ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນດ້ານການຕ່າງປະເທດຂອງ ໂຊມາລີ
(ພາບປະກອບ: REUTERS/Eduardo Munoz)
ນັບແຕ່ວັນທີ 01 ມັງກອນ, ໂຊມາລີ ໄດ້ຮັບດຳລົງຕຳແໜ່ງປະທານໜູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນ ມັງກອນ 2026. ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນດ້ານການຕ່າງປະເທດຂອງ ໂຊມາລີ, ຢືນຢັນການກັບຄືນມາຢ່າງເຂັ້ມແຂງ ພາຍຫຼັງຫຼາຍທົດສະວັດທີ່ມີການຜັນແປ, ຜ່ານນັ້ນ ກໍ່ຫັນຈາກຮູບແບບ “ຈຸດຮ້ອນເຮັ່ງຂອງການປະທະກັນ” ໄປສູ່ບົດບາດເປັນເຈົ້າການກວ່າໃນການແກ້ໄຂບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ຕາມລາຍການເຮັດວຽກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຄະນະຜູ້ຕາງໜ້າ ໂຊມາລີ ປະຈຳ ນິວຢອກ ຈະບໍລິຫານໂຄງການດຳເນີນງານປະຈຳເດືອນ, ເປັນປະທານບັນດາວາລະປະຊຸມເປີດ ແລະ ປິດລັບ, ນຳພາບັນດາການໂອ້ລົມສົນທະນາ ແລະ ວິວັດການເຈລະຈາມະຕິທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບ, ຕ້ານການກໍ່ການຮ້າຍ, ການຮັບມືກັບວິກິດການມະນຸດສະທຳ ແລະ ຊຸກຍູ້ການເຄົາລົບກົດໝາຍສາກົນ.
ເລື່ອງຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ສະແດງໃຫ້ເຫັນຄວາມມານະພະຍາຍາມສ້າງຕັ້ງລັດຖະບານຄືນໃໝ່, ປັບປຸງຄວາມໝັ້ນຄົງ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນຂອງ ໂຊມາລີ ໃນເບື້ອງຕົ້ນກໍ່ເສີມຂະຫຍາຍໄດ້ປະສິດທິຜົນ.
(ແຫຼ່ງຄັດຈາກ VOV)