• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ຕັ​້ງ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2025: ພ້ອມ​ກັນ​ຂຽນ​ຕໍ່​ເລື່ອງ​ລາວ​ສັນ​ຕິ​ພາບ

ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ຫໍພິພິທະພັນໂລກ ກາເຟ ຢູ່ຕາແສງ ບວນມາທວດ, ແຂວງ ດັກລັກ, ໄດ້ດຳເນີນພິທີໄຂງານຕັ້ງຄ້າຍພັກແລ້ງ ຫວຽດນາມ 2025, ເລີ່ມຕົ້ນວິວັດການກ່ຽວກັບກົກເຄົ້າເຫງົ້າກໍ, ຜູກພັນໄວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີໄຂ

 ໂດຍໄດ້ດຳເນີນແຕ່ວັນທີ 14 ກໍລະກົດ ຫາວັນທີ 26 ກໍລະກົດ, ງານຕັ້ງພັກແລ້ງ ຫວຽດນາມ 2025 ມີຫົວຂໍ້ “ພ້ອມກັນຂຽນຕໍ່ເລື່ອງລາວສັນຕິພາບ”, ລວມມີຫຼາຍກິດຈະກຳຢ້ຽມຊົມ, ທັດສະນະສຶກສາ, ການບໍລິຈາກທຳການກຸສົນ ແລະ ແລກປ່ຽນວັດທະນະທຳ, ປະຫວັດສາດຢູ່ 10 ແຂວງ, ນະຄອນໃນທົ່ວປະເທດ.

ງານຕັ້ງຄ້າຍພັກແລ້ວປີນີ້ ມີການເຂົ້າຮ່ວມຂອງຊາວໜຸ່ມເຍົາວະຊົນ 110 ຄົນ ທີ່ເປັນຊາວຫວຽດນາມ ອາໄສ ຢູ່ 31 ປະເທດ ແລະ ເຂດແຄ້ວໃນທົ່ວໂລກ. ຈຸດໃໝ່ຂອງງານບຸນພັກແລ້ງປີນີ້ແມ່ນການເຄື່ອນໄຫວແລກປ່ຽນກັບກົມຮັກສາສັນຕິພາບ ຢູ່ຮ່າໂນ້ຍ ເພື່ອໃຫ້ບັນດາຊາວໜຸ່ມ, ເຍົາວະຊົນມີຄວາມເຂົ້າໃຈແຈ້ງກ່ຽວກັບພາລະກຳ ແລະ ບົດບາດຂອງ ຫວຽດນາມ ສຳລັບບັນດາກິດຈະກຳຮັກສາສັນຕິພາບໃນໂລກ ໃນສະພາບການປັດຈຸບັນ. ເມື່ອກ່າວຄຳເຫັນໃນພິທີໄຂ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

 “ງານຕັ້ງຄ້າຍພັກແລ້ງ ຫວຽດນາມ ປີນີ້ ແມ່ນວິວັດການພິເສດແກ່ຍາວໃນ 14 ວັນ, ໄປຜ່ານຫຼາຍແຂວງ ແລະ ນະຄອນໃນທົ່ວປະເທດ, ເພື່ອໃຫ້ພວກນ້ອງໄດ້ກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ, ກັບປະຫວັດສາດ, ວັດທະນະທຳ ແລະ ຊາວ ຫວຽດນາມ. ໃນໄລຍະດຳເນີນງານບຸນ, ພວກນ້ອງບໍ່ພຽງແຕ່ໄດ້ຄົ້ນຫາຄວາມງາມຂອງປະເທດຊາດ, ຈາກເຂດພູພຽງຕະຫຼອດຮອດເຂດທົ່ງພຽງ, ຈາກມໍລະດົກຕະຫຼອດຮອດບັນດາຕົວເມືອງທີ່ທັນສະໄໝເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕົວເຂົ້າກັບບັນດາກິດຈະກຳຂອງວົງຄະນະຍາດ, ການແລກປ່ຽນວັດທະນະທຳ, ພາສາຫວຽດ, ຊອກຮູ້ປະຫວັດສາດ ແລະ ປະກອບສ່ວນໃຫ້ແກ່ສັງຄົມ ຜ່ານບັນດາກິດຈະກຳບໍລິຈາກທຳການກຸສົນອີກດ້ວຍ”.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.

Top