ມາຮອດປັດຈຸບັນ, ມະຕິ 4 ສະບັບນີ້ແມ່ນເສົາຄ້ຳສຳຄັນຂອງພື້ນຖານລະບອບລະບຽບການ, ສ້າງກຳລັງໜູນຢ່າງແຮງເພື່ອນຳຫວຽດນາມ ພັດທະນາ, ກ້າວເຂົ້າສູ່ສັງກາດໃໝ່, ຫັນການປະຕິບັດວິໄສທັດ ຫວຽດນາມພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.
ທ່ານ ເລຂາທິການໃຫຍ່ ໂຕເລິມ
ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາໄດ້ຈັດຕັ້ງກອງປະຊຸມທົ່ວປະເທດເຊື່ອມຊືມ, ຜັນຂະຫຍາຍປະຕິບັດ ມະຕິເລກທີ 66 ຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນຍຸກສະໄໝໃໝ່ ແລະ ມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ. ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ປັດຈຸບັນ, ຫວຽດນາມ ພວມດຳເນີນການປ່ຽນແປງໃໝ່, ປະຕິຮູບ, ສຸມໃສ່ເຂົ້າ ສີ່ບຸກທະລຸລວມມີ: ມະຕິເລກທີ 57 ຂອງກົມການເມືອງ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ມະຕິເລກທີ 59 ກ່ຽວກັບການເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມະຕິເລກທີ 68 ກ່ຽວກັບພັດທະນາເຂດເສດຖະກິດເອກະຊົນຢ່າງແຮງ; ມະຕິເລກທີ 66 ກ່ຽວກັບການປ່ຽນແປງວຽກງານກໍ່ສ້າງ, ປະຕິບັດກົດໝາຍຢ່າງຮອບດ້ານ. ມາຮອດປັດຈຸບັນ, ມະຕິ 4 ສະບັບນີ້ແມ່ນເສົາຄ້ຳສຳຄັນຂອງພື້ນຖານລະບອບລະບຽບການ, ສ້າງກຳລັງໜູນຢ່າງແຮງເພື່ອນຳຫວຽດນາມ ພັດທະນາ, ກ້າວເຂົ້າສູ່ສັງກາດໃໝ່, ຫັນການປະຕິບັດວິໄສທັດ ຫວຽດນາມພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.
ຫວນຄືນບັນດາເນື້ອໃນຫຼັກຂອງມະຕິສະບັບຕ່າງໆ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິເລກທີ 68 ໄດ້ວາງພື້ນຖານໃຫ້ແກ່ການຫັນປ່ຽນຢ່າງຮອບດ້ານກ່ຽວກັບນະໂຍບາຍພັດທະນາເສດຖະກິດເອກະຊົນ. ນີ້ແມ່ນການຄັດເລືອກຍຸດທະສາດທີ່ຖືກຕ້ອງ, ຮີບດ່ວນ, ນຳມາເຊິ່ງວິໄສທັດທີ່ຍາວນານ, ເພື່ອແນໃສ່ປະຕິບັດແງ່ຫວັງພັດທະນາປະເທດໝັ້ນຄົງເຂັ້ມແຂງຈະເລີນຮຸ່ງເຮືອງໃນກາງສະຕະວັດທີ XXI.
(ແຫຼ່ງຄັດຈາກ VOV)