• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ເຂດ​ວາງ​ສະ​ແດງ​ສິ​ລະ​ປະຈັດ​ວາງພາຍ​ໃຕ້​ຫົວ​ຂໍ້ “ສົງ​ຄາມ ແລະ ສັນ​ຕິ​ພາບ” ແລະ “ວາດ​ຟ້ອນ​ແຫ່ງ​ລະ​ດູ​ບານ​ໃໝ່”

ຕອນບ່າຍວັນທີ 2 ມີນາ, ຢູ່ຫໍພິພິທະພັນ ຮ່າໂນ້ຍ ໄດ້ຈັດພິທີໄຂ 2 ເຂດວາງສະແດງສິລະປະຈັດວາງພາຍໃຕ້ຫົວຂໍ້ “ສົງຄາມ ແລະ ສັນຕິພາບ” ແລະ “ວາດຟ້ອນແຫ່ງລະດູບານໃໝ່”, ເຊິ່ງເປີດສາກບັນດາກິດຈະກຳປະດິດຄິດສ້າງປີ 2026 ຂອງ ຫໍພິພິທະພັນ.
   ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ” (ພາບ: TTXVN)  

ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ” ໂດຍນັກສິລະປິນນາງ ທູເຈິ່ນ ແລະ ເຕີຍຟອງ ປະຕິບັດ ເຊິ່ງໄດ້ສ້າງຂຶ້ນຈາກຊາກເຮືອບິນ ແລະ ຊິ້ນສ່ວນລະເບີດ ໂດຍ ຫໍພິພິທະພັນ ຮ່າໂນ້ຍ ເກັບຮັກສາໄວ້. ຜ່ານສິລະປະຈັດວາງແບບສະໄໝ, ບັນດາວັດຖຸພັນບໍ່ພຽງແຕ່ໄດ້ວາງສະແດງຄືດັ່ງຮ່ອງຮອຍໄລຍະປະຫວັດສາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນໂຄງປະກອບສິລະປະຈັດວາງໃໝ່,ເຈາະຈິ້ມຄວາມນຶກຄິດກ່ຽວກັບຄວາມຊົງຈຳສົງຄາມ, ຄຸນຄ່າຂອງສັນຕິພາບ ແລະ ຄວາມຮັບຜິດຊອບໃນການຮັກສາບັນດາຜົນງານໃນວັນນີ້.

  ເຂດວາງສະແດງ “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ (ພາບ: TTXVN)  

ໃນຂະນະນັ້ນ,  “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ ໄດ້ສ້າງເຂດວາງສະແດງສິລະປະທີ່ເຕັມໄປດ້ວຍສີສັນຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ພະລັງງານໃຫ້ແກ່ຈັກຂຸສຳຜັດ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top