• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ແຂວງ ແຄ໋ງຮ່ວາ ສູ້ຊົນກາຍເປັນ "ສູນກາງ" ພະລັງງານທົດແທນ

ແຂວງ ແຄ໋ງຮ່ວາ ພວມບຸກບືນເພື່ອກາຍເປັນສູນກາງພະລັງງານທົດແທນແຫ່ງໃໝ່ຂອງຫວຽດນາມ ໂດຍຜ່ານການຈັດຕັ້ງປະຕິບັດ ບັນດາມະຕິທີ່ສຳຄັນຂອງກົມການເມືອງຢ່າງເປັນຮູບປະທຳ. ດ້ວຍການ ລວບລວມເອົາ ບັນດາໂຄງການຍຸດທະສາດ ເຊັ່ນ: ໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ແລະ ໂດຍສະເພາະແມ່ນໂຮງໄຟຟ້ານິວເຄຼຍແຫ່ງສະຕະວັດ, ແຂວງ ແຄ໋ງຮ່ວາ ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານແຫ່ງຊາດເທົ່ານັ້ນ ແຕ່ຍັງສ້າງກຳລັງຊຸກຍູ້ອັນແຂງແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງໃນອະນາຄົດ.

 

ປະຕິບັດມະຕິເລກທີ 70-NQ/TW ລົງວັນທີ 20 ສິງຫາ 2025 ຂອງກົມການເມືອງ (ສະໄໝທີ XIII) ວ່າດ້ວຍການຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານແຫ່ງຊາດ ຮອດປີ 2030 ແລະ ວິໄສທັດຮອດປີ 2045, ແຂວງ ແຄ໋ງຮ່ວາ ໄດ້ ເປັນເຈົ້າການກວດຄືນ, ລວບລວມເອົາ ບັນດາເປົ້າໝາຍ ແລະ ໜ້າທີ່ເຂົ້າໃນການວາງແຜນຜັງ, ແຜນພັດທະນາເສດຖະກິດ-ສັງຄົມ. ເປົ້າໝາຍທີ່ມຸ່ງໄປເຖິງແມ່ນເຮັດໃຫ້ ແຄ໋ງຮ່ວາ ກາຍເປັນສູນກາງພະລັງງານທົດແທນຂອງທົ່ວປະເທດ, ໂດຍສະເພາະແມ່ນການຜັນຂະຫຍາຍປະຕິບັດສອງໂຄງການແຫ່ງສະຕະວັດ ຄື: ໂຮງໄຟຟ້ານິວເຄຼຍ ນິງທ້ວນ 1 ແລະ ນິງທ້ວນ 2.

ຟາມພະລັງງານແສງຕາເວັນ Gelex ນິງທ້ວນ ໄດ້ຮັບການລົງທຶນຢູ່ຕາແສງ ເຟືອກຢິງ (ແຂວງ ແຄ໋ງຮ່ວາ). ພາບ: ຫງວຽນແທ່ງ – VNA
ໂຄງການໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນ ໄດ້ຮັບການລົງທຶນຢູ່ຕາແສງ ເຟືອກຢິງ (ແຂວງ ແຄ໋ງຮ່ວາ). ພາບ: ຫງວຽນແທ່ງ – VNA
ກວດກາການດຳເນີນງານທີ່ປອດໄພຂອງລະບົບສົ່ງໄຟຟ້າ ຢູ່ສະຖານີ ໝໍ້ແປງໄຟ 220kV ນິງເຟືອກ ແລະ ສາຍສົ່ງເຊື່ອມຕໍ່ (ຕາແສງ ເຟືອກຫືວ, ແຂວງ ແຄ໋ງຮ່ວາ). ພາບ: VNA

ເຂດບ້ານ ຫວີງເຈື່ອງ (ຕາແສງ ເຟືອກຢິງ, ແຂວງ ແຄ໋ງຮ່ວາ) ນອນໃນແຜນຜັງການກໍ່ສ້າງໂຄງການ ໂຮງໄຟຟ້ານິວເຄຼຍ ນິງທ້ວນ 1. ພາບ: ຫງວຽນແທ່ງ – VNA

ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢ້ຽມຢາມຖາມຂ່າວປະຊາຊົນຢູ່ເຂດໂຄງການຍົກຍ້າຍຈັດສັນ ເພື່ອກໍ່ສ້າງໂຮງໄຟຟ້ານິວເຄຼຍ ນິງທ້ວນ 1 (ຕາແສງ ເຟືອກຢິງ, ແຂວງ ແຄ໋ງຮ່ວາ) ໃນວັນທີ 15 ມັງກອນ 2026. ພາບ: ຫງວຽນແທ່ງ – VNA

ປະຕິບັດໂດຍ: VNA/VNP

ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່

ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່

ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່, ທັງເພີ່ມວົງເງິນການຄ້າ, ທັງສ້າງໂຄງປະກອບພື້ນຖານການເຕີບໂຕຄືນໃໝ່. ເມື່ອລັດຖະບານວາງເປົ້າໝາຍສົ່ງອອກໃຫ້ບັນລຸລະດັບເຕີບໂຕແຕ່ 15 – 16% ໃນປີ 2026, ເທົ່າກັບ 546 – 550 ຕື້ USD ນັ້ນ, ສິ່ງທ້າທາຍບໍ່ພຽງແຕ່ແມ່ນບັນຫາການຕະຫຼາດເທົ່ານັ້ນ, ຫາກຍັງແມ່ນບັນຫາ ຄຸນນະພາບ, ຄວາມເປັນເຈົ້າຕົນເອງ ແລະ ຄວາມສາມາດທົນທານຂອງພື້ນຖານເສດຖະກິດອີກດ້ວຍ.

Top