສີສັນ. ໂດຍໄດ້ຕັ້ງຢູ່ໃກ້ກັບສອງສະຖານທີ່ທີ່ມີຊື່ສຽງແມ່ນ ວັງເຈົ້າຊີວິດ ຕື້ດຶກ ແລະ ໂນນພູ ວ້ອງແກັງ, ໝູ່ບ້ານທູບ ຖຸຍຊວັນ ແມ່ນສະຖານທີ່ທີ່ແຂກທ່ອງທ່ຽວບໍ່ຄວນພາດເມື່ອມາຢ້ຽມຢາມ ເຫ້ວ.
ໝູ່ບ້ານທູບ ຖຸຍຊວັນ ມີອາຍຸປະມານ 700 ປີ ແລະ ໄດ້ປະກົດນັບແຕ່ສະໄໝລາຊະວົງ ຫງວຽນ, ໃນເມື່ອກ່ອນ, ໝູ່ບ້ານທູບ ຖຸຍຊວັນ ແມ່ນບ່ອນສະໜອງທູບໃຫ້ແກ່ລາຊະວັງ, ເສນາອາໝາດ ແລະ ປຊຊ ດຳລົງຊີວິດຢູ່ບັນດາເຂດ ທ້ວນຮວາ, ຝູຊວັນ ຂອງນະຄອນ ເຫ້ວ. ຜ່ານການເວລາ, ຊາວໝູ່ບ້ານທູບ ຖຸຍຊວັນ ລຸ້ນຕ່າງໆ ຍັງສືບຕໍ່ໄດ້ສືບທອດມູນເຊື້ອເຮັດທູບຂອງລຸ້ນພໍ່ແມ່ທີ່ປະໄວ້ໃຫ້ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ.
ນັບແຕ່ຫົວບ້ານທູບ ຖຸຍຊວັນ, ແຂກທ່ອງທ່ຽວສາມາດຮູ້ສຶກໄດ້ເຖິງກິ່ນຫອມຂອງທູບຫອມໄມ້ເກດສະໜາລອຍມາ. ຄອບຄົວທ່ານ ໂຮ່ງອກທື ແມ່ນຄອບຄົວທີ່ມີຊື່ສຽງໃນໝູ່ບ້ານ ຍ້ອນວ່າໄດ້ຕິດພັນກັບບັນດາຜະລິດຕະພັນທີ່ເຮັດຈາກຕົົ້ນເກດສະໜາມາເກືອບ 40 ປີແລ້ວ. ລຸ້ນຕ່າງໆໃນຄອບຄົວທ່ານ ທື ຍັງຄົງຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຄອບຄົວໄວ້ໃນທຸກໆວັນ.
ໃນຂັ້ນຕອນເຮັດທູບ, ກ່ອນອື່ນໝົດແມ່ນຕ້ອງມີວັດຖຸດິບ, ແລ້ວບົດເປັນແປ້ງ ແລະ ປົນກັບນ້ຳເຢັນ, ກັບຢາງຂອງຕົ້ນຢາງ ເພື່ອເຮັດເປັນທູບ. ມີຫຼາຍວິທີເຮັດຄື: ເຮັດດ້ວຍເຄື່ອງຈັກ, ດ້ວຍຕີນ ແລະ ໃຊ້ໄຟຟ້າ, ເຮັດດ້ວຍມື… ໝູ່ບ້ານທູບ ຖຸຍຊວັນ ສ່ວນຫຼາຍເຮັດທູບໄມ້ເກດສະໜາ ແລະ ກໍ່ເຮັດທູບຊະນິດອື່ນໆຈາກຕົ້ນສົນ, ຕົ້ນອົບເຊີຍ ຫຼືຕົ້ນຢາສະໝູນໄພ.
ປະຈຸບັນ, ທູບ ຖຸຍຊວັນ ໄດ້ເຮັດດ້ວຍເຄື່ອງຈັກ ຊື່ງໄດ້ຍົກປະສິດທິຜົນການຜະລິດຂອງແຕ່ລະຄອບຄົວຂຶ້ນປະມານ 50.000 ອັນ/ວັນ, ທົບ 10 ເທົ່າເມື່ອທຽບກັບການເຮັດແບບຫັດຖະກຳຄືເມື່ອກ່ອນ. ວິທີເຮັດທູບໄດ້ສືບລຸ້ນພໍ່ຕໍ່ລຸ້ນລູກ ແລະ ໄດ້ປັບປຸງຕາມລຸ້ນຕ່າງໆຢ່າງບໍ່ຢຸດຢັ້ງ ຊື່ງໄດ້ສ້າງໃຫ້ມີທູບທີ່ມີບັນດາກິ່ນຫອມທີ່ແຕກຕ່າງກັນ. ທ່ານ ບຸ່ຍວັນແທັງ, ຮາກຖານເຮັດທູບ ກຸບ ໝູ່ບ້ານທູບ ຖຸຍຊວັນ ໃຫ່ຮູ້ວ່າ:
ຢູ່ທີ່ນີ້ໄດ້ຜະລິດທູບຈາກວັດຖຸດິບທຳມະຊາດ, ສ່ວນຫຼາຍແມ່ນຈາກຕົ້ນເກດສະໜາ. ພາຍຫຼັງໄດ້ເກັບຊື້ມາ, ນາຍຊ່າງຈະຄັດປັບ…ແລ້ວເອົາໄປຕາກແດດ, ບົດເປັນແປ້ງ. ຫຼັງຈາກບົດເປັນແປ້ງແລ້ວຈະເອົາໄປປົນກັບນ້ຳເພື່ອເຮັດເປັນຜະລິດຕະພັນ. ທູບເຮັດຈາກຕົ້ນເກດສະໜາຈະມີກິ່ນຫອມອ່ອນໆ.
ເອື້ອຍ ໂຕນື້ບິກລວານ ນາຍຊ່າງຂອງໝູ່ບ້ານ ໄດ້ເວົ້າດ້ວຍຄວາມເອກອ້າງທະນົງໃຈວ່າ:
ທູບນີ້ແມ່ນເຮັດຈາກຕົ້ນອົບເຊີຍ, ສ່ວນສີບົວນີ້ແມ່ນທູບໄມ້ເກດສະໜາ, ສີອິດນີ້ແມ່ນທູບເຮັດຈາກຕົ້ນດອກຊ້ອນ. ແຕ່ລະປະເພດມີກິ່ນຫອມຕ່າງກັນ.
ບໍ່ພຽງແຕ່ຜະລິດສິນຄ້າຢ່າງດຽວເທົ່ານັ້ນ, ປຊຊ ຢູ່ທີ່ນີ້ ຍັງພ້ອມກັບທ້ອງຖິ່ນ ພັດທະນາການທ່ອງທ່ຽວອີກດ້ວຍ. ແຂກທ່ອງທ່ຽວມາທີ່ນີ້ ຈະສາມາດລອງເຮັດທູບ, ຖ່າຍຮູບ…
ໝູ່ບ້ານແຫ່ງນີ້ມີຈຸດພິເສດສະເພາະທີ່ສຸດ. ຂ້າພະເຈົ້າໄດ້ມາໝູ່ບ້ານທູບເປັນຄັ້ງທຳອິດ. ເຫັນວ່າ ປຊຊ ຢູ່ທີ່ນີ້ມີຄວາມສະໜິດສະໜົມ, ຮັກແພງແຂກຄົນ, ທິວທັດກໍ່ສວຍງາມ.
ມາຢ້ຽມຢາມໝູ່ບ້ານເຮັດທູບ ໄດ້ຮັບການແນະນຳກ່ຽວກັບອາຊີບເຮັດທູບ, ຖ່າຍບັນດາຮູບພາບທີ່ມີຊີວິດຊີວາ, ສວຍງາມ ແລະ ຮູ້ສຶກວ່າ ຜູ້ເຮັດທູບຢູ່ທີ່ນີ້ມີຄວາມສະໜິດສະໜົມກັບແຂກທີ່ສຸດ. ຂ້າພະເຈົ້າກໍ່ແມ່ນຊາວ ເຫ້ວ, ຮູ້ສຶກວ່າ ມີຄວາມເອກອ້າງທະນົງໃຈທີ່ສຸດ.
ໝູ່ບ້ານເຮັດທູບ ຖຸຍຊວັນ ແມ່ນແຫ່ງຮັກສາສິ່ງຍອດຍິ່ງຂອງອາຊີບທີ່ເປັນມູນເຊື້ອ, ພ້ອມກັນນັ້ນ ກໍ່ແມ່ນຈຸດນັດພົບທີ່ເຂັ້ມຂຸ້ນໄປດ້ວຍເຄື່ອງໝາຍພິເສດສະເພາະຂອງເຂດ ເຫ້ວ. ດ້ວຍສະຖານທີ່ທີ່ມີສີສັນຫຼາກຫຼາຍ ພ້ອມກັບບັນດາການລົງຕົວຈິງທີ່ໜ້າປະທັບໃຈ, ນີ້ຈະແມ່ນຈຸດນັດພົບທີ່ບໍ່ສາມາດລືມໄດ້ຂອງແຂກທ່ອງທ່ຽວ ໃນການມາຢ້ຽມຢາມເຂດກຸງເກົ່າ ເຫ້ວ./.