• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ສາ​ສະ​ໜາ​ພຸດ ເພື່ອ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື​ສາ​ກົນ

ສາ​ສະ​ໜາ​ພຸດ​ໄດ້​ຮ່ວມ​ເດີນ​ທາງ ແລະ ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ ປະ​ຫວັດ​ສາດແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ ຫວຽດ​ນາມ, ກາຍ​ເປັນ​ສ່ວ​ນ​ໜຶ່ງ​ທີ່​ເລິກ​ເຊິ່ງ​ໃນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ຂອງ​ຊາດ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ.
  ທ່ານ ໂດ​ຮຸ່ງ​ຫວຽດ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ກ່າວ​ຄຳ​ເຫັນ​ທີ​ການ​ໂອ້​ລົມ​ສົນ​ທະ​ນາ (ພາບ: VOV)  
ວັນ​ທີ 30 ເມ​ສາ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນິວຢອກ (ອາ​ເມ​ລິ​ກາ) ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ສະ​ເຫຼີມ​ສະຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ Vesak ສ​ປ​ຊ ດ້ວຍ​ຫົວ​ຂໍ້ “ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ສາ​ສະ​ໜາ​ພຸດ​ເພື່ອ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື​ທົ່ວ​ໂລກ”. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ ໂດ​ຮຸ່ງ​ຫວຽດ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຢັ້ງ​ຢືນ​ວ່າ ສາ​ສະ​ໜາ​ພຸດ​ໄດ້​ຮ່ວມ​ເດີນ​ທາງ ແລະ ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ ປະ​ຫວັດ​ສາດແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ ຫວຽດ​ນາມ, ກາຍ​ເປັນ​ສ່ວ​ນ​ໜຶ່ງ​ທີ່​ເລິກ​ເຊິ່ງ​ໃນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ຂອງ​ຊາດ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢ້ຳ​ຄືນ​ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ ​ວັນ​ບຸນ​ວິ​ສະ​ຂາ​ບຸ​ຊາ Vesak ສ​ປ​ຊ ປີ 2025 ຢູ່​ນະ​ຄອນ ໂຮ່​ຈີ​ມິ​ນ ​ສຳ​ເລັດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ພະ​ສົງ​ສຳ​ມະ​ເນນ, ພຸດ​ທະສາ​ສະ​ນິກ​ກະ​ຊົນເປັນ​ຈຳ​ນວນຫຼາຍ.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ໄດ້​ເຮັດ​ໃຫ້ 2600 ຄົນ​ເສຍ​ຊີ​ວິດ, ກ່​ວາ 8000 ຄົ​ນ​ຖືກ​ບາດ​ເຈັບ ແລະ ກ່​ວາ 1.2 ຄົນ​ຕ້ອງ​ຍົກ​ຍ້າຍ​ໃນ​ທົ່ວ​ປະ​ເທດ.

Top