ຫວຽດນາມ ພວມຢູ່ໃນໄລຍະສຸດທ້າຍ ເພື່ອສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ. ບັນດາໝາກຜົນທີ່ບັນລຸໄດ້ໃນເວລາ 9 ເດືອນທີ່ທ່ານນາຍົກລັດຖະມົນຕີໄດ້ປຸກລະດົມ (ແຕ່ເດືອນຕຸລາປີ 2024) ໄດ້ສະແດງໃຫ້ເຫັນວ່າ ນີ້ບໍ່ພຽງແຕ່ແມ່ນໂຄງການກະທຳເທົ່ານັ້ນ, ຫາກຍັງແມ່ນການສະແດງອອກຢ່າງຈະແຈ້ງທີ່ສຸດຂອງແນວຄິດ “ບໍ່ປະໃຫ້ຜູ້ໃດຢູ່ເບື້ອງຫຼັງ”, ແມ່ນການຫັນຈິດໃຈ “ພັດທະນາແບບກວມລວມ” ເປັນລະອຽດ ໂດຍພັກ ແລະ ລັດ ຫວຽດນາມ ໄດ້ຢືດໝັ້ນປະຕິບັດຕາມ.
ທ່ານນາຍົກລັດຖະມົນຕ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກເປັນຫຼາຍເທື່ອວ່າ: ປີ 2025 ແມ່ນປີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ, 50 ປີແຫ່ງວັນປົກປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ບໍ່ອາດປະໃຫ້ ປຊຊ ບໍ່ມີເຮືອນຢູ່ ຫຼືຢູ່ໃນເຮືອນຊົ່ວຄາວ, ເຮືອນຮົ່ວເພ.
ບັນດາຕົວເລກປະທັບໃຈ
ຕາມບົດລາຍງານຂອງກະຊວງຊົນຊາດ ແລະ ສາມສະໜາ, ອົງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການຜັນຂະຫຍາຍໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ໄລ່ຮອດວັນທີ 8 ກໍລະກົດ, ມີ 18 ໃນຈຳນວນ 34 ທ້ອງຖິ່ນໄດ້ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ (ບັນລຸ 52,9%). ເຫ້ວ ຄາດວ່າຈະຈັດການປະກາດສຳເລັດເປົ້າໝາຍໃນວັນທີ 18 ກໍລະກົດ, ຊື່ງຈະໄດ້ຍົກຈຳນວນທ້ອງຖິ່ນທັງໝົດ ທີ່ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພແມ່ນ 19 ໃນຈຳນວນ 34 ທ້ອງຖິ່ນ.
ຕາມຂໍ້ມູນລາຍງານຂອງບັນດາທ້ອງຖິ່ນ, ໄລ່ຮອດວັນທີ 17 ກໍລະກົດ, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໄດ້ເກືອບ 265.000 ຫຼັງ (ບັນລຸກ່ວາ 84%).
ວາລະປະຊຸມຂອງຄະນະຊີ້ນຳສູນກາງ ຜັນຂະຫຍາຍການລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພ ຈັດຂຶ້ນໃນວັນທີ 9 ກໍລະກົດ, ຢູ່ ຮ່າໂນ້ຍ, ໄດ້ກຳນົດເວລາລະອຽດໃຫ້ທົ່ວປະເທດປະຕິບັດສຳເລັດໂຄງການລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພ. ນັ້ນແມ່ນກ່ອນວັນທີ 27 ກໍລະກົດປີ 2025, ສຳເລັດການໜູນຊ່ວຍດ້ານເຮືອນຢູ່ໃຫ້ແກ່ທຸກຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ກ່ອນວັນທີ 31 ສິງຫາປີ 2025; ສຳເລັດ 100 % ຈຳນວນເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພທີ່ຍັງເຫຼືອໃນຂອບເຂດທົ່ວປະເທດ, ກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຢືນຢັນວ່າ:
ພວກເຮົາໄດ້ຊີ້ນຳໃຫ້ຫລຸດເວລາປະຕິບັດນີ້ລົງ ແມ່ນມີຄວາມໝາຍທີ່ສຸດ. ຍ້ອນວ່າວັນທີ 2 ກັນຍາແມ່ນວັນສະເຫຼີມ 80 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ. ພວກເຮົາບໍ່ຢາກໃຫ້ໃຜຕ້ອງຢ່ໃນເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພອີກ. ນີ້ແມ່ນນະໂຍບາຍວັດທະນະທຳມະນຸດຂອງພັກ ແລະ ລັດ ຫວຽດນາມ. ທ່ານເລຂາທິການໃຫ່ຍ ໂຕເລິມ ກໍ່ໄດ້ຊີ້ນຳວຽກງານນີ້ຢ່າງຂ້ຽວຂາດ. ດັ່ງນັ້ນ, ເລື່ອງສຳເລັດການ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພກ່ອນວັນທີ 31 ສິງຫາປີ 2025 ແມ່ນຄວາມມານະພະຍາຍາມໃຫ່ຍຫຼວງທີ່ສຸດຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ.
ຜູ້ນຳໜ້າລັດຖະບານກໍ່ໄດ້ເນັ້ນໜັກເປັນຫຼາຍເທື່ອ ໃນບັນດາວາລະປະຊຸມຂອງລັດຖະບານ ແລະ ເຮັດວຽກກັບແຕ່ລະທ້ອງຖິ່ນ ເພື່ອຜັນຂະຫຍາຍການປະຕິບັດໂຄງການ, ທ່ານຊີ້ແຈ້ງວ່າ ການປະຕິບັດໂຄງການ ແມ່ນຄຳສັ່ງຈາກໝາກຫົວໃຈ, ແມ່ນໄມ້ວັດແທກກ່ຽວກັບຄວາມຮັບຜິດຊອບ ແລະ ສິນທຳໃນການບໍລິຫານຂອງຊາດ.
ພັກບໍ່ມີຈຸດປະສົງອື່ນໃດ ນອກຈາກຈຸດປະສົງນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ ປຊຊ
ພັກ, ລັດ ຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍເທື່ອວ່າ ບໍ່ມີເປົ້າໝາຍອື່ນໃດໆ ນອກຈາກເປົ້າໝາຍຮັກສາຄວາມເປັນເອກະລາດຂອງຊາດ, ອະທິປະໄຕຂອງປະເທດຊາດຢ່າງໝັ້ນຄົງໜັກແໜ້ນ ແລະ ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ ປຊຊ. ມະຕິເລກທີ 42 ຂອງສູນກາງ (42-NQ/TW) ສະບັບອອກວັນທີ 24 ພະຈິກປີ 2023 ຂອງຄະນະບໍລິຫານງານສູນກາງພັກຂຸດທີ 13 ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ, ຕອບສະໜອງຄວາມຮຽກຮ້ອງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່ ກໍ່ໄດ້ວາງອອກເປົ້າໝາຍຮອດປີ 2030 “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃຫ້ແກ່ຄອບຄົວທຸກຍາກ, ປຊຊ ຖືກຜົນສະທ້ອນຈາກໄພທຳມະຊາດ, ການປ່ຽນແປງຈາກດິນຟ້າອາກາດຢ່າງສີ້ນເຊິງ”.
ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໄດ້ຫັນແຜນນະໂຍບາຍຂອງພັກ, ແນວທາງຂອງລັດໃຫ້ປະກົດຜົນເປັນຈິງ ດ້ວຍແນວຄິດ “ຖື ປຊຊ ເປັນກົກເຄົ້າ”; “ພັກບໍ່ມີຈຸດປະສົງອື່ນໃດ ທີ່ຕ່າງຈາກການນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ ປຊຊ”: ການພັດທະນາເສດຖະກິດສັງຄົມ ຕ້ອງຕິດພັນກັບການຮັບປະກັນຄວາມຍຸດຕິທຳ, ຄວາມກ້າວໜ້າ ແລະ ສະຫວັດດີການສັງຄົມ; ບໍ່ສະຫຼະຄວາມກ້າວໜ້າ, ຄວາມຍຸດຕິທຳ ເພື່ອເດີນຕາມການເຕີບໂຕເສດຖະກິດພຽງຢ່າງດຽວ.
ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນໄລຍະທີ່ຜຜ່ານມາ ໄດ້ໃຫ້ເຫັນໝາກຜົນອັນໃຫ່ຍຫຼວງທີ່ພວມປະກົດ ນັ້ນແມ່ນການກໍ່ສ້າງເຮືອນຢູ່ໃໝ່ຫຼາຍຫຼັງໃຫ້ແກ່ຄົນທຸກຍາກ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ ທີ່ມີຕໍ່ພັກ ແລະ ລັດ. ມັນກໍ່ໃຫ້ເຫັນວ່າ, ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ບໍ່ແມ່ນະໂຍາຍທຳມະດາອີກແລ້ວ ຫາກຍັງແມ່ນບັ້ນຮົບຮ່ວມເດີນທາງ, ແມ່ນພາລະກຳຂອງທົ່ວສັງຄົມ.
ວັນທີ 2 ກັນຍາປີ 2025, ເມື່ອທົ່ວປະເທດສະເຫຼີມວັນຊາດຄົບຮອບ 80 ປີ, ປຊຊ ບໍ່ພຽງແຕ່ເຫັນທຸງຊາດປິ່ວສະບັດເທົ່ານັ້ນ, ຫາກຍັງຈະເຫັນເຮືອນໃໝ່ທີ່ໃຫ່ຍໂຕ ແລະ ສວຍງາມນັບແສນໆຫຼັງ ພ້ອມດ້ວຍຄວາມເບີກບານມ່ວນຊື່ນຂອງຄົນທຸກຍາກໃນທຸກແຖບຖິ່ນຂອງປະເທດຊາດອີກດ້ວຍ. ນັ້ນແມ່ນເຮືອນຫຼັງຕ່າງໆທີ່ໄດ້ຮັບການກໍ່ສ້າງຂຶ້ນຈາກຄວາມເຫັນດີເຫັນພ້ອມ, ຈາກຄວາມຄາດຫວັງບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງຂອງພັກ ແລະ ລັດ ຫວຽດນາມ./.