• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເຊັກ​ໂກ ອະ​ນຸ​ຍາດ​ໃຫ້​ຖ້ຽວ​ບິນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊ​ໂລ​ວາ​ກີ ໄປ​ຜ່ານ​​ເຂດ​ນ່ານ​ຟ້າປະ​ເທດນີ້​ເມື່ອ​ເດີນ​ທາງ​ໄປ​ຍັງ ມົດ​ສະ​ກູ

ໂບ​ໂລຍ ກໍ່​ບໍ່ອະນຸ​ຍາດ​ເຂົ້າ​ເຖິງ​ເຂດ​ນ່າ​ຟ້າ​ຂອງ​ຕົນ​ເຊັນ​ດຽວ​ກັນ
  ທ່ານ Robert Fico ນາຍົກລັດຖະມົນຕີ ຊໂລວາກີ (ພາບ: REUTERS/Yiannis Kourtoglou)  
ວັນ​ທີ 1 ພຶດ​ສະ​ພາ, ສື່ມວນ​ຊົນ​ ສ.ເຊັກ​ໂກ ໃຫ້​ຮູ້​ວ່າ ປະ​ເທດນີ້ ອະ​ນຸ​ຍາດ​ໃຫ້​ທ່ານ Robert Fico ນາ​ຍົກ​ລັດ​ຖະ​ມົນ​ຕີ ຊ​ໂລ​ວາ​ກີ ບິນ​ຜ່ານ​ເຂດ​ນາ​ຟ້າ​ປະ​ເທດນີ້ ໃນ​ການ​ເດີນ​ທາງ​ໄປ ລັດ​ເຊຍ ເຂົ້າ​ຮ່ວມ​ພິ​ທີ​ສວນ​ສະ​ໜາມ​ວັນ​ໄຊ​ຊະ​ນະ (ຄື​ວັນ​ທີ 9 ພຶດ​ສະ​ພາ), ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ​ບາງ​ປະ​ເທດ ເອີລົບ ອື່ນ​ໄດ້​ປະ​ຕິ​ເສດ ແລະ ສະ​ກັດ​ກັ້ນ​ການ​ເດີນ​ທາງ​ຄັ້ງ​ນີ້. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ ໃນ​ສະ​ພາບ​ການ​ທີ່ຫຼາຍ​ປະ​ເທດ ເອີ​ລົບ ປະ​ຕິ​ເສດ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊ​ໂລ​ວາ​ກີ ໄປ​ຜ່ານ​ເຂດ​ນານ​ຟ້າ​ຂອງ​ປະ​ເທດ​ເຂົາ​ເຈົ້າ ເພື່ອ​ໄປ​ຢ້ຽມ​ຢາມ ລັດ​ເຊຍ ໃນ​ວັນ​ທີ 9 ພຶດ​ສະ​ພາ​ຈະ​ມາ​ເຖິງ. ບັນ​ດາ​ປະ​ເທດ​ເຂດ Baltic ຄື Lit-va, Latvia ແລະ Estonia ໄດ້ຫ້າມ​ຖ້ຽວ​ບິນ​ຂອງກ​ານ​ນຳ ຊ​ໂລ​ວາ​ກີ ແລະ ໂບ​ໂລຍ ກໍ່​ບໍ່ອະນຸ​ຍາດ​ເຂົ້າ​ເຖິງ​ເຂດ​ນ່າ​ຟ້າ​ຂອງ​ຕົນ​ເຊັນ​ດຽວ​ກັນ.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ໄດ້​ເຮັດ​ໃຫ້ 2600 ຄົນ​ເສຍ​ຊີ​ວິດ, ກ່​ວາ 8000 ຄົ​ນ​ຖືກ​ບາດ​ເຈັບ ແລະ ກ່​ວາ 1.2 ຄົນ​ຕ້ອງ​ຍົກ​ຍ້າຍ​ໃນ​ທົ່ວ​ປະ​ເທດ.

Top