• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ວິດ ປະ​ຈຳ ຫວຽດ​ນາມ Thomas Gass: ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ

ການເລືອກຕັ້ງບໍ່ພຽງແຕ່ແມ່ນການເຄື່ອນໄຫວປະຕິບັດລັດຖະທຳມະນູນເທົ່ານັ້ນ ຫາກຍັງແມ່ນການຮັບປະກັນບັນດານະໂຍບາຍທີ່ໄດ້ຮັບຮອງເອົາຢູ່ຂັ້ນລະດັບຊາດ ແລະ ທ້ອງຖິ່ນນັ້ນ ຈະໄດ້ຮັບການຜັນຂະຫຍາຍດ້ວຍຈຸດສຸມມຸ່ງໄປເຖິງປະຊາຊົນອີກດ້ວຍ.
  ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ (ພາບ: TTXVN)  

ເນື່ອງໃນໂອກາດ ຫວຽດນາມ ກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໃນວັນທີ 15 ມີນາ ຈະມາເຖິງ, ເມື່ອໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນຈຸດເວລາສຳຄັນສຳລັບປະເທດ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເລືອກຕັ້ງບໍ່ພຽງແຕ່ແມ່ນການເຄື່ອນໄຫວປະຕິບັດລັດຖະທຳມະນູນເທົ່ານັ້ນ ຫາກຍັງແມ່ນການຮັບປະກັນບັນດານະໂຍບາຍທີ່ໄດ້ຮັບຮອງເອົາຢູ່ຂັ້ນລະດັບຊາດ ແລະ ທ້ອງຖິ່ນນັ້ນ ຈະໄດ້ຮັບການຜັນຂະຫຍາຍດ້ວຍຈຸດສຸມມຸ່ງໄປເຖິງປະຊາຊົນອີກດ້ວຍ.

        ທ່ານເອກອັກຄະລັດຖະທູດ ຖືວ່າ ເລື່ອງພົນລະເມືອງໄດ້ຮັບຂໍ້ມູນຢ່າງຈະແຈ້ງ, ທັນການ ແລະ ເຂົ້າໃຈງ່າຍກ່ຽວກັບວິວັດທະນາການປະຕິບັດບັນດາເປົ້າໝາຍນີ້ ແມ່ນສິ່ງທີ່ຈຳເປັນເພື່ອລະດົມການສະໜັບສະໜູນຈາກປະຊາຊົນ, ຮັບປະກັນບັນດາຄວາມມານະພະຍາຍາມພັດທະນາປະເທດຊາດ ຈະໄດ້ຫັນປ່ຽນກາຍເປັນບັນດາການປົວແປງຊີວິດຂອງປະຊາຊົນຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ.

Top