ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ເນັ້ນໜັກວ່າ ອົງຄະນະພັກນະຄອນ ຕ້ອງສ້າງອົງຄະນະພັກໃຫ້ກາຍເປັນສູນພູມປັນຍາ, ສາມັກຄີ ແລະ ປ່ຽນແປງໃໝ່, ມີຄຸນທາດການເມືອງຢ່າງພຽງພໍ, ມີກຳລັງຄວາມສາມາດບໍລິຫານ ແລະ ວິໄສທັດ, ມີກຳລັງຢ່າງພຽງພໍເພື່ອນຳພານະຄອນນຳໜ້າໃນການພັດທະນາ ແລະ ເຊື່ອມໂຍງ, ສົມກັບຄວາມເປັນກຽດເປັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ.
ກອງປະຊຸມໃຫຍ່ອົງຄະນະພັກນະຄອນ ໂຮ່ຈີມິນ ຄັ້ງທີ 1
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນ ໂຮ່ຈີມິນ ຄັ້ງທີ 1, ອາຍຸການ 2025 – 2030, ໄຂຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ. ເຂົ້າຮ່ວມກອງປະຊຸມໃຫຍ່ ມີທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ… ພ້ອມດ້ວຍຜູ້ແທນ 547 ທ່ານ ຕາງໜ້າໃຫ້ແກ່ສະມາຊິກພັກກວ່າ 366.000 ຄົນ ໃນທົ່ວອົງຄະນະພັກນະຄອນ.
ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ເນັ້ນໜັກວ່າ ອົງຄະນະພັກນະຄອນ ຕ້ອງສ້າງອົງຄະນະພັກໃຫ້ກາຍເປັນສູນພູມປັນຍາ, ສາມັກຄີ ແລະ ປ່ຽນແປງໃໝ່, ມີຄຸນທາດການເມືອງຢ່າງພຽງພໍ, ມີກຳລັງຄວາມສາມາດບໍລິຫານ ແລະ ວິໄສທັດ, ມີກຳລັງຢ່າງພຽງພໍເພື່ອນຳພານະຄອນນຳໜ້າໃນການພັດທະນາ ແລະ ເຊື່ອມໂຍງ, ສົມກັບຄວາມເປັນກຽດເປັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກຕື່ມອີກວ່າ:
“ທາງນະຄອນຕ້ອງຍູ້ໄວການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຖືວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳເປັນກຳລັງໜູນຕົ້ນຕໍ; ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວຢ່າງແທດຈິງ, ມີປະສິດທິຜົນ, ຍົກສູງສະມັດຕະພາບການອອກແຮງງານ, ຕັດສິນໃຈບັນລຸລະດັບການເຕີບໂຕ GRDP ສູງໃນໄລຍະ 2025 – 2030. ພິເສດຕ້ອງສ້າງຮູບແບບການບໍລິຫານຕົວເມືອງທັນສະໄໝ, ໝູນໃຊ້ເຕັກໂນໂລຢີດີຈີຕອນໃນການຄຸ້ມຄອງ, ບໍລິຫານ ແລະ ການບໍລິການສາທາລະນະ, ມຸ່ງໄປເຖິງການປົກຄອງດີຈີຕອນສ້າງສາ, ໂປ່ງໃສ, ມີປະສິດທິຜົນ, ເປັນພື້ນຖານໃຫ້ແກ່ນະຄອນອັດສະລິຍະ”.
(ແຫຼ່ງຄັດຈາກ VOV)