ຂ່າວສານ

ໃນ​ຮອບ​ເວ​ລາ 10 ປີ​ຜ່ານ​ມາ, ການ​ຄ້າ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊີ​ໃຕ້ ເພີ່ມ​ຂຶ້ນ​ທົບ 2 ເທົ່າ

ໃນ 10 ປີຜ່ານມາ, ລະດັບການເຕີບໂຕດ້ານການຄ້າສະເລ່ຍແຕ່ລະປີລະຫວ່າງ ຈີນ ກັບບັນດາປະເທດ ອາຊີໃຕ້ແມ່ນປະມານ 6,3%.
ທ່າກ່ຳປັ່ນສິນຄ້າແຫ່ງໜຶ່ງຂອງ ຈີນ (ພາບ: Reuters)

 ໃນ 10 ປີຜ່ານມາ, ການຄ້າລະຫວ່າງ ຈີນ ແລະ ບັນດາປະເທດ ອາຊີໃຕ້ ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ບັນລຸເກືອບ 200 ຕື້ USD ໃນປີ 2024. ໃນບົດຖະແຫຼງຂ່າວທີ່ວັນທີ  6 ມິຖຸນາ, ທ່ານຮອງລັດຖະມົນຕີການກະຊວງການຄ້າ ຈີນ ຢຽນຕຸງ ໃຫ້ຮູ້ວ່າ ໃນ 10 ປີຜ່ານມາ, ລະດັບການເຕີບໂຕດ້ານການຄ້າສະເລ່ຍແຕ່ລະປີລະຫວ່າງ ຈີນ ກັບບັນດາປະເທດ ອາຊີໃຕ້ແມ່ນປະມານ 6,3%.

ກໍໃນກອງປະຊຸມຖະແຫຼງຂ່າວ, ທ່ານ ຢຽນຕຸງ ໃຫ້ຮູ້ວ່າ, ງານຕະຫຼາດນັດ ຈີນ - ອາຊີໃຕ້ ຄັ້ງທີ 9 ຈະໄຂຂຶ້ນຢູ່ ຄຸນໝິງ, ຢຸຍໜານ, ຈີນ ແຕ່ວັນທີ 19 – 24 ມິຖຸນາ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແລກປ່ຽນເສດຖະກິດ ແລະ ການຄ້າສຳຄັນລະຫວ່າງ ຈີນ ແລະ ບັນດາປະເທດ ອາຊີໃຕ້ໃນປີນີ້. ປັດຈຸບັນ, ບັນດາບໍລິສັດຈາກ 54 ປະເທດ ແລະ ເຂດແຄວ້ນ ໄດ້ຈົດທະບຽນເຂົ້າຮ່ວມງານຕະຫຼາດນັດ, ລວມມີບັນດາປະເທດ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.


top