• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຈກ​ຢາຍ​ເງິນ​ ໜູນ​ຊ່ວຍກ່​ວາ 1 ລ້ານ USD ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ໂດຍ​ໄວ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Kalmaegi

ຄະນະຂົນຂວາຍການກູ້ຊ່ວຍສູນກາງ ໄດ້ຕັດສິນໃຈແຈກຢາຍຈຳນວນເງິນ 1,1 ລ້ານ USD ໃຫ້ແກ່ 3 ແຂວງ ກວ໋າງຫງາຍ, ຢາລາຍ, ດັກລັກ ເພື່ອໜູນຊ່ວຍບັນດາແຂວງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi ໂດຍໄວ.
ພາຍຸ Kalmaegi ກໍ່ຄວາມເສຍຫາຍຢູ່ ຢາລາຍ (ພາບ: VOV)
ຕາມຂໍ້ມູນສະຖິຕິ, ໄລ່ຮອດຕອນບ່າຍວັນທີ 7 ພະຈິກ, ຍອດຈຳນວນຜູ້ໃຈບຸນໃຈກູ້ສົນ ໄດ້ຈົດທະບຽນສະໜັບສະໜູນພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸ Kalmaegi (ພາຍຸເລກທີ 13) ດ້ວຍການໂອນເງິນເຂົ້າບັນຊີຂອງຄະນະຂົນຂວາຍການກູ້ຊ່ວຍສູນກາງ - ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແມ່ນ 45,6 ລ້ານ USD. ຄະນະຂົນຂວາຍການກູ້ຊ່ວຍສູນກາງ ໄດ້ຕັດສິນໃຈແຈກຢາຍຈຳນວນເງິນ 1,1 ລ້ານ USD ໃຫ້ແກ່ 3 ແຂວງ ກວ໋າງຫງາຍ, ຢາລາຍ, ດັກລັກ ເພື່ອໜູນຊ່ວຍບັນດາແຂວງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi ໂດຍໄວ. ໄລ່ຮອດວັນທີ 7 ພະຈິກ, ຄະນະຂົນຂວາຍການກູ້ຊ່ວຍສູນກາງໄດ້ແຈກຢາຍເງິນກ່ວາ 91%ຈຳນວນເງິນທີ່ ໄດ້ຮັບ ໃຫ້ແກ່ 19 ແຂວງ, ນະຄອນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຂອງ ພາຍຸ 3 ລູກ ແລະ ຝົນຕົກນ້ຳຖ້ວມໃນເມື່ອກ່ອນ. ປັດຈຸບັນ, ບັນດາອົງການ, ສ່ວນບຸກຄົນ ສືບຕໍ່ອຸປະຖຳໃຫ້ບັນດາທ້ອງຖິ່ນຖືກເສຍຫາຍຍ້ອນພາຍຸຜ່ານບັນຊີ ຂອງຄະນະຂົນຂວາຍກູ້ຊ່ວຍສູນກາງ - ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ຕອນເຊົ້າວັນທີ 8 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນຕຸລາ ໂດຍມີການເຊື່ອມຕໍ່ແບບທາງໄກກັບບັນດາທ້ອງຖິ່ນ.

Top