• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ປະຕິບັດສຳເລັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດຢ່າງດີເລີດ

ຕອນຄ່ຳວັນທີ 27 ກັນຍາ, ຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນໂຮ່ຈິມິນ), ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີຕ້ອນຮັບ ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ກັບເມືອປະເທດ, ພາຍຫຼັງປະຕິບັດສຳເລັດພາລະໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານ ຊູດັງໃຕ້.
ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ (ພາບ: VNA)

ທີ່ພິທີ, ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວ​ໜ້າກົມຮັກສາສັນຕິພາບ ຫວຽດນາມ, ໄດ້ຮັບຮູ້ວ່າ ໃນໄລຍະໜຶ່ງປີທີ່ປະຕິບັດໜ້າທີ່, ໂຮງໝໍກາງສະໜາມ​ຂັ້​ນ 2 ເລກ 7 ໄດ້ສ້າງຄວາມໄວ້​ເນື້ອ​ເຊື່ອໃຈດີທີ່ສຸດ, ແມ່ນ​ສະ​ຖານ​ທີ່ກວດ, ປິ່ນ​ປົວ​ພະ​ຍາດ​ທີ່ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ການ​ນຳ, ພະນັກງານສະຫະປະຊາຊາດ, ອຳ​ນາ​ດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນດີງາມ ຕໍ່ກັບປະຊາຊົນທ້ອງຖິ່ນ ແລະ ເພື່ອນ​ມິດ​ສາ​ກົນ.

ລາຍງານກ່ຽວກັບໝາກ​ຜົນການປະຕິບັດພາລະກິດ, ​ທ່ານພັນໂທ, ປະ​ລິນ​ຍາ​ເອກ, ທ່ານໝໍ ເຈິ່​ນ​ດຶກ​ຕ່າຍ, ຫົວ​ໜ້າໂຮງໝໍ​ກາງສະໜາມ​ຂັ້​ນ 2 ເລກ 7, ໃຫ້​ຮູ້ວ່າ ໃນ​ໄລ​ຍະປະຕິບັດ​ໜ້າ​ທີ່ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ, ໂຮງໝໍໄດ້ຕ້ອນ​ຮັບ, ກວດ​ ແລະ ປິ່ນປົວໃຫ້ຄົນເຈັບກວ່າ 2.200 ເທື່ອຄົນ; ປະຕິບັດການຜ່າຕັດສຸກເສີນຫຼາຍກວ່າ 30 ຄັ້ງຢ່າງສຳເລັດຜົນ, ​ໃນ​ນັ້ນ​ມີ​ຫຼາຍກໍລະນີທີ່ສັບສົນ, ​ຄົນ​ເຈັບ​ທີ່​ມີອາການສາຫັດ. ດ້ວຍຈິດໃຈທີ່ເປັນ​ເຈົ້າ​ການ, ​ມີ​ຄວາມ​ຮັບ​ຜິດຊອບ, ພະນັກງານ, ​ພາ​ລະ​ກອນຂອງໂຮງໝໍໄດ້ຈັດການ ແລະ ​ປິ່ນ​ປົວ​ກໍ​ລະ​ນີ​ທີ່​ຫຍຸ້ງ​ຍາກ​ຫຼາຍກໍລະນີຢ່າງວ່ອງໄວ ແລະ ມີປະສິດທິພາບ, ປະ​ກອບ​ສ່ວນ​ເຂົ້າ​ໃນການຮັບປະກັນສຸຂະພາບ, ຮັບ​ໃຊ້​ການ​ເຄື່ອນ​ໄຫວຂອງພະນັກງານ, ພາ​ລ​ະ​ກອນ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາກຳລັງຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ໂຮງໝໍກາງສະໜາມ​ຂັ້ນ 2 ເລກ 7 ​ໄດ້​ຜັນ​ຂະ​ຫຍາຍ​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ຢູ່ ຊູ​ດັງ​ໃຕ້ ໃນເດືອນກັນຍາ 2025 ຢ່າງ​ເປັນ​ທາງ​ການ. ໂຮງໝໍ​ລວມ​ມີພະນັກງານ, ພາ​ລະ​ກອນທັງໝົດ 63 ຄົນ.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ກົດໝາຍຕ້ອງໄປທັນກັບການດຳລົງຊີວິດ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ກົດໝາຍຕ້ອງໄປທັນກັບການດຳລົງຊີວິດ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີໃຫ້ສະມາຊິກສະພາແຫ່ງຊາດສຸມໃສ່ບັນດານະໂຍບາຍທີ່ຍັງມີຄວາມເຫັນແຕກຕ່າງກັນ, ບັນດາບັນຫາທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງປະຊາຊົນ

Top