ວັນທີ 10 ມິຖຸນາ, ໃນມື້ເຮັດວຽກທີ 2 ຢູ່ເວທີປາໄສອະນາຄົດ ອາຊຽນ ປີ 2026, ຜູ້ຕາງໜ້າບັນດາປະເທດ ແລະ ຜູ້ແທນສາກົນ ພ້ອມກັນປຶກສາຫາລືໃນ 3 ຫົວຂໍ້ທີ່ໜ້າສົນໃຈ, ລວມມີ: ການພົວພັນລະຫວ່າງ ອາເມລິກາ - ອາຊຽນ, ຊຸກຍູ້ຄວາມໝັ້ນຄົງດ້ານພະລັງງານ ແລະ ບັນດາຮູບແບບພັດທະນາໃນສະພາບການຫັນປ່ຽນພວມດຳລົງໃນທົ່ວໂລກ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Christopher Landau ແລກປ່ຽນກັບທ່ານ ປອ. ຫງວຽນຮຸ່ງເຊີນ ຫົວໜ້າສະຖາບັນການພົວພັນຕ່າງປະເທດ ໃນຂອບເຂດເວທີປາໄສ ອະນາຄົດ ASEAN ເມື່ອວັນທີ 10-6 (ພາບ: hanoimoi.vn)
ກ່າວຄຳເຫັນໃນເວທີປາໄສ ອະນາຄົດ ອາຊຽນ ປີ 2026 ກ່ຽວກັບສາຍພົວພັນທາງການທູດລະຫວ່າງ ອາເມລິກາ ແລະ ອາຊຽນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Christopher Landau ໄດ້ຫວນຄືນການຮ່ວມມືໃນຫຼາຍຂົງເຂດຄື ເສດຖະກິດ, ພະລັງງານ, ປັນຍາປະດິດ, ເຕັກນິກດີຈີຕອນ. ຕາມທ່ານ Christopher Landau ແລ້ວ, ອາຊຽນ ແມ່ນພາກພື້ນໜຶ່ງທີ່ມີຄວາມຫຼາກຫຼາຍ ເມື່ອມີບັນດາປະເທດສະມາຊິກພວມຢູ່ບັນດາໄລຍະພັດທະນາເສດຖະກິດທີ່ແຕກຕ່າງກັນ. ດັ່ງນັ້ນ, ອາເມລິກາ ໃຫ້ຄຳໝັ້ນສັນຍາຮ່ວມມືກັບພາກພື້ນ ອາຊຽນ ທັງຢູ່ລະດັບຫຼາຍຝ່າຍ ແລະ ສອງຝ່າຍ.
ໃນວາລະປຶກສາຫາລືກ່ຽວກັບການຊຸກຍູ້ຄວາມໝັ້ນຄົງດ້ານພະລັງງານ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການສ້າງຄວາມໝັ້ນຄົງດ້ານພະລັງງານຄືນໃໝ່ ຄືເປັນສິ່ງທ້າທາຍຍຸດທະສາດໃນຈຸດເວລາລະຫວ່າງກາງການເຕີບໂຕເສດຖະກິດ, ປະຕິບັດຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດ ແລະ ຄວາມສາມາດຟື້ນຟູຂອງພາກພື້ນ.
(ແຫຼ່ງຄັດຈາກ VOV)