• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026

ດ້ວຍ​ຫົວ​ຂໍ້ ຮ່ວມ​ກັນ​ສ້າງອະ​ນາ​ຄົດ ລວມ: ສັນ​ຕິ​ພາບ, ວັດ​ຖະ​ນາ​ຖາ​ວອນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF 2026) ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ມິ​ຖຸ​ນາ ຢູ່​ໂຮງ​ແຮມ Melia ຮ່າ​ໂນ້ຍ.
  ທ່ານ​ ຫງວຽນ​ແມັ້ງ​ເກື່ອງ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ​ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: ຄະ​ນະ​ຈັດ​ຕັ້ງ)  

ວາ​ລະ​ໄຂ​ກອງ​ປະ​ຊຸມ​ຄາດ​ວ່າ​ຈະ​ມີ​​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຫວຽດ​ນາມ ພ້ອມ​ກັບ​ການ​ນຳຫຼາຍ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນເຂົ້າ​ຮ່ວມ. ເນື່ອງ​ໃນ​ໂອ​ກາດ​ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ 4 ປະ​ເທດ ອາ​ຊຽນ ມາ​ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ລວມ​ມີ: ທ່ານສອນ​ໄຊ ສີ​ພັນ​ດອນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ທ່ານ​ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ, ທ່ານ Anutin Charnvirakul ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ແລະ ທ່ານ​ Kay Rala Xanana Gusmão ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ມໍ​ແລັດ​ສະ​ເຕີ . ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຍັງ​ມີ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ​ພາຍ​ໃນ​ປະ​ເທດ ກໍ່​ຄື​ສາ​ກົນ.

ພາຍຫຼັງ​ພິ​ທີ​ໄຂ, ບັນ​ດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ດ້ວຍຫຼາຍ​ຫົວ​ຂໍ້​ສຳ​ຄັນ​ຄື: ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຄວາມ​ສາ​ມັກ​ຄີ​ອາ​ຊຽນ, ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ອາ​ຊຽນ ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານກ​ານ​ປະ​ທະ​ກັນ, ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI) ໃນ​ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ. ແບ່ງ​ປັນ​ກ່ຽວ​ກັບ​ຫົວ​ຂໍ້​ຂອງ​ເວ​ທີ​ປາ​ໄສ​ປີ​ນີ້, ທ່ານ​ ຫງວຽນ​ແມັ້ງ​ເກື່ອງ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ​ເນັ້ນ​ໜັກ​ວ່າ:

ຫົວ​ຂໍ້​ຂອງ​ປີ​ນີ້​ສ່ອງ​ແສງ ​ບັນ​ດາ​ບຸ​ລິ​ມະ​ສິດຫຼັກ​ເຊິ່ງ ອາ​ຊຽນ ແລະ ທັງ​ພາກ​ພື້ນ​ພວມ​ປະ​ຕິ​ບັດ​ຕາມ​ຢ່າງ​ຖືກ​ຕ້ອງ. ສັນ​ຕິ​ພາບ​ແມ່ນ​ເງື່ອນ​ໄຂ​ຈຳ​ຕັດ​ສິນ​ການ​ພັດ​ທະ​ນາ, ວັດ​ທະ​ນາ​ຖາ​ວອນ​ແມ່ນ​ເປົ້າ​ໝາຍ​ລວມ​ຂອງ​ທຸກ​ປະ​ເທດ​ສະ​ມາ​ຊິກ, ການ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ແມ່ນ​ຈິດ​ໃຈ​ລວມ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top