• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແນມຈືນ ຂອງ ຄົນຫວຽດ

ແນມຈືນ ບໍ່ພຽງແຕ່ເປັນອາຫານມູນເຊື້ອ ທີ່ໄດ້ຮັບຄວາມ ນິຍົມ ຂອງ ຄົນຫວຽດ ເທົ່ານັ້ນ, ແຕ່ສຳນັກຂ່າວ CNN Travel ຂອງ ສ ອາເມລິກາ ຍັງຈັດເຂົ້າໃນບັນຊີ ລາຍຊື່ ບັນດາລາຍການອາຫານ ທີ່ໜ້າດຶງດູດໃຈ ຂອງ ນັກທ່ອງທ່ຽວ ຈາກທົ່ວໂລກ ອີກດ້ວຍ.
ເຄື່ອງປະກອບ ຂອງ ແນມຈືນ ປະກອບມີ ຊີ້ນໝູບົດ, ເສັ້ນ ຫຼ້ອນ ແລະ ຜັກຊະນິດຕ່າງໆ ຊອຍ ເປັນເສັ້ນເຊັ່ນ: ຫົວ ກາຣົດ, ເຫັດຫູໜູ, ໃບຜັກບົ່ວ... ເຄື່ອງປະກອບທັງໝົດນີ້ ໄດ້ປະສົມເຂົ້າກັນ, ຕື່ມເກືອ, ພິກໄທໃຫ້ ພໍກິນ ແລ້ວຫໍ່ ເຂົ້າໃນແຜ່ນຢໍ່. ແນມຢໍ່ ຫຼັງຈາກຈືນ ສຸກກອບ ສາມາດ ກິນລ້າໆ, ກິນກັບເຂົ້າຈ້າວ, ພິເສດແມ່ນກິນກັບເຂົ້າປຸ້ນ. 
 







ຢູ່ແຕ່ລະພາກ ນຳ້ແຈ່ວ ໃຊ້ກັບ ແນມຈືນ ຈະມີຄວາມ ແຕກຕ່າງກັນເຊັ່ນ: ຢູ່ພາກເໜືອ ແມ່ນນຳ້ປາສົ້ມຫວານ ລວມມີທັງສົ້ມຜັກ, ສ່ວນຢູ່ພາກກາງ ແລະ ພາກໃຕ້ ແມ່ນ ນຳ້ປາສົ້ມຫວານ ລວມມີທັງຜັກທຽມ ແລະ  ໝາກເຜັດ.  
ແລ້ວແຕ່ລະພາກພາກ, ລາຍການອາຫານນີ້ ຈະມີຫຼາຍຊື່ ເອີ້ນ ທີ່ແຕກຕ່າງກັນ ແລະ ມີການປັບປ່ຽນຈັກໜ່ອຍ. ຢູ່ ພາກເໜືອ, ລາຍການອາຫານນີ້ ເອີ້ນວ່າ ແນມຣ໋ານ, ຖືກ ຫໍ່ເປັນຮູບທໍ່ ຫຼືຮູບສີ່ຫຼ່ຽມດ້ວຍແຜ່ນຢໍ່. ຢູ່ພາກກາງ ເອີ້ນວ່າ ຈ໊າຣາມ, ກໍຖືກຫໍ່ເປັນຮູບທໍ່ ແຕ່ມີຂະໜາດໜ້ອຍກວ່າ. ສ່ວນຢູ່ພາກໃຕ້ ເອີ້ນວ່າ ຈ໊າຢໍ່ ແລະ ແຜ່ນຫໍ່ສ່ວນຫຼາຍ ແມ່ນ ແຜ່ນແບັ໋ງຈ໋າງເຣ໋ ຫຼື ແບັ໋ງເບ໋ຍ, ຂະໜາດ ຈ໊າຢໍ່ ຈະສັ້ນ ກວ່າ ວິທີຫໍ່ ຂອງ ຄົນພາກກາງ ຈັກໜ່ອຍ.
 
ນອກຈາກການນຳໃຊ້ເຄື່ອງປະກອບຕາມສູດເດີມ, ແນມ ຈືນ ຍັງຖືກມີການປັບປ່ຽນດ້ານລົດຊາດຕື່ມອີກຫຼາຍຢ່າງ ທີ່ໜ້າດຶງດູດໃຈເຊັ່ນ ເຄື່ອງທະເລ, ໝາກໄມ້... ເນື່ອງຈາກ ຄວາມກອບ ແລະ ຫອມແຊບທີ່ຫຼາກຫຼາຍ ເພາະນັ້ນແນມ ຈືນ ຈິ່ງກາຍເປັນອາຫານນິຍົມຂອງ ຄົນຫວຽດ. ລານການ ອາຫານນີ້ ງ່າຍໃນການປຸງແຕ່ງ  ແລະ ເມື່ອຜ່ານ ການປຸງແຕ່ງຂັ້ນຕົ້ນ ແລ້ວສາມາດໃຊ້ເປັນ ອາຫານແຫ ໄວ້ໃນຕູ້ເຢັນ. ນີ້ບໍ່ພຽງແຕ່ເປັນ ລາຍການອາຫານໃຊ້ໃນ ຊີວິດປະຈຳວັນເທົ່ານັ້ນ ຫາກຍັງເປັນອາຫານມູນເຊື້ອ ທີ່ ບໍ່ສາມາດ ຂາດໄດ້ ໃນພາຖາດ ບູຊາບັນພະບຸລຸດ ຂອງ ຄົນ ຫວຽດ ໃນໂອກາດ ບຸນເຕັດ ອີກດ້ວຍ. 
ບົດ ແລະ ພາບ: ຫງວຽນລວນ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ອາຫານການກິນ ຫວຽດນາມ ມີການປ່ຽນແປງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ, ທັງຮັກສາມູນເຊື້ອ ທີ່ມີມາ ແລະ ຮັບເອົາສິ່ງຍອດຍິ່ງ ຂອງອາຫານທົ່ວໂລກ. ໃນທ່າອຽງດັ່ງກ່າວ, ອາຫານ ທີ່ເປັນເອກະລັກໜຶ່ງ ໄດ້ຄ່ອຍໆ ພົ້ນເດັ່ນ ຢູ່ໃນຮ້ານອາຫານຊັ້ນສູງ, ນັ້ນຄື “ເຂົ້າກ້ອງ ຫໍ່ດ້ວຍໃບບົວ ໃສ້ ກະດູກຂ້າງງົວຕົ້ມ”. ລາຍການອາຫານນີ້ ບໍ່ພຽງແຕ່ ເປັນການປະສົມປະສານ ຂອງ ວັດຖຸປະກອບ ທີ່ສົດໃໝ່ເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວ ກ່ຽວກັບຄວາມຄິດສ້າງສັນ, ເມື່ອຄວາມເປັນເອກະລັກ ຂອງ ອາຫານເມືອງ ເຫວ້ ພົບກັບເຕັກນິກການປຸງແຕ່ງທີ່ທັນສະໄໝ ຂອງ ຊາວຕາເວັນຕົກ.

Top