• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບ໋ງໂກ໋ຍ ຮ້ານ ກົກດາ

ຕັ້ງແຕ່ໃດມາ, ລາຍການອາຫານແບ໋ງໂກ໋ຍ ຮ້ານ ກົກດາ (ເຂົ້າໜົມໂກ໋ຍ ຮ້ານ ຕົ້ນໂພ) ຢູ່ຄຸ້ມຖະໜົນ ຫຼີກວັກຊື, ຮ່າໂນ້ຍ ໄດ້ມີຊື່ສຽງ ຢູ່ ຮ່າໂນ້ຍ. 
ເຖິງຈະແມ່ນຮ້ານນ້ອຍ ແລະ ລຽບງ່າຍ, ເຄື່ອງຂອງ ພາຍໃນຮ້ານ ກໍ່ມີພຽງ ໂຕະ; ຕັ່ງ ຄືກັນ ກັບບັນດາຮ້ານອາຫານ ສາມັນທົ່ວໄປ, ແຕ່ດ້ວຍຊື່ສຽງທ່ີຊ່າລືໄປໄກ ແລະ ປະສົບການມາ ເປັນເວລາ ເກືອບ 30 ປີແຫ່ງການຄົງຕົວ ແລະ ພັດທະນາ, ເຮັດໃຫ້ຫຼາຍຄົນ ສາມາດຊອກໄດ້ງ່າຍ ຮ້ານ ກົກດາ. ຈຸດສະເພາະ ຂອງ ຮ້ານນີ້ ແມ່ນ ຕົ້ນໂພ ທີ່ເກ່ົາແກ່ ມີອາຍຸ ນັບຫຼາຍຮ້ອຍປີ ແລະ ແຜງລອຍ ຂາຍເຂົ້າໜົມ ຫຼາຍຊະນິດ ຢູ່ຂ້າງຮ້ານ ທີ່ໄດ້ຈືນ ເປັນສີເຫຼືອງ. ໃນນັ້ນມີ ເຂົ້າໜົມ ແບ໋ງໂກ໋ຍ ຊຶ່ງເປັນປະເພດເຂົ້າໜົມ ທີ່ໄດ້ຮັບການ ປຸງແຕ່ງ ໂດຍການສືບທອດພາຍໃນຄອບຄົວ ຜ່ານຫຼາຍຮຸ່ນ ຄົນ ມາແລ້ວ.

ທ່ານນາງ ຫງວຽນມີ໊ລົກ, ເຈົ້າຂອງຮ້ານ ກົກດາ ໃຫ້ຮູ້ວ່າ ນັບແຕ່ ການເລືອກຊື້ແປ້ງ ຊະນິດດີ ແລະ ບົ່ມຂຶ້ນເຊື້ອ ແມ່ນເຮັດດ້ວຍ ຕົນເອງ ເພື່ອໃຫ້ເຂົ້າໜົມມີຄວາມອ່ອນ ແລະ ຫອມກອບ, ຊີ້ນ ເຮັດໃຈເຂົ້າໜົມ ກໍ່ຕ້ອງເລືອກເຟັ້ນ ຢ່າງລະອຽດຮອບຄອບ. ວັດ ຖຸ ປະກອບອື່ນໆ ເຊັ່ນ: ຫົວຜັກບົ່ວໃຫຍ່, ຫົວຜັກບົ່ວແຫ້ງ, ມັນ ເຜົາ, ພິກໄທ... ຕ່າງ ກໍ່ຕ້ອງຮັບປະກັນດ້ານຄຸນນະພາບ. ໃຊ້ເວ ລາ ພຽງ 2 ນາທີ ຫຼັງຈາກເຂົ້າຮ້ານສັ່ງອາຫານ, ນັກຊີມ ຈະໄດ້ຮັບ ບໍລິການຢູ່ກັບທີ່ ກັບ ຈານ ແບ໋ງໂກ໋ຍ ສົດໆ ຮ້ອນໆ ມີສີເຫຼືອງ ກອບ ແລະ ຕັດໃຫ້ພໍດີຄໍາ, ສ່ວນໃຈເຂົ້າໜົມ ມີກິ່ນຫອມ ຢ່າງຈັບອົກຈັບໃຈ ຍິ່ງເຮັດໃຫ້ ໜ້າຮັບປະທານ.



ຮ້ານ ແບ໋ງໂກ໋ຍ ຕົ້ນໂພ ຕັ້ງຢູ່ຄຸ້ມຖະໜົນ ຫຼີກວັກຊື, ຮ່າໂນ້ຍ.


ເຂົ້າໜົມ ເຮັດໃຫ້ສະເໝີກັນ, ສ່ວນໃຈແໜ້ນ ເພື່ອເວລານຳໄປຈືນ ຈະບໍ່ໄດ້ຜຸອອກ. 


ຜະລິດຕະພັນສໍາເລັດຮູບ ຂອງ ແບ໋ງໂກ໋ຍ ຢູ່ຮ້ານ ຕົ້ນໂພ.


ຢຶດໝັ້ນ ກັບອາຊີບ ເຮັດ ແບ໋ງໂກ໋ຍ ເປັນເວລາເກືອບ 30 ປີ, ປະ ຈຸບັນ, ຮ້ານ ຕົ້ນໂພ ໄດ້ກາຍເປັນຈຸດນັດພົບ ຂອງ ນັກທ່ອງທ່ຽວ ຫຼາຍຄົນ ເມື່ອມາທ່ຽວ ຮ່າໂນ້ຍ. 


ນັກທ່ອງທ່ຽວ ຖ່າຍຮູບ ເພື່ອເປັນທີ່ລະນຶກ ຢູ່ ຮ້ານ ຕົ້ນໂພ ໃນຄັ້ງ ໄປ ທ່ອງທ່ຽວ ຢູ່ ຮ່າໂນ້້ຍ. 

ດ້ວຍລົດຊາດທີ່ເປັນເອກະລັກ ສະເພາະ ບໍ່ຊໍ້າແບບໃຜ ຂອງຮ້ານ, ແຕ່ລະມື້, ຮ້ານ ຕົ້ນໂພ ເປີດຮ້ານ ແຕ່ 8 ໂມງເຊົ້າ ເຖິງ 10 ໂມງ ກາງຄືນ. ປະຈຸບັນ, ແຕ່ລະມື້ ຮ້ານໄດ້ສົ່ງ ແບ໋ງໂກ໋ຍ ໃຫ້ແກ່ ຮ້ານ ງອນ (ແຊບ) ຢູ່ຖະໜົນ ຟານໂບ້ຍເຈົາ. ນອກຈາກນັ້ນ, ດ້ວຍລາຄາ 12.000 ດົ່່ງ/ກ້ອນ, ແຕ່ລະມື້ ຮ້ານຂາຍ ແບ໋ງໂກ໋ຍ ໄດ້ ຫຼາຍ ຮ້ອຍກ້ອນ ຮັບໃຊ້ ຄວາມຕ້ອງການ ຂອງ ຊາວນະຄອນຫຼວງ ກໍຄື ແຂກຄົນ ຢູ່ທົ່ວທຸກສາລະທິດ ທີ່ມາທ່ຽວ ຮ່າໂນ້ຍ ອີກດ້ວຍ. 
 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ໝູປີ້ງ ລ້າງເຊີນ

ໝູປີ້ງ ລ້າງເຊີນ

ໃນຄັງສົມບັດ ດ້ານອາຫານການກິນ ຂອງ ຫວຽດນາມ, ແຕ່ລະເຂດພາກ ລ້ວນແຕ່ມີຜັກ ແລະ ເຄື່ອງເທດ ທີ່ແຕກຕ່າງກັນ, ເມື່ອນໍາມາ ຮວມກັນ ຈະສ້າງລົດຊາດທີ່ເປັນເອກະລັກ ສະເພາະ ຂອງ ດິນແດນເຂດນັ້ນ. ແມ່ນໝູປີ້ງ, ຖ້າຢູ່ຮ່າໂນ້ຍ ຈະຖືກເອືອບກັບນໍ້າຊຸບ ເພື່ອໃຫ້ມີສີສັນ ແລະ ລົດຊາດທີ່ເປັນເອກະລັກສະເພາະ; ຢູ່ພາກໃຕ້, ໝູປີ້ງ ຈະມີໝາກເຜັດໃຫຍ່, ຫົວຜັກບົ່ວໃຫຍ່ ແລະ ໂຮຍໝາກງາ... ໃນຂະນະດຽວກັນ ຢູ່ເຂດພູເຂົາທາງທິດເໜືອ, ມີໃບໄມ້ປະເພດໜຶ່ງ ທີ່ຖືວ່າ ເປັນ “ເຄື່ອງເທດຊັ້ນຍອດ”, ນັ້ນແມ່ນໃບໝາກມົດ, ເຊິ່ງຊ່ວຍໃຫ້ລາຍການອາຫານ ໝູປີ້ງ ມີລົດຊາດແຊບ ທີ່ເປັນເອກະລັກ ບໍ່ຊໍ້າໃຜ.

Top