• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ - ດ່າ​ນັ້ງ 2026

ງານ​ຕະ​ຫຼາດ​ນັດ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ເກືອບ 250 ຮ້ານ​ທີ່​ມາ​ຈາກ 108 ວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ 6 ແຂວງ​ເຂດ​ພາກ​ກາງ​ຕອນ​ໃຕ້​ລາວ (ອັດ​ຕະ​ປື, ຈຳ​ປາ​ສັກ, ເຊກອງ, ສາ​ລາ​ວັນ, ສະ​ຫວັນ​ນາ​ເຂດ, ຄຳ​ມ່ວນ).
  ຮ້າ​ນ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ປະ​ເທດ ສ​ປ​ປ.ລາວ (ພາບ: VNA)  

ຕອນ​ຄ່ຳ​ວັນ​ທີ 12 ສິງ​ຫາ, ຢູ່​ດ່າ​ນັ້ງ, ກົມ​ສົ່ງ​ເສີມ​ການ​ຄ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າຫວຽດ​ນາມ ​ສົມ​ທົບ​ກັບ​ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ນະ​ຄອນ​ດ່າ​ນັ້ງ ໄຂ​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ - ດ່າ​ນັ້ງ 2026.

ງານ​ຕະ​ຫຼາດ​ນັດ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ເກືອບ 250 ຮ້ານ​ທີ່​ມາ​ຈາກ 108 ວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ 6 ແຂວງ​ເຂດ​ພາກ​ກາງ​ຕອນ​ໃຕ້​ລາວ (ອັດ​ຕະ​ປື, ຈຳ​ປາ​ສັກ, ເຊກອງ, ສາ​ລາ​ວັນ, ສະ​ຫວັນ​ນາ​ເຂດ, ຄຳ​ມ່ວນ). ກ່າວ​ຄຳ​ເຫັນ​ທີ່​ງານ​ຕະ​ຫຼ​າດ​ນັດ, ທ່ານ​ຟານ​ທ້າຍ​ບິ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່າ​ນັ້ງ ຢັ້ງ​ຢືນ​ວ່າ:

ນີ້​ແມ່ນ​ເຫດ​ການ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ, ຄວາມ​ເຂົ້າ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃຫ້ຫຼາຍກວ່​ອີກ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຜ່ານ​ງານ​ຕະຫຼາດ​ນັດ​ນີ້​ຈະ​ມີ​ຕື່ມ​ອີກຫຼາຍ​ການ​ຮ່ວມ​ມື, ບັນ​ດາ​ສັນ​ຍາ, ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ໄດ້​ສ້າງ​ຕັ້ງ​ລະ​ຫວ່າງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ສອງ​ຝ່າຍ​ຢືນ​ຢັນ​ຄືນ​ໃໝ່ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ກໍ່​ຄື​ບົດ​ບາດ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ໂດຍ ອາ​ຊຽນ ນຳ​ພາ

Top