ຮ່າງກົດໝາຍບໍ່ຍອມຮັບສິດຊັບສິນທາງປັນຍາຂອງ AI ແລະ ບໍ່ປົກປ້ອງໃຫ້ບັນດາຜົນງານໂດຍ AI ສ້າງຂຶ້ນ, ສິ່ງນີ້ອາດສາມາດຈຳກັດກຳລັງໜູນນະວັດຕະກຳ ແລະ ຫຼຸດຜ່ອນກຳລັງດຶງດູດການລົງທຶນເຕັກໂນໂລຢີ.
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV ໃນຕອນເຊົ້າວັນທີ 24 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ.
ກ່ຽວກັບບັນຫາສິດຊັບສິນທາງປັນຍາຕໍ່ບັນດາຜະລິດຕະພັນໂດຍ AI ສ້າງຂຶ້ນ, ທ່ານ ຟ້າມຈ້ອງເຫງ້ຍ ສະມາຊິກສະພາແຫ່ງຊາດແຂວງ ລ້າງເຊີນ ຖືວ່າ ຮ່າງກົດໝາຍບໍ່ຍອມຮັບສິດຊັບສິນທາງປັນຍາຂອງ AI ແລະ ບໍ່ປົກປ້ອງໃຫ້ບັນດາຜົນງານໂດຍ AI ສ້າງຂຶ້ນ, ສິ່ງນີ້ອາດສາມາດຈຳກັດກຳລັງໜູນນະວັດຕະກຳ ແລະ ຫຼຸດຜ່ອນກຳລັງດຶງດູດການລົງທຶນເຕັກໂນໂລຢີ. ອະທິບາຍກ່ຽວກັບບັນຫານີ້, ທ່ານ ຫງວຽນແມັ້ງຮຸງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໃຫ້ຮູ້ວ່າ ກົດໝາຍຈະກຳນົດຢ່າງຈະແຈ້ງລະດັບປະກອບສ່ວນຂອງ AI ແລະ ຫົວຄິດປະດິດສ້າງຂອງມະນຸດໃນວິວັດການນຳໃຊ້ AI ຈາກນັ້ນກຳນົດເຈົ້າກຳດ້ານຊັບສິນທາງປັນຍາ. ທ່ານໃຫ້ຮູ້ວ່າ:
AI ບໍ່ແມ່ນເຈົ້າກຳຊັບສິນທາງປັນຍາ. ຜະລິດຕະພັນໂດຍ AI ສ້າງຂຶ້ນບໍ່ມີການເຂົ້າຮ່ວມຂອງມະນຸດ ບໍ່ໄດ້ຮັບການປົກປ້ອງສິດລິຂະສິດໃນການປະດິດສ້າງຄືກັນກັບຜົນງານຂອງມະນຸດ.
(ແຫຼ່ງຄັດຈາກ VOV)