• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ມີບົດຂຽນ “ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອພັດທະນາປະເທດຊາດ”.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາ ໂຕເລິມ

ບົດຂຽນໄດ້ເນັ້ນໜັກວ່າກ່ອນນີ້ 95 ປີ, ພາຍໃຕ້ການບໍລິຫານຂອງພັກ,  ກອງປະຊຸມຕ້ານພັນທະມິດຈັດກະພັດ ໄດ້ສ້າງຕັ້ງໃນວັນທີ 18 ພະຈິກ 1930 ເຊິ່ງໄດ້ກາຍເປັນອົງການທຳອິດຂອງແນວໂຮມຊົນຊາດເອກະພາບ ຫວຽດນາມ. ເຖິງວ່າໃນໄລຍະທາງໃດ, ຫຼັກການຫຼັກແຫຼ່ງຂອງແນວໂຮມຍັງແມ່ນສາມັກຄີທົ່ວປວງຊົນ ເພື່ອເປົ້າໝາຍລວມ: ເອກະລາດຊົນຊາດ ແລະ ວັດທະນາຖາວອນ, ຄວາມຜາສຸກຂອງປະຊາຊົນ. ປັດຈຸບັນ, ບົດຮຽນໃຫຍ່ກ່ຽວກັບຄວາມມະຫາສາມັກຄີທົ່ວປວງຊົນທັງຊາດຍັງໄດ້ຮັກສາຄຸນຄ່າເໝືອນເດີມ. ຄວາມສາມັກຄີແມ່ນກຳລັງແຮງອັນຍິ່ງໃຫຍ່ພາຍໃນກຸ່ມ, ແມ່ນບ່ອນອີ່ງເພື່ອໃຫ້ປະເທດຊາດຜ່ານຜ່າທຸກສິ່ງທ້າທາຍ, ກ້າວໜ້າເສັ້ນທາງປ່ຽນແປງໃໝ່ ແລະ ການເຊື່ອມໂຍງຢ່າງໝັ້ນແກ່ນ.

ໃນໄລຍະຈະມາເຖິງ, ເພື່ອສືບຕໍ່ປັບປຸງກຸ່ມກ້ອນມາຫາສາມັກຄີທົ່ວປວງຊົນທັງຊາດ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງຕ້ອງວາງອອກບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະ ເສີມຂະຫຍາຍກຳລັງແຮງຂອງມະຫາສາມັກຄີ, ຖືນັ້ນແມ່ນປັດໄຈຫຼັກແຫຼ່ງເພື່ອນຳປະເທດຊາດ ກ້າວເຂົ້າສູ່ສັງກາດພັດທະນາໃໝ່.

 

(ແຫຼ່ງຄັດຈາກ VOV)

ລາວ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄ​ສະ​ນາ ລະ​ຫວ່າງ​ສອງກອງ​ທັບ ຫວຽດ​ນາມ - ລາວ

ລາວ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄ​ສະ​ນາ ລະ​ຫວ່າງ​ສອງກອງ​ທັບ ຫວຽດ​ນາມ - ລາວ

ທ່ານພົນຕີ ວົງສອນ ອິນປານພິມ ໄດ້ຮັບການມອບໝາຍໜ້າທີ່ຈາກນາຍົກລັດຖະມົນຕີ ລາວ ມອບຫຼຽນໄຊແຮງງານຊັ້ນສອງ ແລະ ຊັ້ນສາມຂອງພັກ, ລັດ ລາວ ໃຫ້ແກ່ບັນດາພະນັກງານ, ນາຍທະຫານ ຫວຽດນາມ ແລະ ຜູ້ຄົນມີຜົນງານດີເດັ່ນ.

Top