• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ

ໃນເວລາ 8:00 ໂມງ ຂອງວັນທີ 20 ມັງກອນ 2026, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.
  ໃນເວລາ 8:00 ໂມງ ຂອງວັນທີ 20 ມັງກອນ 2026, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.  

ຮ່າງບົດລາຍງານການເມືອງໃນກອງປະຊຸມໃຫຍ່ມີຫົວຂໍ້ວ່າ: "ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ສຸມທຸກກຳລັງແຮງ, ເປັນຈິດໜຶ່ງໃຈດຽວກັນ ຈັດຕັ້ງປະຕິບັດບັນດາຄາດໝາຍພັດທະນາປະເທດຊາດຮອດປີ 2030 ໃຫ້ມີໄຊ; ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມເຊື່ອໝັ້ນ, ກ້າວຂຶ້ນຢ່າງແຂງແຮງໃນສັງກາດແຫ່ງການບຸກທະລຸຂອງຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ມີຄວາມສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ."

ຄະນະປະທານກອງປະຊຸມໃຫຍ່ ປະກອບມີ 16 ສະຫາຍ ກຳມະການກົມການເມືອງ ສູນກາງພັກ ສະໄໝທີ XIII ແລະ ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດາພະນັກງານປະຕິວັດອາວຸໂສ, ແມ່ທັບຜູ້ປະເສີດ, ປັນຍາຊົນ, ນັກສິລະປິນ, ຜູ້ຊົງຄຸນນະວຸດທິທາງສາສະໜາ ແລະ ຕົວແທນຊາວໜຸ່ມດີເດັ່ນ.

ບັນດາເອກອັກຄະລັດຖະທູດ, ຕົວແທນບັນດາປະເທດ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ກໍໄດ້ເຂົ້າຮ່ວມພິທີໄຂກອງປະຊຸມໃນຄັ້ງນີ້. ມີຜູ້ແທນທັງໝົດ 1.586 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 5,6 ລ້ານສະຫາຍໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່.

ນັກຂ່າວຈາກສຳນັກຂ່າວສານ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ ໄດ້ມາຕິດຕາມ ແລະ ລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່.

ໂດຍ: VNA/VNP

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top