ດ້ວຍຫົວຂໍ້ ຮ່ວມກັນສ້າງອະນາຄົດ ລວມ: ສັນຕິພາບ, ວັດຖະນາຖາວອນ, ຖືປະຊາຊົນເປັນໃຈກາງ, ເວທີປາໄສອະນາຄົດ ອາຊຽນ (AFF 2026) ໄຂຂຶ້ນໃນຕອນເຊົ້າວັນທີ 9 ມິຖຸນາ ຢູ່ໂຮງແຮມ Melia ຮ່າໂນ້ຍ.
ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: ຄະນະຈັດຕັ້ງ)
ວາລະໄຂກອງປະຊຸມຄາດວ່າຈະມີການນຳຂັ້ນສູງພັກ, ລັດ ຫວຽດນາມ ພ້ອມກັບການນຳຫຼາຍປະເທດສະມາຊິກ ອາຊຽນເຂົ້າຮ່ວມ. ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ 4 ປະເທດ ອາຊຽນ ມາຫວຽດນາມ ເຂົ້າຮ່ວມ ແລະ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການລວມມີ: ທ່ານສອນໄຊ ສີພັນດອນນາຍົກລັດຖະມົນຕີ ລາວ, ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ, ທ່ານ Anutin Charnvirakul ນາຍົກລັດຖະມົນຕີ ໄທ ແລະ ທ່ານ Kay Rala Xanana Gusmão ນາຍົກລັດຖະມົນຕີ ຕີມໍແລັດສະເຕີ . ເຂົ້າຮ່ວມເວທີປາໄສຍັງມີຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ສະຖາບັນຄົ້ນຄ້ວາ, ວິສາຫະກິດ ແລະ ທ້ອງຖິ່ນພາຍໃນປະເທດ ກໍ່ຄືສາກົນ.
ພາຍຫຼັງພິທີໄຂ, ບັນດາຜູ້ແທນໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະ ດ້ວຍຫຼາຍຫົວຂໍ້ສຳຄັນຄື: ເພີ່ມທະວີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມັກຄີອາຊຽນ, ຊຸກຍູ້ບັນດາຂໍ້ລິເລີ່ມຂອງ ອາຊຽນ ກ່ຽວກັບການປ້ອງກັນຕ້ານການປະທະກັນ, ໝູນໃຊ້ປັນຍາປະດິດ (AI) ໃນການພັດທະນາຢູ່ພາກພື້ນ. ແບ່ງປັນກ່ຽວກັບຫົວຂໍ້ຂອງເວທີປາໄສປີນີ້, ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
ຫົວຂໍ້ຂອງປີນີ້ສ່ອງແສງ ບັນດາບຸລິມະສິດຫຼັກເຊິ່ງ ອາຊຽນ ແລະ ທັງພາກພື້ນພວມປະຕິບັດຕາມຢ່າງຖືກຕ້ອງ. ສັນຕິພາບແມ່ນເງື່ອນໄຂຈຳຕັດສິນການພັດທະນາ, ວັດທະນາຖາວອນແມ່ນເປົ້າໝາຍລວມຂອງທຸກປະເທດສະມາຊິກ, ການຖືປະຊາຊົນເປັນໃຈກາງແມ່ນຈິດໃຈລວມຂອງປະຊາຄົມອາຊຽນ.