• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ “ຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ ຢູ່ ຍີ່ປຸ່ນ”

ເວທີປາໄສດັ່ງກ່າວແມ່ນໂອກາດເພື່ອດຳເນີນການສົນທະນາ ແລະ ໄດ້ພົບປະແລກປ່ຽນໂດຍກົງກ່ຽວກັບບັນດາບັນຫາຮີບເຮັງທີ່ສຸດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.
  (ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ)  

ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ, ຢູ່​ນະ​ຄອ​ນ​ຫຼວງ ໂຕ​ກຽວ, ປະ​ເທດ ຍີ່​ປຸ່ນ, ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ (BETORAKU) ໄດ້​ຈັດ​ເວ​ທີ​ປາ​ໄສ “ຂົ​ວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ຍີ່​ປຸ່ນ” ດ້ວຍ​ຫົວ​ຂໍ້ “ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຮ່ວມ​ແຮງ​ຮ່ວມ​ໃຈ - ເຊີດ​ຊູ​ການ​ອຸ​ທິດ​ສ່ວນ”, ຕາມ 2 ຮູບ​ແບບ​ເຊິງ​ໜ້າ ແລະ ທາງ​ໄກ.

​ເວ​ທີ​ປາ​ໄສ​ດັ່ງ​ກ່າ​ວ​ແມ່ນ​ໂອ​ກາດ​ເພື່ອ​ດຳ​ເນີນ​ການ​ສົນ​ທະ​ນາ ແລະ ໄດ້​ພົບ​ປະ​ແລກ​ປ່ຽນໂດຍ​ກົງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຮີ​ບ​ເຮັງ​ທີ່​ສຸດ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຍີ່​ປຸ່ນ. ທ່ານ ຟ້າມກວາງ​ຮ້ຽວ, ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເນັ້ນ​ໜັກ​ວ່າ:

“ນັບ​​ທັງໃນ​ອະ​ດີດ​ຕະ​ການ, ປັດ​ໃຈ​ວັດ​ທະ​ນະ​ທຳ​ໄດ້​ຊ່ວຍ​ໃຫ້ 2 ປະ​ເທດ, 2 ຊາດ​ມີ​ຄວາມ​ໃກ້​ຊິດກວ່າ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ໃນ​ອະ​ນາ​ຄົດ, ຂົວ​ເຊື່ອມ​ຕໍ່​ດ້ານ​ວັດ​ທະ​ນະ​ທຳ, ຄວາມ​ຄ້າຍ​ຄື​ກັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ ກໍ່​ຈະ​ຊ່ວຍ​ໃຫ້​ການ​ພົວ​ພັນ​ຂອງ 2 ປະ​ເທດ​ເລິກ​ເຊິ່ງ, ໄປ​ໄກ​ກວ່າ”.

ໃນ​ຂອບ​ເຂດ​ເຫດ​ການ, ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໄດ້​ປະ​ກາ​ດ​ຍຸດ​ທະ​ສາດ​ພັດ​ທະ​ນາ 2026 – 2027.

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top