ທົ່ວປະເທດມີໂຮງໝໍກ່ວາ 100 ແຫ່ງມີພະແນກສະເພາະໃຫ້ແກ່ຜູ້ອາຍຸສູງ.
ຕອນເຊົ້າວັນທີ 17 ຕຸລາ, ຢູ່ສຳນັກງານລັດຖະບານ, ຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ຫວຽດນາມ ໄດ້ຈັດການປະຊຸມພາຍໃຕ້ການເປັນປະທານຂອງທ່ານ ເລແທັງລອງ ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານຄະນະກຳມະການ ເພື່ອແນໃສ່ວາອອງບັນດາໜ້າທີ່, ມາດຕະການຈຸດສຸມ ຜັນຂະຫຍາຍວຽກງານຜູ້ອາຍຸສູງໃນໄລຍະຈະມາເຖິງ.
ທີ່ການປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ນາງ ຫງວຽນທິເຮືອງລຽນ ໃຫ້ຮູ້ວ່າ:
ກ່ຽວກັບການເອົາໃຈໃສ່ເບິ່ງແຍງດ້ານສຸຂະພາບ, 80% ຜູ້ອາຍຸສູງໄດ້ຮັບການຄຸ້ມຄອງສຳເນົາສຸຂະພາບ, 69% ໄດ້ກວດພະຍາດເປັນປະຈຳ; ທົ່ວປະເທດມີໂຮງໝໍກ່ວາ 100 ແຫ່ງມີພະແນກສະເພາະໃຫ້ແກ່ຜູ້ອາຍຸສູງ, ມີຕຽງນອນນັບໝື່ນຕຽງ ແລະ ພະນັກງານການແພດ, ຜູ້ສະໜັກນັບໝື່ນຄົນ, ມີສະໂມສອນໜູນຊ່ວຍເບິ່ງແຍງດູແລຜູ້ອາວຸສູງ. ກ່ຽວກັບດ້ານຈິດໃຈ, ຜູ້ອາຍຸສູງບໍ່ຕ້ອງເສຍຄ່າ ຫຼືຫລຸດຜ່ານຄ່າປີ້ຢ້ຽມຊົມ, ເບິ່ງໜັງ, ເຂົ້າຮ່ວມຂະບວນການວັດທະນະທຳ, ກິລາດ້ວຍສະໂມສອນວັດທະນະທຳເກືອບ 80.000 ແຫ່ງ ທີ່ໄດ້ດຶງດູດສະມາຊິກກ່ວາ 3 ລ້ານຄົນ, ກ່ວາ 9000 ສະໂມສອນລະຫວ່າງລຸ້ນໄດ້ຊ່ວຍກັນ ດ້ວຍສະມາຊິກກ່ວາ 330.000 ຄົນ.
(ແຫຼ່ງຄັດຈາກ VOV)