• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເສດຖະກິດ ອາຊີ - ເອີຣົບ: ໃຫ້ບຸລິມະສິດແກ່ນສານເຂົ້າໃນການກຳນົດສ້າງອະນາຄົດເຕັກໂນໂລຢີ

ເຫດ​ການ​​ໄດ້​ດຶງ​ດູດ​ຜູ້​ແທນປະ​ມານ 3.000 ທ່ານ ທີ່​ມາ​ຈາກ 44 ປະ​ເທດ, ລວມ​ມີບ​ັນ​ດາ​ການ​ນຳ​ປະ​ເທດ​ສະ​ມາ​ຊິກ EAEU ເຂົ້າ​ຮ່ວມ.
  ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EAEU ແລະ ບັນ​ດາ​ປະ​ເທດ​ຖືກ​ເຊີນ ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ ໃນ​ເວ​ທີ​ປາ​ໄສ (ພາບ: TTXVN)  

ວັນ​ທີ 29 ພຶດ​ສະ​ພາ, ຢູ່ນ​ະ​ຄອນຫຼວງ Astana, ກາ​ຊັກ​ສະ​ຖານ, ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ ອາ​ຊີ - ປາ​ຊີ​ຟິກ (EEF) ຄັ້ງ​ທີ 5 ຖືກ​ໄຂ​ຂຶ້ນ. ດ້ວຍ​ຫົວ​ຂໍ້ “ສະ​ຫະ​ພັນ​​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (EAEU) ໃນ​ການ​ຊ່ວງ​ເສັງ​ເຕັກ​ນິກ​ດີ​ຈີ​ຕອນ​ທົ່ວ​ໂລກ: ສຸມ​ໃສ່​ປັນ​ຍາ​ປະ​ດິດ (AI)”, ເວ​ທີ​ປາ​ໄສ​ປີ​ນີ້ ໄດ້ໃຫ້ບຸ​ລິ​ມະ​ສິດ​ແກ່ນ​ສານ​ເຂົ້າ​ໃນ​ການກຳ​ນົດ​ສ້າງ​ອະ​ນາ​ຄົດ​ເຕັກ​ໂນ​ໂລ​ຢີ ແລະ ສ້າງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ລວມ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ ໂດຍ​ອີງ​ໃສ່​ພື້ນ​ຖານ AI. ເຫດ​ການ​ດັ່ງ​ກ່າ​ວ​ໄດ້​ດຶງ​ດູດ​ຜູ້​ແທນປະ​ມານ 3.000 ທ່ານ ທີ່​ມາ​ຈາກ 44 ປະ​ເທດ, ລວມ​ມີບ​ັນ​ດາ​ການ​ນຳ​ປະ​ເທດ​ສະ​ມາ​ຊິກ EAEU ເຂົ້າ​ຮ່ວມ.

ເມື່ອ​ກ່າວ​ຄຳ​ເຫັນ​ໄຂວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ທ່ານ​ Kassym Homart Tokayev ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ ໄດ້​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ AI ໃນ​ການ​ກຳ​ນົດ​ສ້າ​ງ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. AI ອາດ​ຈະ​ຊຸກ​ຍູ້ GDP ທົ່ວ​ໂລກ​ເພີ່ມ​ຂຶ້​ນ​ເຖິງ 7.000 ຕື້ USD ໃນ​ບັນ​ດາ​ທົດ​ສະ​ວັດ​ຈະ​ມາ​ເຖິງ, ສິ່ງ​ດັ່ງ​ກ່າວ​ແນ່ນອນ​ວ່າ ຈະ​ພາ​ໄປ​ເຖິງ​ເລື່ອງ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ເຕັກ​ໂນ​ໂລ​ຢີ​ໃໝ່, ຈາກ​ນັ້ນ​ກໍ່​ເຮັດ​ໃຫ້ມີ​ການ​ປ່ຽນ​ແປງ​ໂຄງ​ປະ​ກອບ​ວຽກ​ເຮັດ​ງານ​ທຳ​ໃນ​ທຸກ​ຂົງ​ເຂດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂດຍ​ພື້ນ​ຖານ. ​ເພື່ອແນ​ໃສ່​ຫັນ​ເປົ້າ​ໝາຍ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ກາ​ຊັກ​ສະ​ຖານ ໄດ້​ຖະ​ແຫຼງ ປີ 2026 ແມ່ນ “ປີ AI ແລະ ການ​ພັດ​ທະ​ນາ​ເຕັກ​ນິກ ດີ​ຈີ​ຕອນ” ແຫ່ງ​ຊາດ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top