ໃນ 10 ປີຜ່ານມາ, ລະດັບການເຕີບໂຕດ້ານການຄ້າສະເລ່ຍແຕ່ລະປີລະຫວ່າງ ຈີນ ກັບບັນດາປະເທດ ອາຊີໃຕ້ແມ່ນປະມານ 6,3%.
ທ່າກ່ຳປັ່ນສິນຄ້າແຫ່ງໜຶ່ງຂອງ ຈີນ (ພາບ: Reuters)
ໃນ 10 ປີຜ່ານມາ, ການຄ້າລະຫວ່າງ ຈີນ ແລະ ບັນດາປະເທດ ອາຊີໃຕ້ ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ບັນລຸເກືອບ 200 ຕື້ USD ໃນປີ 2024. ໃນບົດຖະແຫຼງຂ່າວທີ່ວັນທີ 6 ມິຖຸນາ, ທ່ານຮອງລັດຖະມົນຕີການກະຊວງການຄ້າ ຈີນ ຢຽນຕຸງ ໃຫ້ຮູ້ວ່າ ໃນ 10 ປີຜ່ານມາ, ລະດັບການເຕີບໂຕດ້ານການຄ້າສະເລ່ຍແຕ່ລະປີລະຫວ່າງ ຈີນ ກັບບັນດາປະເທດ ອາຊີໃຕ້ແມ່ນປະມານ 6,3%.
ກໍໃນກອງປະຊຸມຖະແຫຼງຂ່າວ, ທ່ານ ຢຽນຕຸງ ໃຫ້ຮູ້ວ່າ, ງານຕະຫຼາດນັດ ຈີນ - ອາຊີໃຕ້ ຄັ້ງທີ 9 ຈະໄຂຂຶ້ນຢູ່ ຄຸນໝິງ, ຢຸຍໜານ, ຈີນ ແຕ່ວັນທີ 19 – 24 ມິຖຸນາ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແລກປ່ຽນເສດຖະກິດ ແລະ ການຄ້າສຳຄັນລະຫວ່າງ ຈີນ ແລະ ບັນດາປະເທດ ອາຊີໃຕ້ໃນປີນີ້. ປັດຈຸບັນ, ບັນດາບໍລິສັດຈາກ 54 ປະເທດ ແລະ ເຂດແຄວ້ນ ໄດ້ຈົດທະບຽນເຂົ້າຮ່ວມງານຕະຫຼາດນັດ, ລວມມີບັນດາປະເທດ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.
(ແຫຼ່ງຄັດຈາກ VOV)