• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ເສດຖະກິດ ຫວຽດນາມ ມີຄວາມໝັ້ນຄົງ ຈາກຄວາມທ້າທາຍ ຂອງ ການລະບາດ ໂຄວິດ-19

ແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ສະພາບເສດຖະກິດໂລກ ໄດ້ປະສົບກັບ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ທີ່ບໍ່ເຄີຍມີມາກ່ອນ ໃນຫຼາຍທົດສະວັດ ຜ່ານມາ ຍ້ອນຜົນກະທົບ ຈາກການລະບາດ ໂຄວິດ-19. ຫວຽດນາມ ແມ່ນພື້ນຖານເສດຖະກິດ  ເຊື່ອມໂຍງ ຢ່າງກວ້າງຂວາງ ແລະ ເປີດກວ້າງ, ຫຼາຍຂະແໜງການ, ຂົງເຂດ ຂອງ ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ຈາກການລະບາດ. ຕໍ່ໜ້າສະພາບການດັ່ງກ່າວ, ພັກ, ລັດ, ລັັດຖະບານ ໄດ້ຊີ້ນຳໃຫ້ທຸກຂັ້ນ, ຂະແໜງການ ຜັນຂະຫຍາຍ ຢ່າງຄົບຊຸດ, ຂ້ຽວຂາດ ບັນດາໜ້າທີ່, ວິທີການແກ້ໄຂ ເພື່ອປະຕິບັດ “ເປົ້າໝາຍ ຄູ່”: ທັງປ້ອງກັນ, ສະກັດກັ້ນການລະບາດ, ທັງ ຟື້ນຟູເສດຖະກິດ ແລະ ພັດທະນາເສດຖະກິດ-ສັງຄົມ. 
ເມື່ອມໍ່ໆ ນີ້, ເພື່ອສູ້ຊົນໃຫ້ບັນລຸສູງສຸດບັນດາເປົ້າໝາຍ, ຄາດໝາຍ, ໜ້າທີ່ຂອງ ປີ 2020, ສ້າງເງື່ອນໄຂສະດວກ ໃຫ້ແກ່ປີ 2021 ແລະ ໃນຕໍ່ໜ້າ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວ ຂ້ອງ ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ, ການດຳເນີນທຸລະກິດ, ການໃຊ້ຈ່າຍ ຢູ່ພາຍໃນປະເທດ, ສົ່ງອອກ ແລະ ຊຸກຍູ້ການ ປ່ອຍເງິນ ລົງ ທຶນ ຂອງລັດ ເພື່ອປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ໃນສະພາບປົກກະຕິໃໝ່ ໂດຍໄວ.

ເມື່ອເບິ່ງພື້ນຖານເສດຖະກິດ ພາຍໃນປະເທດ, ທ່ານ ເຈິ່ນຕ໋ວນແອງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຫວຽດນາມ ສາມາດຄວບຄຸມການລະບາດ ໂດຍພື້ນຖານ, ຄວາມເຊື່ອໝັ້ນ ຂອງ ວິສາຫະກິດ ຢູ່ພາຍໃນປະເທດ ແລະ ບັນດາຄູ່ຮ່ວມມື, ນັກລົງທຶນຕ່າງປະເທດ ທີ່ຕໍ່ ຫວຽດນາມ ກຳລັງໄດ້ຮັບການ ປັບປຸງຢ່າງແຂງແຮງ. ສິ່ງທີ່ໜ້າສົນໃຈ ກໍຄື ວົງເງິນສົ່ງອອກ ຂອງ ກຸ່ມວິສາຫະກິດ ພາຍໃນປະເທດ ຍັງຮັກສາໄດ້ ລະດັບການຈະເລີນເຕີບໂຕ ສອງຕົວເລກ, ເພີ່ມຂຶ້ນ 10,4% ເມື່ອທຽບກັບໄລຍະດຽວກັນ ຂອງປີ 2019. ພິເສດຕາມກົມໃຫຍ່ພາສີ, ຫຼັງ 5 ເດືອນ, ດຸນການຄ້າ ຍັງຄົງເກີນດຸນ ຢູ່ທີ່ 3,54 ຕື້ ໂດລາສະຫະລັດ, ປະກອບສ່ວນ ຕໍ່ສະຖຽນລະພາບ ຂອງ ພື້ນຖານເສດຖະກິດມະຫາພາກ. 


ຂົວຄໍາ ຢູ່ເຂດທ່ອງທ່ຽວ ບ່ານ່າ Hills (ດ່າໜັງ) ປັກທຸງ ຊາດ ເພື່ອຂໍ່ານັບຮັບຕ້ອນນັກທ່ອງທ່ຽວ ກັບຄືນມາຢ້ຽມ ຢາມ ພາຍຫຼັງໂຈະຊົ່ວຄາວ ຍ້ອນການລະບາດ ໂຄວິດ-19. ພາບ: VNA


ໝາກນອດ 100 ໂຕນ ຢູ່ແຂວງ ຢາລາຍ ໄດ້ສົ່ງອອກ ໄປຍັງ ຕະຫຼາດ EU ພາຍຫຼັງສັນຍາ EVFTA ມີຜົນບັງ ຄັບໃຊ້ ໃນວັນທີ 1 ສິງຫາ 2020.
ພາບ: ຕ່ອງໂສ້ການ ຜະລິດ ໝາກນອດ ຢູ່ບໍລິສັດຫຸ້ນສ່ວນສະບຽງອາຫານ ເພື່ອສົ່ງອອກ ດົ່ງຢາວ. ພາບ: ຮົ່ງດຽບ/VNA


ຊາວກະສິກອນ ຢູ່ບັນດາຕາແສງ ຂອງເມືອງ ຫາຍລັງ (ແຂວງ ກວ໊າງຈີ້) ເກັບກ່ຽວເຂົ້າລະດູແລ້ງ-ລະດູໃບໄມ້ ຫຼົ່ນ. ພາບ: VNA
 

ຮອດທ້າຍເດືອນ ສິງຫາ 2020, ວົງເງິນສົ່ງອອກ ຜະລິດຕະພັນໄມ້ ຂອງ ແຂວງ ບິ່ງເຢືອງ ຄາດວ່າບັນລຸ 1,7 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 0,6% ເມື່ອທຽບກັບ ໄລຍະດຽວ ກັນຂອງປີ 2019.
ໃນພາບ: ຫຸ້ມຫໍ່ ຜະລິດຕະພັນ ເຄື່ອງ ເຟີນີເຈີ ເພື່ອສົ່ງອອກ ທີ່ບໍລິສັດ ປຸງແຕ່ງໄມ້ ຈ້ຽວຝູ໋ລົກ (ຕາແສງ ອານເລິບ, ເມືອງ ບັກເຕິນອວຽນ, ແຂວງ ບິ່ງເຢືອງ). ພາບ: ເຢືອງຈີ໋ເຕື໊ອງ/VNA

 

VNPT Technology ເປັນໜ່ວຍງານຫຼັກ ຂອງ ກຸ່ມບໍ ລິສັດໄປສະນີ ໂທລະຄົມມະນາຄົມ ຫວຽດນາມ (VNPT) ໃນຂົງເຂດຜະລິດ ໂທລະຄົມມະນາຄົມ ເຕັກໂນໂລຊີ ຂ່າວສານ, ສື່ສານ ແລະ ອຸດສາຫະກຳ ດີຈີຕອນ. VNPT Technology ລົງທຶນໃສ່ 5 ຕ່ອງໂສ້ຜະລິດເອເລັກໂຕຣ ນິກ ທີ່ທັນສະໄໝ, ຕອບສະໜອງກວ່າ 10 ລ້ານ ຜະລິດ ຕະພັນຕໍ່ປີ, ກວມກວ່າ 60% ຕະຫຼາດພາຍໃນ. ພາບ: ມິງກວ໋ຽດ/VNA


ປັດຈຸບັນ, ທີ່ນະຄອນ ດ່າໜັງ ມີວິສາຫະກິດ ປະມານ  490 ແຫ່ງ ກຳລັງເຄື່ອນໄຫວ ໃນບັນດາເຂດອຸດສາຫະ ກຳ, ເຂດເຕັກໂນໂລຊີສູງ, ມີແຮງງານກວ່າ  77.000 ຄົນ. ວິສາຫະກິດ ທຸກແຫ່ງຕ່າງກໍມີຄວາມພະຍາຍາມ, ຂ້ຽວຂາດປະຕິບັດ “ໜ້າທີ່ຄູ່”, ທັງຮັບປະກັນ ການປ້ອງກັນ ແລະ ສະກັດກັ້ນ ການລະບາດ ໂຄວິດ-19 ໃຫ້ກຳມະ ກອນ, ທັງຮັກສາໄວ້ ການຜະລິດ ແລະ ພັດທະນາເສດຖະ ກິດອີກດ້ວຍ.
ພາບ: ກວັກຢຸ້ງ/VNA



ແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ແຂວງ ຮຶງອຽດ ດຶງດູດການລົງທຶນໄດ້ 27 ໂຄງການ, ໃນນັ້ນມີ 13 ໂຄງການ ລົງທຶນພາຍໃນ, 14 ໂຄງການລົງທຶນ ໂດຍກົງ ຈາກຕ່າງປະເທດ, ລວມມູນຄ່າການລົງທຶນໃໝ່ ແລະ ດັດແປງເພີ່ມ ທັງໝົດ ປະມານ 250 ລ້ານໂດລາ ສະຫະລັດ. ໃນພາບ: ການຜະລິດ ທີ່ບໍລິສັດ ຕໍ່າ ຍ້ອມ Jasan ຫວຽດນາມ ຈຳກັດ ຢູ່ເຂດອຸດສາຫະກຳ ໂຟ໋ໂນ໋ຍ B, ເມືອງ ອຽນໝີ໊, ແຂວງ ຮຶງອຽນ.
ພາບ: ຟ້າມກຽນ/VNA

ອີກປະການໜຶ່ງ ສໍາລັບການຟື້ນຟູ ການຜະລິດ ແລະ ສົ່ງອອກ ແມ່ນ ມາຈາກ ການຈັດຕັ້ງປະຕິບັດ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ດ້ວຍ 3 ກຸ່ມໃຫຍ່ທ່ີຫຼັກ ຄື ແກ້ໄຂ ຂໍ້ຫຍຸ້ງຍາກ, ອຸດຕັນ ຮີບດ່ວນ ສະເພາະໜ້າ, ທັງຊຸກຍູ້ຂະບວນການຫັນປ່ຽນໂຄງປະກອບເສດຖະກິດ, ສ້າງທ່ວງການຈະເລີນເຕີບໂຕ ແບບຍືນຍົງ ໃຫ້ຊຸມປີ ຕໍ່ໜ້າ. ໂດຍສະເພາະ ຂະແໜງການອຸດສາຫະກຳ ແລະ ການຄ້າ ຕ້ອງສຸມໃສ່ປັບປຸງ ແລະ ຈັດຕັ້ງໃໝ່ ລະບົບການສະໜອງ ໃຫ້ແກ່ການຜະລິດອຸດສາຫະກຳ, ສ້າງຄວາມໝັ້ນຄົງ, ແຕ່ມີຄວາມຄ່ອງຕົວກວ່າ, ພິເສດ ແມ່ນບັນດາຂະແໜງ ອຸດສາຫະກຳປຸງແຕ່ງ ແລະ ການຜະລິດ ຂະໜາດໃຫຍ່ຂອງ ຫວຽດນາມ ເຊັ່ນ: ຕັດຫຍິບ, ເກີບ, ເຄື່ອງໃຊ້ໄຟຟ້າ, ເຄື່ອງເຟີນີເຈີ... ຕາມທິດຢັ້ງຢືນກັບຄູ່ຮ່ວມມືຈຳນວນໜຶ່ງເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ສ ອິນເດຍ... ເພື່ອຫຼີກລ່ຽງການເພິ່ງພາຄູ່ຄ້າ ຫຼື ຕະຫຼາດ ພຽງລາຍດຽວ, ສອງລາຍ ຫຼື ຫຼາຍລາຍ ຫຼາຍເກີນໄປ .

ທ່ານ Andrew Jeffries ຜູ້ອໍານວຍການ ADB ປະຈໍາ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດ ດ້ວຍຄວາມຫວັງ ແລະ ໝັ້ນໃຈວ່າ: “ການໃຊ້ຈ່າຍຢູ່ພາຍໃນປະເທດ ແລະ ຄວາມຕ້ອງການທົ່ວໂລກ ຫຼຸດລົງ ຍ້ອນການລະບາດ ໂຄວິດ-19 ໄດ້ ສົ່ງຜົນກະທົບ ຕໍ່ພື້ນຖານເສດຖະກິດ ຫວຽດນາມຫຼາຍກວ່າ ທີ່ຄິດໄວ້. ແຕ່ການຂະຫຍາຍຕົວທາງເສດຖະກິດຈະ ຍັງໝັ້ນຄົງ ໃນ ປີ 2020 ໂດຍອາໄສຜົນສຳເລັດ ຂອງ ລັດຖະບານ ໃນການຄວບຄຸມ ການແຜ່ລະບາດຂອງໂຄວິດ-19. ການຂະຫຍາຍຕົວທາງເສດຖະກິດ ຈະຮັບໄດ້ຊ່ວຍໜູນ  ຈາກສະຖຽນລະພາບ ເສດຖະກິດ ມະຫາພາກ ຂອງ ຫວຽດນາມ, ເພີ່ມການໃຊ້ຈ່າຍພາກລັດ ແລະ ການປະຕິຮູບທີ່ກຳລັງ ປະຕິບັດ ແນໃສ່ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ.


ພື້ນຖານເສດຖະກິດ ຫວຽດນາມ ຄາດວ່າ ຈະຂະຫຍາຍຕົວ 1,8% ໃນປີ 2020 ໃນສະພາບການລະບາດ ໂຄວິດ-19 ແລະ ເພີ່ມຂຶ້ນ 6,3% ໃນປີ 2021, ຕາມລາຍງານ ຄວາມຫວັງພັດທະນາ ອາຊີ (ADO) 2020, ສິ່ງພິມເສດຖະກິດ ປະຈໍາ ແຖວໜ້າ ຊຶ່ງທະນາ ຄານ ພັດທະນາ ອາຊີ (ADB) ປະກາດໃນວັນທີ 15 ກັນຍາ. 
 
ບົດ: ຟອງທູ - ພາບ: VNA

Vinapharma: ກ້າວໄປສູ່ມາດຕະຖານ Halal

Vinapharma: ກ້າວໄປສູ່ມາດຕະຖານ Halal

ກັບ​ຄືນ​ ຫວຽດ​ນາມ ພາຍຫຼັງ​ການ​ຢ້ຽມ​ຢາມ​ສົ່ງ​ເສີມ​ການ​ຄ້າ​ຢູ່​ຕະ​ຫຼາດ ​ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣດ (UAE) ເມື່ອ​ເດືອນ ກຸມ ພາ 2020, ວຽກທຳອິດທີ່ ທ່ານ​ນາງ ຫງວຽນ​ທິ​ຢ໊ຽມ​ຮັ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍ​ລິ​ສັດ Vinapharma ໄດ້​​ເລີ່ມປະຕິບັດ ແມ່ນສ້າງ​ຜະ​ລິດ​ຕະ​ພັນ Green Beauty ຕາມມາດຕະຖານ Halal ແລະ ທາງບໍລິສັດໄດ້ວາງແຜນ ທີ່ຈະສົ່ງອອກໄປຕະຫຼາດ ຕາເວັນອອກກາງ.

Top