• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບັ໋ງຫອຍ ຝູ໋ລອງ

ແຂວງ ບິ່ງຖ້ວນ ນອກຈາກ ດອນ ເຣີມ, ໝຸ໊ຍແນ໋ ກັບຄວາມງາມຂອງ ບັນດາຫາດຊາຍ, ແຖວຕົ້ນພ້າວ ແລະ ສິນທະເລ ທີ່ອຸດົມສົມບູນ ກໍຍັງມີ ລາຍການອາຫານ ພິເສດ, ຖ້າຍັງບໍ່ທັນໄດ້ຊີມກໍຖືວ່າ ຍັງບໍ່ທັນມາ ເຖິງ ບິ່ງຖ້ວນ. ນັ້ນຄື ແບັ໋ງຫອຍ ຝູ໋ລອງ (ແບັ໋ງຫອຍ ເປັນເສັ້ນແລບໆ ກວ່າເສັ້ນເຂົ້ົ້າປຸ້ນ, ຈັບເປັນປຸ້ມແປໆ, ມີສີຂາວ, ເຮັດດ້ວຍແປ້ງ ເຂົ້ົ້າ ຈ້າວ, ກິນກັບໝູປີ້ງ). 
ບໍ່ພຽງແຕ່ມີຊື່ສຽງໂດ່ງດັງ ກ່ຽວກັບອາຫານການກິນ, ອາຊີບເຮັດ ແບັ໋ງ ຫອຍ ກໍເປັນ “ຜະລິດຕະພັນພິເສດສຳລັບ ນັກຖ່າຍຮູບ” ບໍ່ວ່າ ມືກ້ອງ ຖ່າຍໃດ ກໍມີຄວາມໄຝ່ຝັນວ່າ ຄັ້ງໜຶ່ງຈະຕ້ອງໄດ້ສຳຜັດ ແລະ ບັນທຶກ ໄວ້ໃນກ້ອງຖ່າຍຮູບ ບັນດາຮູບພາບ ຕົວຈິງ ແລະ ມີຊີວິດຊີວານີ້.

ເຕົາຜະລິດ ແບັ໋ງຫອຍ ຂອງ ຄອບຄົວທ່ານ ເລວັນເຈືອງ, ຄຸ້ມຖະໜົນ ຟູ໋ຖິ້ງ, ເທດສະບານ ຮ່າມຖ້ວນບັກ, ແຕ່ລະມື້ ຜະລິດ ແບັ໋ງຫອຍ ໄດ້ ສະເລັ່ຍ 200-250 ກິໂລກຼາມ (ຈາກເຂົ້າສົດ ແລະ ບໍ່ໃຊ້ສານ ກັນ ບູດ), ແຕ່ລະຂັ້ນຕອນ ການຜະລິດ ຕ້ອງເຮັດຢ່າງ ຮອບຄອບ, ພິຖີພິ ຖັນເຊັ່ນ: ເລືອກປະເພດເຂົ້າທີ່ດີ ມ່າແຮມຄືນ, ລ້າງໃຫ້ສະອາດ, ບົດ ໃຫ້ແລກ. ແປ້ງທີ່ບົດແລ້ວນັ້ນ ຈະນໍາໄປໜຶ້ງ ໃຊ້ເວລາ 1 ຊົ່ວໂມງ ແລ້ວປັ້ນ ເປັນຮູບທໍ່, ຫຼັງຈາກນັ້ນ ນຳເຂົ້າເຄື່ອງຈັກ ໜີບເປັນເສັ້ນ, ຢາຍເສັ້ນແປ້ງ ໃສ່ພາຮູບວົງມົນ ດ້ວຍໄມ້ໄຜ່ແລ້ວ ນໍາໄປໜຶ້ງໃຫ້ສຸກ ໃຊ້ເວລາ 20 ນາທີ.

 

ຂັ້ນຕອນໜຶ້ງແບັ໋ງຫອຍ ຢູ່ເຕົາຜະລິດ ແບັ໋ງຫອຍ ຂອງ ຄອບຄົວທ່ານ ເລວັນເຈືອງ. ນຳເຂົ້າເຄື່ອງຈັກ ໜີບເປັນເສັ້ນ


ນຳແປ້ງເຂົ້າເຄື່ອງຈັກ ໜີບເປັນເສັ້ນ. 


ຢາຍເສັ້ນແປ້ງ ໃສ່ພາຮູບວົງມົນ ດ້ວຍໄມ້ໄຜ່ແລ້ວ ນໍາໄປໜຶ້ງໃຫ້ສຸກ ໃຊ້ເວລາ 20 ນາທີ.


ແບັ໋ງຫອຍສຳເລັດຮູບ ຊຶ່ງເປັນລາຍການອາຫານຂອງແຂວງ ບິ່ງຖ້ວນ.

ແບັ໋ງຫອຍ ທີ່ແຊບ ຕ້ອງມີເສັ້ນແລບໆ ເທົ່າໄມ້ຈີ້ມແຂ້ວ, ບັນດາ ປ່ຽງ ແບັ໋ງຫອຍ ຈະບໍ່ແຕກອອກຈາກກັນ ຫຼື ຈັບເປັນກ້ອນໆ, ເມື່ອ ຮັບປະ ທານ ບໍ່ຖືກເປື່ອຍ ແລະ ຮູ້ສຶກໄດ້ເຖິງ ລົດຫວານ ຂອງແປ້ງເຂົ້າ, ລົດ ມັນຂອງນຳ້ມັນໝາກພ້າວ, ກິນແກ້ມກັບເຄື່ອງໃນໝູ, ມີຜັກຫອມ ແລະ ນ້ຳປາຍອດໝາກຂາມ.

ກວ່າເຄິ່ງສະຕະວັດ ຢຶດໝັ້ນກັບອາຊີບ ຜ່ານ 3 ຮຸ່ນຄົນ, ເຕົາຜະລິດແບັ໋ງຫອຍ ຂອງ ຄອບຄົວທ່ານ ເລີ້ຍ ໄດ້ກາຍເປັນສະຖານທີ່ ສະໜອງແບັ໋ງຫອຍ ທີ່ມີຄວາມໄວ້ວາງໃຈ ໃຫ້ທົ່ວແຂວງ ບິ່ງຖ້ວນ. ເຖິງວ່າຈະຫຍຸ້ງກັບວຽກງານຫຼາຍປານໃດກໍຕາມ, ແຕ່ຄອບຄົວ ທ່ານ ໄດ້ອຳນວຍຄວາມສະດວກໃຫ້ຊ່າງພາບ ໄດ້ບັນທຶກພາບ, ນັ້ນກໍແມ່ນ ນິດໄສຂອງຄົນ ບິ່ງຖ້ວນ-ໃຈກວ້າງຂວາງ ແລະ ຮັກແຂກແພງຄົນ. 


- ແບັ໋ງຫອຍ ເຄື່ອງໃນໝູ ແມ່ນໜຶ່ງ ໃນບັນດາລາຍການອາຫານພິເສດຂອງແຂວງ ບິ່ງຖ້ວນ. ສ່ວນປະກອບຂອງ ລາຍການອາຫານ ແບັ໋ງຫອຍ ເຄື່ອງໃນໝູ ລວມມີ ແບັ໋ງຫອຍ, ເຄື່ອງໃນໝູ, ເຂົ້າຂຽບ, ຜັກຫອມຊະນິດຕ່າງ ແລະ ນຳ້ແຈ່ວສົ້ມຫວານ.
- ບັນດາລົດຊາດດັ່ງກ່າວ ເຈືອປົນເຂົ້າກັນເພື່ອສ້າງເປັນລາຍການອາຫານພິເສດສະເພາະ ຂອງເຂດດິນ ທີ່ເຕັມໄປດ້ວຍ ແສງແດດ ແລະ ສາຍລົມນີ້.

ປະຕິບັດໂດຍ: ຫຼີຮວ່າງລອງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top